ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ເມັ​ກຊິໂກປ່ອຍ ແມ່ຍິງອາ​ເມຣິກັນ ທີ່ຖືກຈັບ ໃນຂໍ້ຫາ ຄ້າຢາເສບຕິດ ​(ວີດີໂອ)


ນາງ Yanira Maldonado ​ໄດ້​ຖືກປ່ອຍໂຕອອກ​ມາ​ຈາ​ກຄຸກ ໃນ​ຕອນ​ແລງ​ຂອງ​ວັນ​ພະຫັດວານ​ນີ້ ຢູ່​ທີ່​ເມືອງ ​Nogales.
ນາງ Yanira Maldonado ​ໄດ້​ຖືກປ່ອຍໂຕອອກ​ມາ​ຈາ​ກຄຸກ ໃນ​ຕອນ​ແລງ​ຂອງ​ວັນ​ພະຫັດວານ​ນີ້ ຢູ່​ທີ່​ເມືອງ ​Nogales.
ບັນດາ​ເຈົ້າ​ໜ້າທີ່ເມັ​ກຊິໂກ ​ໄດ້​ປ່ອຍ​ໂຕ ແມ່ຊາວ​ອາ​ເມຣິກັນ
​ທີ່​ມີ​ລູກ 7 ຄົນ​ ​ ​ທີ່​ໄດ້​ຖືກ​ກັກ​ຂັງ​ໃນ​ຂໍ້​ຫາລັກ​ລອບ​ຢາ​ເສບ​ຕິດ
ຊຶ່ງ​ເປັນຄະດີທີ່​ສ້າງ​ຄວາມ​ສົນໃຈ​ຢູ່ໃນທົ່ວ​ໂລກ ​ແລະ​ຂົ່ມຂູ່ທີ່​
ຈະ​ສ້າງ​ຄວາມ​ເສຍ​ຫາຍ ຕໍ່​ຄວາມສໍາພັນ​ລະຫວ່າງສະຫະ​ລັດ
ແລະເມັ​ກຊິ​ໂກ.

ນາງ Yanira Maldonado ​ໄດ້​ຖືກ​ຕ້ອນຮັບ​ຈາກ​ຄອບຄົວ​
ຂອງ​ນາງ ​ແລະ​ບັນດາ​ຜູ້​ປາດ​ຖະໜາ​ດີ ​ໃນ​ຂະນະ​ທີ່​ນາງ​ຢ່າງ​
ອອກ​ມາ​ຈາ​ກຄຸກໃນ​ຕອນ​ແລງ​ຂອງ​ວັນ​ພະຫັດວານ​ນີ້ ຢູ່​ທີ່​
ເມືອງ​Nogales ຊຶ່ງ​ເປັນ​ຫົວ​ເມືອງ​ຊາຍ​ແດນຂອງເມັກ​ຊິ​ໂກ
ບ່ອນ​ທີ່ນາງ​ໄດ້​ຖືກ​ກັກ​ຂັງ​ໄວ້ ​ເປັນ​ເວລາ 9 ມື້.

ກອງທັບເມັກ​ຊິ​ໂກ ​ໄດ້ຈັບ​ນາງໃສ່​ຄຸກ ຫລັງ​ຈາກ​ໄດ້​ພົບ​ເຫັນ
ກັນຊາ ​ຫລາຍກວ່າຫ້າ​ກິໂລ ຢູ່​ກ້ອງ​ບ່ອນ​ນັ່ງ​ຂອງ​ນາງໃນ​ລົດ
​ເມ​ໂດຍສານ ທີ່​ມຸ້ງໜ້າ​ສູ່ລັດ Arizona ທາງພາກຕາເວັນຕົກ
​ສຽງ​ໃຕ້​ຂອງສະຫະລັດ.

ການ​ກ່າວ​ຫາ​ຕໍ່ນາງ ​ໄດ້​ຖືກ​ຍົກ​ເລີກ ຫລັງ​ຈາກມີການກວດ​ເບິ່ງ​ຄືນ ພາບ​ຖ່າຍ​ຂອງ​ກ້ອງ​ວົງ
ຈອນ​ປິດ ​ທີ່​ຄິວລົດ​ເມ​ໂດຍສານ ຊຶ່ງສະ​ແດງໃຫ້​ເຫັນ​ວ່າ ນາງແລະ​ສາມີໄດ້ຂື້ນລົດ​ເມ ຖືແຕ່​
ຜ້າ​ຫົ່ມ ​ແກ້ວ​ນໍ້າ ​ແລະ​ກະ​ເປົາ​ເງິນ​ຂອງ​ນາງເທົ່າ​ນັ້ນ.

ນາງ Maldonado ​ແມ່ນ​ເກີດ​ຢູ່​ເມັກ​ຊິ​ໂກ ​ແຕ່ໄດ້ໂອນສັນຊາດ​ເປັນ​ພົນລະ​ເມືອງອາ​ເມ
ຣິກັນ. ນາງ ​ແລະ​ສາມີ ທ່ານ Gary ກ່າວ​ວ່າ ​ເຂົາ​ເຈົ້າ​ໄດ້ໄປ​ຢ້ຽມຢາມ​ເມັກ​ຊິ​ໂກ ​ເພື່ອຮ່ວມ​
ພິທີສົ່ງສະການພີ່ນ້ອງ.

Mexico
please wait
Embed

No media source currently available

0:00 0:01:04 0:00

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ວີໂອເອຮອບໂລກໃນ 60 ວິນາທີ ວັນທີ 23 ມີນາ 2024

XS
SM
MD
LG