ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະຕີ ໝາຍເລກນຶ່ງ ສຫລ ໂກດແຄ້ນ ກ່ຽວກັບ ການລັກພາໂຕ ພວກນັກຮຽນຍິງ ຢູ່ໄນຈີເຣຍ (ວີດີໂອ)


ສະຕີໝາຍເລກນຶ່ງ ຂອງສະຫະລັດ ທ່ານນາງ Michelle Obama ລົງຂໍ້ຄວາມໃນ ທະວີ້ດເຕີ້ ຮຽກຮ້ອງໃຫ້ປ່ອຍນັກຮຽນຍິງ.
ສະຕີໝາຍເລກນຶ່ງ ຂອງສະຫະລັດ ທ່ານນາງ Michelle Obama ລົງຂໍ້ຄວາມໃນ ທະວີ້ດເຕີ້ ຮຽກຮ້ອງໃຫ້ປ່ອຍນັກຮຽນຍິງ.
ທ່ານນາງ Michelle Obama ສະຕີໝາຍເລກນຶ່ງ ຂອງສະຫະ
ລັດ ກ່າວວ່າ ການລັກພາໂຕ ພວກເດັກນ້ອຍນັກຮຽນຍິງຢູ່ໄນ
ຈີເຣຍ ແມ່ນການກະທຳ "ທີ່ໄຮ້ຈິດສຳນຶກ" ຊຶ່ງໄດ້ດຳເນີນການ
ໂດຍພວກຜູ້ຊາຍທີ່ໃຫຍ່ແລ້ວ ເພື່ອພະຍາຍາມດັບມອດຄວາມ ໄຝ່ຝັນຂອງພວກເດັກຍິງ.

ພັນລະຍາຂອງປະທານາທິບໍດີ ບາຣັກ ໂອບາມາ ເປັນຜູ້ກ່າວຄຳປາໄສປະຈຳສັບປະດາ
ແທນປະທານາທິບໍດີໃນວັນເສົາມື້ນີ້ ນຶ່ງມື້ກ່ອນຊາວອາເມຣິກັນສະເຫລີມສະຫຼອງວັນແມ່.
ທ່ານນາງເວົ້າວ່າ ທ່ານນາງ ແລະສາມີຂອງທ່ານນາງ ແມ່ນມີຄວາມໂກດແຄ້ນແລະເສຍໃຈ
ເປັນທີ່ສຸດ ກ່ຽວກັບການລັກພາໂຕ ພວກເດັກຍິງເຫຼົ່ານີ້.

ສະຕີໝາຍເລກນຶ່ງກ່າວວ່າ ໃນໝູ່ພວກເດັກຍິງເຫຼົ່ານີ້ ປະທານາທິບໍດີ ແລະຂ້າພະເຈົ້າເຫັນ
ວ່າ ແມ່ນຄືກັນກັບ ລູກສາວຂອງພວກເຮົາ ຊຶ່ງໝາຍເຖິງນາງ Malia ອາຍຸ 15 ປີ ແລະນາງ Sasha ອາຍຸ 12 ປີ. ທ່ານນາງກ່າວວ່າ ພວກເຮົາມອງເຫັນ ຄວາມຫວັງຂອງພວກເຂົາເຈົ້າ ຄວາມຝັນຂອງພວກເຂົາເຈົ້າ ແລະພວກເຮົາ ໄດ້ແຕ່ວາດມະໂນພາບ ເຖິງຄວາມທຸກທໍລະ ມານທີ່ຜູ້ເປັນພໍ່ແມ່ເຂົາເຈົ້າ ກຳລັງຮູ້ສຶກໃນເວລານີ້.

ຄວາມບໍ່ສາມາດ ຂອງລັດຖະບານໄນຈີເຣຍ ເພື່ອໄປຊ່ອຍເອົາພວກເດັກນ້ອຍເຫຼົ່ານີ້
ອອກມາ ເປັນເວລາເກືອບນຶ່ງເດືອນ ຫລັງຈາກໄດ້ຖືກກຸ່ມຫົວຮຸນແຮງ Boko Haram
ລັກພາໂຕໄປແລ້ວນັ້ນ ໄດ້ກໍ່ໃຫ້ເກີດໂກດແຄ້ນຢ່າງຮຸນແຮງ ຢູ່ໃນທົ່ວໂລກ.

ສະຫະລັດແລະຫລາຍໆປະເທດ ໄດ້ສົ່ງຄະນະນັກຊ່ຽວຊານທາງດ້ານເທັກນິກ ໄປຊ່ອຍ
ໃນການດຳເນີນຄວາມພະຍາຍາມເພື່ອຊອກຄົ້ນຫາ ພວກເດັກຍິງເຫຼົ່ານີ້ຂອງລັດຖະບານ
ໄນຈີເຣຍ.

ຜູ້ນຳຂອງກຸ່ມ Boko Haram ກ່າວວ່າ ຕົນຕັ້ງໃຈທີ່ຈະຂາຍພວກເດັກຍິງເຫຼົ່ານີ້

ໃນຄຳປາໄສຂອງພັກຣີພັບບລີກັນ ສະມາຊິກສະພາຕໍ່າ John Kline ຈາກລັດ Minnesota ກ່າວວ່າ ປະທານາທິບໍດີໂອບາມາແລະສະມາຊິກສະພາສູງ ສັງກັດພັກເດໂມແຄຣັດ ຄວນ ເພັ່ງເລັງຄວາມສົນໃຈ ຂອງພວກທ່ານ ໃສ່ຮ່າງກົດໝາຍ ທີ່ສະໜັບສະໜຸນ ເລື່ອງວຽກເຮັດ ງານທຳ. ທ່ານ Kline ໄດ້ລະບຸວ່າ ມີຮ່າງກົດໝາຍ 10 ກວ່າສະບັບ ທີ່ສະມາຊິກ ພັກຣີພັບ ບລີກັນໃນສະພາຕ່ຳໄດ້ຮັບຮອງເອົາ ທີ່ທ່ານເວົ້າວ່າ ແນໃສ່ເພື່ອຊຸກຍູ້ ວຽກເຮັດງານທຳນັ້ນ.
XS
SM
MD
LG