ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການໃຊ້ ສື່ສັງຄົມ ຫຼາຍເກີນໄປ ຈະນຳໄປສູ່ ການໂດດດ່ຽວ ໃນໄວຜູ້ໃຫຍ່


ການໃຊ້ social media ອາດນຳໄປສູ່ຄວາມໂດດດ່ຽວໄດ້​ອິງຕາມການສຶກສາຄົ້ນຄວ້າໃໝ່ ຮູບຈາກຜູ້ໃຊ້ Flickr Jhaymesisviphotography ຜ່ານທາງ Creative Commons license)
ການໃຊ້ social media ອາດນຳໄປສູ່ຄວາມໂດດດ່ຽວໄດ້​ອິງຕາມການສຶກສາຄົ້ນຄວ້າໃໝ່ ຮູບຈາກຜູ້ໃຊ້ Flickr Jhaymesisviphotography ຜ່ານທາງ Creative Commons license)

ພວກ​ຊາວ​ໜຸ່ມ​ທີ່​ໃຊ້​ເວລາຫຼາຍໆ ​ເພື່ອ​ຊອກ​ຫາ​ການຕິດ​ຕໍ່​ເຂົ້າ​ກັບ​ສັງຄົມ ​ຜ່ານ​ທາງສື່​ສັງຄົມນັ້ນ ສາມາດ​ພົບ​ເຫັນ​ວ່າ​ ພວກ​ເຂົາ​ເຈົ້າມີ​ຄວາມ​ຮູ້​ສຶກໂດດດ່ຽວ ຈາກ​ສັງຄົມຊ້ຳ ອີ​ງຕາມຜົນການ​ສຶກສາຄັ້ງ​ໃໝ່ ​ທີ່ໄດ້​ລົງ​ຄວາມ​ເຫັນ​ວ່າ​ຢ່າງ​ນັ້ນ.

ພວກ​ນັກ​ຄົ້ນ​ຄ້ວາ ​ໄດ້​ສຶກສາ​ເບິ່ງ​ນິ​ໄສການ​ຕິດ​ຕໍ່ທາງສື່​ສັງຄົມ ຂອງ​ຊາວ​ອາ​ເມຣິກັນຜູ້ໃຫຍ່ ​
ໄວ 19 – 32 ປີ 1 ພັນ 787 ​ໂດຍ​ຖາມ ພວກ​ເຂົາ​ເຈົ້າ​ວ່າ ພວກ​ເຂົາ​ເຈົ້າ​ໃຊ້ ​ເວລາ​ຫຼາຍປານ​ໃດ ​ໃນສື່​ສັງຄົມ​ອອນ​ໄ​ລນ໌ ທີ່​ໄດ້​ຮັບ​ຄວາມ​ນິຍົ​ມ 11 websites ທີ່​ຮວມທັງ Facebook,
YouTube, Instragram
, Snapchat, Twitter, LinkedIn, ​ແລະ​ອື່ນໆ​ອີກ.

ຫຼັງ​ຈາກ​ທີ່​ໄດ້​ຄວບ​ຄຸມ ສຳ​ຫຼັບ​ຫຼາຍໆ​ສາ​ເຫດ​ຂອງ​ຂອບ​ເຂດ​ແລ້ວ​ນັ້ນ ພວກ​ເຂົາ​ເຈົ້າທີ່​ໃຊ້
​ສື່​ສັງຄົມ ຫຼາຍ​ກວ່າ 2 ຊົ່ວ​ໂມງ ຕໍ່​ມື້ນັ້ນ ​ແມ່ນ “ມີ​ຄວາມ​ເປັນ​ໄປ​ໄດ້​ເຖິງ 2 ​ເທົ່າ ທີ່​ຈັດ​ໃຫ້​ວ່າ
​ເປັນ​ຄົນໂດດດ່ຽວ ຫຼາຍ​ກວ່າ​ໝູ່​ຂອງ​ພວກ​ເຂົາ​ເຈົ້າ ​ທີ່​ໃຊ້​ເວລາ​ໜ້ອຍ​ກວ່າ​ເຄິ່ງຊົ່ວ​ໂມງ ​
ໃນສື່​ສັງຄົມ​ອອນ​ໄ​ລນ໌ ຕໍ່​ວັນ.”

ພວກ​ທີ່​ເຂົ້າ​ໄປ​ໃຊ້ ສື່​ສັງຄົມ​ອອນ​ໄ​ລນ໌ 58 ​ເທື່ອ ຕໍ່​ນຶ່ງ​ສັບປະດາ ຫຼື ຫຼາຍ​ກວ່າ​ນັ້ນ “​ແມ່ນ​ມີ​
ຄວາມ​ເປັນ​ໄປ​ໄດ້ເຖິງ 3 ​ເທົ່າ ທີ່​ຈະ​ຖືກ​ຈັດ​ໃຫ້​ເປັນ​ຜູ້​ໂດດດ່ຽວ ຫຼາຍ​ກວ່າ ພວກ​ທີ່​ເຂົ້າ​ໄປ
​ຢ້ຽມ​ຊົມ websites ໜ້ອຍ​ກວ່າ 9 ​ເທື່ອ ຕໍ່​ອາທິດ.”

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG