ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ້າວ Michael Phelps ນັກລອຍນໍ້າ ສະຫະລັດ ປະກາດ ຈະໄປບຳນານ


ນັກກິລາລອຍນໍ້າ ໂອລິມປິກ ສະຫະລັດ ທ້າວ Micheal Phelps ຮັບຮູ້ຕໍ່ຝູງຊົນ ທີ່ໃຫ້ການສະໜັບສະໜູນ.
ນັກກິລາລອຍນໍ້າ ໂອລິມປິກ ສະຫະລັດ ທ້າວ Micheal Phelps ຮັບຮູ້ຕໍ່ຝູງຊົນ ທີ່ໃຫ້ການສະໜັບສະໜູນ.

ນັກ​ລອຍ​ນໍ້າທີ່​ເກັ່ງ​ກ້າ​ສາມາດຂອງສະຫະລັດ ທ້າວ​ Micheal Phelps ຫວັງ​ວ່າ​ຈະ​ໄດ້​ໃຊ້​ເວລາຫຼາຍຂຶ້ນ​ຢູ່​ກັບ​ຄອບຄົວ ​ແລະ​ຢູ່ເດີ່ນ​ຕີ​ກັອຟ ຫລັງ​ຈາກ​ລາວ​ໄດ້​ປະກາດ ​ທີ່​ຈະ​ອອກ ບຳນານ​ໃນ​ວັນ​ຈັນ​ວານ​ນີ້ ຈາກອາຊີບລອຍ​ນໍ້າ​ອາຊີບ.

ທ້າວ​ Phelps ​ເປັນ​ນັກ​ກິລາລອຍ​ນໍ້າ​ໂອ​ລິ​ມປິກ ທີ່ໄດ້​ຮັບ​ຫລຽນ​ຄຳ​ຫລາຍ​ທີ່ສຸດ​ໃນ​ປະ​ຫວັດ​ສາດ​ເຖິງ 23 ຫລຽນ​ຄຳ ​ກ່າວວ່າ ທ່ານ​ດີ​ໃຈ​ກັບ​ມູນ​ເຊື້ອທີ່​ລາວ​ໄດ້​ສ້າງ​ໄວ້ ຫຼັງ​ຈາກ
​ການ​ແຂ່ງຂັນ​ກິລາ​ໂອ​ລິ​ມປິກ​ທີ່​ນະຄອນ Rio ປີ 2016 ​ແລະ​ຢາ​ກຈະ​ລາ​ອອກຈາກ​ການ​ຫລິ້ນ​ກິລາ ຫລັງ​ຈາກ​ປະສົບ​ການ​ກັບ “ຄວາມ​ສຳ​ເລັດ​ອັນ​ຍິ່ງ​ໃຫຍ່​ໃນກິລາ​ໂອ​ລິ​ມປິກ” ທີ່​ທ່ານ​ໄດ້ເຂົ້າຮ່ວມ​ການ​ແຂ່ງຂັນ​ນັ້ນ​.

ລາວກ່າວ​ວ່າ “ບັດ​ຈຸ​ບັນ​ນີ້ ຂ້າພະ​ເຈົ້າມີ​ຄວາມພາກ​ພູມ​ໃຈ ແລະ​ຂ້າພະ​ເຈົ້າ​ຄິດ​ວ່າ​ເປັນ​ເລື້ອງແຕກ​ຕ່າງ​ທີ່​ສຸດລະຫວ່າງປັດ​ຈຸ​ບັນ ​ແລະ​ປີ 2012. ​ໃນ​ປີ​ 2012 ​ນັ້ນ ຂ້າພະ​ເຈົ້າຄິດ​ວ່າ​ຢາກຈະ​ຢຸດເຊົາ​ແລ້ວ ຂ້າພະ​ເຈົ້າ​ບໍ່​ຢາກ​ເຮັດ​ຫຍັງຕື່ມ​ອີກ​ກັບ​ກິລາ​ຕໍ່​ໄປ ​ແລະ​ບັດ​ນີ້​ຂ້າພະ​ເຈົ້າ​ດີ​ໃຈ​ທີ່​ສຸດ ພໍ​ໃຈ​ທີ່​ສຸດ​ກັບ​ບ່ອນ​ທີ່​ຂ້າພະ​ເຈົ້າ​ຢູ່ ​ແລະ​ຂ້າພະ​ເຈົ້າດີ​ໃຈ​ທີ່​ໄດ້​ເສັດ​ສິ້ນ​ວິຊາ​ອາ​ຊີບ​ຂອງ​ຂ້າພເຈົ້າລົງ​ແບບ​ໃດ.

ທ້າວ​ Phelps ຈະ​ອອກ​ຈາກ​ນະຄອນ Rio ພ້ອມດ້ວຍ​ຫລຽນ​ຄຳ​ຫ້າ​ຫຼຽນ ​ແລະ​ຫລຽນ​ເງິນ​ນຶ່ງ​ຫລຽນ. ຫລັງ​ຈາກ​ລາ​ອອກ​ຈາກການ​ລອຍ​ນໍ້າ​ແລ້ວທ້າວ Phelps ອາຍຸ 31 ປີ​ມີແຜນ​ທີ່​ຈະ​ແຕ່ງງານ​ກັບ​ຄູ່​ຮັກ ຍານາງ Nicole Johnson ​ແລະ​ໃຊ້​ເວລາ​ຢູ່​ກັບ​ລູກ​ຊາຍ​ຊື່ວ່າ Boomer.

ລາວກ່າວ​ວ່າ “ຂ້າພະ​ເຈົ້າ​ຢາກ​ຫລິ້ນ​ກັອຟ ມັນ​ເປັນ​ເວລາ​ນານ​ສົມຄວນ​ແລ້ວ ທີ່​ຂ້າພ​ະ​ເຂົ້າ​ໄດ້​ຫລິ້ນ​ກັອ​ຟ. ຂ້າພ​ະ​ເຈົ້າຫວັງ​ວ່າ​ຈະ​ໄດ້​ມີ​ໂອກາດ​ກ່ຽວ​ກັບເລື້ອງ​ດັ່ງ ກ່າວເພື່ອ​ຢາກພັກ​ຜ່ອນ ອອກ​ໄປ​ຫລິ້ນ​ກັບໝູ່​ເພື່​ອນ ນັ່ງ​ພັກຜ່ອນ ​ຕາກ​ແສງຕາ​ເວັນ ​ແລະ​ພຽງ​ແຕ່ພັກຜ່ອນ​ເທົ່າ​ນັ້ນ.”

ນັກ​ກິລາ​ຕີມວຍຣັດ​ເຊຍ​ຮຸ້ນ heavyweigh ທ້າວ Evgeny Tishchenko ​ໄດ້ຮັບ​ຫລຽນ​ຄຳ ໂດຍເອົາ​ຊະນະ ທ້າວ Vassiliy Levit ຈາກ Kazakhstan ທີ່​ມີ​ຄະ​ແນນ​ໃກ້ຄຽງ​ກັນ ທີ່ເຮັດ​ໃຫ້​ຜູ້​ຊົມ​ພາກັນຮ້ອງອອກ​ມາ​ດ້ວຍ​ຄວາມ​ບໍ່ພໍ​ໃຈ​ຕໍ່​ຄະນະ​ກຳມະການ ທີ່ໃຫ້​ຄະ​ແນນ​ວ່າ​ນັກ​ມວຍຣັດ​ເຊຍ​ຊະນະ​ຢ່າງ​ເປັນ​ເອກ​ກະສັນນັ້ນ​.

ນັກກິລາລອຍນໍ້າສະຫະລັດ ທ່ານ Michael Phelps ມີປະຕິລິຍາ ຫລັງຈາກການແຂ່ງລອຍນໍ້າແມງກະເບື້ອງ ລະດູຣ້ອນປີ 2016.
ນັກກິລາລອຍນໍ້າສະຫະລັດ ທ່ານ Michael Phelps ມີປະຕິລິຍາ ຫລັງຈາກການແຂ່ງລອຍນໍ້າແມງກະເບື້ອງ ລະດູຣ້ອນປີ 2016.

ທ້າວ Levit ປາ​ກົດ​ວ່າ​ໄດ້​ຄວບ​ຄຸມ​ການ​ຕີມວຍ​ທັງ​ໝົດ ​ແຕ່​ວ່າ​ກຳມະການ​ທັງ ສາມ​ຄົນໄດ້​ໃຫ້ ທ້າວ Tishchenko ​ເປັນ​ຜູ້​ຊະນະ​ດ້ວຍ​ຄະ​ແນນ 29 ຕໍ່ 28.

ຢູ່​ໃນ​ກິລາ​ແຂ່ງຂັນ​ລົບ​ຖີບ​ຂອງ​ພວກ​ຜູ້​ຊາຍນັ້ນ ທ້າວ Elia Viviani ​ເບິ່ງ​ຄື​ວ່າ​ຈະ​ອອກ​ຈາກ​ການ​ແຂ່ງຂັນ​ເອົາ​ຫລຽນ ຫລັງ​ຈາກໄດ້​ລົ້ມ​ຢູ່​ໃນ​ການ​ແຂ່ງຂັນ ​ແຕ່​ລາວ​ໄດ້​ກັບ​ຄືນ​ມາ ​ເອົາ​ໄຊຊະນະ​ຫລຽນ​ຄຳ ​ໃນ​ຕອນ​ທ້າຍ​ຂອງ​ການ​ແຂ່ງຂັນ​ກິ ລາ​ໂອ​ລິ​ມປິກທີ່​ນະຄອນ Rio.

​ນອກ​ນັ້ນ ໃນ​ວັນ​ຈັນ​ວານ​ນີ້ ຍັງ​ມີ​ການ​ແຂ່ງຂັນ​ກິລາ​ກາ​ຍະ​ກຳ​ຫລື ​gymnastic.​

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG