ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານນາງ Obama ຊຸກຍູ້ ເລື້ອງການສຶກສາ ຂອງພວກເດັກຍິງ ໃນ Liberia


MichelIe Obama Africa
please wait
Embed

No media source currently available

0:00 0:00:54 0:00

ສະຕີີ​ໝາຍ​ເລກ​ນຶ່ງຂອງ​ສະຫະລັດ ທ່ານ​ນາງ Michelle Obama ​ເດີນທາງ​ໄປຢ້ຽມຢາມ​ສູນ​ພວກ​ຜູ້ນຳ​ແມ່ຍິງ ທີ່​ປະ​ເທດ Liberia ​ໃນ​ວັນ​ຈັນ​ວານ​ນີ້ ອັນ​ເປັນ ພາກສ່ວນ​ນຶ່ງ​ໃນ​ການ​ດຳ​ເນີນ​ຄວາມ​ພະຍາຍາມ ​ເພື່ອ​ຊຸກຍູ້​ການ​ສຶກສາ​ສຳລັບ​ພວກແມ່ຍິງ​ໃນ​ອາ​ຟຣິກາ.

ທ່ານ​ນາງ Obama ​ໄດ້​ພົບ​ປະ​ກັບ​ພວກ​ຍິງ​ສາ​ວ ທີ່​ໂຄງການຂອງ​ອົງການ​ອາ ສາສະໝັກ​ເພື່ອ​ສັນຕິພາບ ທີ່​ເມືອງ Kakata ລຸນ​ຫລັງ​ໄດ້​ຮັບ​ການ​ຕ້ອນຮັບ​ເປັນ ຢ່າງ​ດີ​ພິ​ເສດ ທີ່​ນະຄອນຫຼວງ​ຂອງ​ Liberia ຮວມທັງ​ການ​ຟ້ອນ​ແບບ​ພື້ນ​ເມືອງ.

​ໃນ​ຕອນ​ເຊົ້າມື້ວານ​ນີ້ ທ່ານ​ນາງ​ໄດ້​ພົບ​ປະ​ກັບ​ປະທານາທິບໍ​ດີ Liberia ທ່ານ​ນາງ Ellen Johnson​ ​ແມ່ຍິງ​ຄົນ​ທຳ​ອິດ​ທີ່​ໄດ້​ຖືກ​ເລືອກ​ເປັນ​ປະມຸກ​ຂອງ​ປະ ​ເທດ​ໃນ​ອາ​ຟຣິກາ.

ສະຕີໝາຍ​ເລກ​ນຶ່ງ​ຂອງ​ສະຫະລັດ ​ໄດ້​ເດີນທາງ​ໄປ​ຢ້ຽມຢາມ​ພ້ອມ​ດ້ວຍ​ລູກ​ສາວ ນາງ Malia ອາຍຸ 18​ ປີ ທີ່​ໄດ້​ຮຽນ​ຈົບ​ມັດທະຍົມ​ໃນ​ປີນີ້ ​ແລະ​ນາງ Sasha ອາຍຸ 15 ປີ​ ພ້ອມ​ດ້ວຍ​ແມ່​ເຖົ້າຂອງພວກ​ເດັນ​ທັງ​ສອງ ຄື​ຍານາງ Marian Robinson.

ການ​ເດີນທາງ​ຢ້ຽມຢາມ​ເປັນ​ເວລາ 6 ມື້​ແມ່ນ​ຮວມທັງ​ການ​ຢຸດ​ແວ່​ທີ່ Morocco ​ແລະ​ສະ​ເປ​ນ ​ແລະ​ຈະ​ກ່າວ​ຢ້ຳ​ເຖິງ​ການ​ໃຫ້​ໂອກາດ​ແກ່​ພວກ​ເດັກ​ຍິງ​ໄດ້​ຮຽນ ຊຶ່ງ​ເປັນ​ນຶ່ງ​ໃນ​ຂໍ້​ລິ​ເລີ້ມຂອງ​ທ່ານ​ນາງ Obama ນັ້ນ.

ກະລຸນາ​ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG