ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ລາຊາຄ້າຢາ ເສບຕິດຂອງ ເມັກຊິໂກ ໃຫ້ການສຳພາດ ແກ່ ໜັງສືພິມ Rolling Stone

ແມ່ຍິງຄົນໜຶ່ງຍ່າງຜ່ານໜັງສືພິມທີ່ມີຮູບຂອງລາຊາຄ້າຢາເສບຕິດທີ່ຖືກຈັບໄດ້ຄືນ ທ້າວ Joaquin "Chapo" Guzman ໃນເມືອງ Culiacan, ປະເທດ ເມັກຊິໂກ. 9 ມັງກອນ, 2016.
ແມ່ຍິງຄົນໜຶ່ງຍ່າງຜ່ານໜັງສືພິມທີ່ມີຮູບຂອງລາຊາຄ້າຢາເສບຕິດທີ່ຖືກຈັບໄດ້ຄືນ ທ້າວ Joaquin "Chapo" Guzman ໃນເມືອງ Culiacan, ປະເທດ ເມັກຊິໂກ. 9 ມັງກອນ, 2016.

ນັກສະແດງຮູບເງົາ ສະຫະລັດSean Penn ໄດ້ພົບກັບລາຊາຄ້າ ຢາເສບຕິດ ທີ່ເປັນຕຳນານຂອງ ເມັກຊິໂກ ທ້າວ Jaoquin “El Chapo” Guzman ໃນ ເມັກຊິໂກ ຫຼາຍເດືອນກ່ອນທີ່ລາວຈະຖືກ ຈັບກຸມ, ສຳລັບການສຳພາດທີ່ເອົາລົງ ໃນເວັບໄຊທ໌ຂອງ ວາລະ ສານ Rolling Stone ໃນຕອນແລງຂອງວັນເສົາທີ່ ຜ່ານມາ. ມື້ໜຶ່ງ ຫຼັງຈາກທ້າວ Guzman ໄດ້ຖືກຈັບໂດຍເຈົ້າໜ້າທີ່ ເມັກຊິໂກ.

ທ້າວ Guzman ໄດ້ອາສາສະໝັກກ່າວ “ຢ່າງພາກພູມໃຈ” ຕໍ່ທ້າວ Penn ວ່າ “ຂ້ອຍຈຳໜ່າຍຢາ ເຮໂຣອິນ, ຢາບ້າ, ໂຄເຄນ, ແລະ ກັ່ນຊາ ຫຼາຍກວ່າ ຜູ້ໃດ ຢູ່ໃນໂລກນີ້. ຂ້ອຍມີຝູງເຮືອດຳນ້ຳ, ເຮືອ ບິນຫຼາຍລຳ, ລົດບັນທຸກ ແລະ ກໍ ເຮືອຫຼາຍລຳ.” ທ້າວ Penn ໄດ້ ອະທິບາຍວ່າ ທ້າວ Guzman ກ່າວຢ່າງ “ບໍ່ມີ ຄວາມເສຍໃຈເລີຍ.”

ຕຳຫຼວດລັດຖະບານຢືນໃນອຸມົງ ບ່ອນທີ່ເຈົ້າໜ້າທີ່ອ້າງວ່າລາຊາຄ້າຢາເສບຕິດທ້າວ Joaquin "El Chapo" Guzman ໃຊ້ໃນການຫຼົບໜີຈາກຄຸກ Alriplano ທີ່ມີຄວາມເຄັ່ງຄັດສູງສຸດ ໃນເມືອງ Almoloya, ພາກຕາເວັນຕົກຂອງນະຄອນຫຼວງ Mexico City. 16 ກໍລະກົດ 2015.

ທ້າວ Guzman ກ່າວກ່ຽວກັບການຄ້າຢາເສບຕິດຂອງລາວວ່າ “ຖ້າມັນບໍ່ມີ ການບໍລິໂພກ, ມັນກໍຈະບໍ່ມີການຊື້ຂາຍກັນ. ມັນແມ່ນຄວາມຈິງທີ່ວ່າການ ບໍລິໂພກ, ມື້ຕໍ່ມື້, ມັນຈະໃຫຍ່ ແລະ ໃຫຍ່ຂຶ້ນ. ດັ່ງນັ້ນມັນກໍຈະມີການຂາຍ ແລະ ຂາຍກັນຕໍ່ໄປອີກ.”

ການໂຕນຄຸກໃນວັນທີ 11 ກໍລະກົດປີກາຍນີ້ຂອງທ້າວ Guzman ແມ່ນປະສົບ ຜົນສຳເລັດ ດ້ວຍການຫຼົບເຂົ້າໄປໃນອຸມົງໃຕ້ດິນ 1.5 ກິໂລແມັດ, ຂຸດລົງໄປຢ່າງ ລຶກລັບຈາກຫ້ອງຂັງ ຂອງລາວໄປຫາໝູ່ບ້ານທີ່ຢູ່ໃກ້ຄຽງ. ແລະ ເປັນຄັ້ງທີສອງ ຂອງການຫຼົບໜີໃນຮອບ 14 ປີທີ່ ຜ່ານມາ.

Mexico El Chapo
please wait
Embed

No media source currently available

0:00 0:02:35 0:00

XS
SM
MD
LG