ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄະນະສືບສວນ ມາເລເຊຍ ຈະໄປກວດ ເບິ່ງຊິ້ນສ່ວນ ທີ່ພົບເຫັນໃໝ່


ເຮືອບິນໂດຍສານ ຂອງສາຍການບິນມາເລເຊຍ ທີ່ສະໜາມບິນກົວລາລຳເປີ.
ເຮືອບິນໂດຍສານ ຂອງສາຍການບິນມາເລເຊຍ ທີ່ສະໜາມບິນກົວລາລຳເປີ.

ເຈົ້າໜ້າ​ທີ່​ສືບສວນຂອງ​ອອສ​ເຕຣ​ເລຍ​ແລະ​ມາ​ເລ​ເຊຍ ມີ​ຄວາມ​ກະຕືລືລົ້ນທີ່​ຈະ​ໄດ້​ກວດສອບ​ເບິ່ງ​ໃນ​ອັນ​ທີ່​ອາດ​ຈະ​ເປັນ​ສ່ວນ​ນຶ່ງ​ຂອງຊາກ​ເຮືອບິນ​ໂດຍສານ​ມາ ​ເລ​ເຊຍ​ຖ້ຽວ​ບິນ MH370 ທີ່​ໄດ້​ຫາຍ​ສາບ​ສູນ​ໄປ​ໃນ​ລະຫວ່າງ​ເດີນທາງ​ແຕ່​ນະ ຄອນ​ກົວ​ລາ​ລຳ​ເປີ​ໄປ​ຫາ ປັກ​ກິ່ງ​ເມື່ອ​ສອງ​ປີ​ກ່ອນ.

​ເຮືອ​ບິນ​ໂດຍສານ​ລຳ​ນີ້ ບັນທຸກ​ຜູ້​ໂດຍສານ​ແລະ​ຈຸ​ບິນ 239 ຄົນ ​ເວລາ​ຫາຍສາບ​ສູນ​ໄປ ໃນ​ເດືອນ​ມີນາ​ປີ 2014.

Missing Malaysian Plane
please wait

No media source currently available

0:00 0:00:36 0:00

ຊາກ​ທີ່​ອາດ​ເປັນ​ຂອງ​ເຮືອບິນ​ລຳ​ດັ່ງກ່າວ ​ໄດ້​ຖືກ​ນ້ຳ​ທະ​ເລ​ພັດ​ຂຶ້ນຝັ່ງ​ເມື່ອ​ໄວໆມານີ້ ທີ່​ປະ ເທດມາດາ​ກາສກ້າ ​ແລະ​ເກາະດອນ​ນຶ່ງ​ທີ່ຢູ່​ພາກ​ໃຕ້​ຂອງ​ອອສ​ເຕຣ​ເລຍ.

ທີ່​ມາດາ​ກາສກ້າ ສ່ວນນຶ່ງ​ຂອງ​ບ່ອນ​ນັ່ງ​ແລະ​ແຜ່ນ​ປົກ​ຂອງ​ປີກ​ເຮືອບິນ​ໄດ້ມີ​ການ​ພົບ​ເຫັນ.

ຂະນະ​ດຽວ​ກັນ ຊິ້ນສ່ວນ​ອີກອັນ​ນຶ່ງ​ຂອງ​ເຮືອບິນ​ກໍ​ໄດ້​ມີ​ການ​ພົບ​ເຫັນ​ທີ່​ເກາະ Kangaroo ຂອງ​ອອສ​ເຕຣ​ເລຍ​ທີ່​ມີ​ຄຳ​ເວົ້າທີ່​ຂຽນ​ວ່າ ຫ້າມ​ຢຽບ​ ຢູ່​ໃນນັ້ນ.

​ພວກ​ເຈົ້າໜ້າ​ທີ່​ເຊື່ອ​ວ່າ ຖ້ຽວ​ບິນ MH370 ​ໄດ້​ປະສົບ​ອຸບັດ​ເຫດ​ຕົກລົງ​ໃສ່​ທະ​ເລ ​ແຕ່​ບໍ່​ສາ ມາດ​ພົບ​ເຫັນ​ຊາກ​ຂອງ​ເຮືອບິນ​ດັ່ງກ່າວ​ຢູ່​ພື້ນທະ​ເລ.

ແຜນທີ່ມາດາກາສກ້າ
ແຜນທີ່ມາດາກາສກ້າ

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG