ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາຊາ​ ຄ້າ​ຢາ​ເສບຕິດ​ ເມັ​ກຊິ​ໂກ ​ຖືກ​ປ່ອຍໂຕ​


ສານ​ເມັກ​ຊິ​ໂກ ​ໄດ້​ຕັດສິນ​ຕ່າວ​​ປີ້ນ​ການ​ລົງ​ໂທດ ປ່ອຍໂຕທ້າວ Rafael Caro Quintero ​ຍ້ອນ​ເຫດຜົນທາງ​ດ້ານ​ເທັກ​ນິກ
ສານ​ເມັກ​ຊິ​ໂກ ​ໄດ້​ຕັດສິນ​ຕ່າວ​​ປີ້ນ​ການ​ລົງ​ໂທດ ປ່ອຍໂຕທ້າວ Rafael Caro Quintero ​ຍ້ອນ​ເຫດຜົນທາງ​ດ້ານ​ເທັກ​ນິກ
ລາຊາ​ຄ້າ​ຢາ​ເສບຕິດ​ໃຫຍ່​ຄົນ​ນຶ່ງຂອງເມັ​ກຊິ​ໂກ ​ໄດ້ຖືກ​ປ່ອຍ​ໃຫ້​
ເປັນ​ອິດ​ສະຫລະ​ຫລັງ​ຈາກ​ຕິດ​ຄຸກມາ​ໄດ້​ 28 ປີຂອງໂທດ​ຈຳ​ຄຸກ
40 ປີ ​ໃນ​ຖານ​ຄາດ​ຕະກໍາ​ເຈົ້າ ໜ້າ​ທີ່​ປາບ​ປາມ​ຢາ​ເສບ​ຕິດຂອງ
ສະຫະລັດ.

ສານແຫ່ງນຶ່ງຂອງ​ເມັກ​ຊິ​ໂກ ​ໄດ້​ຕັດສິນ​ຢ່າງບໍ່​ຄາດຝັນ ຕ່າວປີ້ນ​
ການ​ລົງ​ໂທດຕໍ່ ທ້າວ Rafael Caro Quintero ​ຍ້ອນ​ເຫດຜົນ
​ທາງ​ດ້ານ​ເທັກ​ນິກ ​ໂດຍເວົ້າວ່າ ຜູ້ກ່ຽວ​ຄວນ​ຖືກ​ດຳ​ເນີນ​ຄະດີ ​ຢູ່​
ສານ​ຂອງລັດຖະບານ​ກາງ ​ແທນ​ທີ່​ຈະ​ເປັນສານ​ປະ​ຈໍາ​ລັດ ​ໃນ​ການ​ຄາດ​ຕະກຳ ທ່ານ Enrique Camarena. ທ້າວ Caro Quintero ​ໄດ້​ຢ່າງ​ອອກ​ຈາກ​ຄຸກ​ຢ່າງ​ຫງຽບໆ ​ໃນ​ຄອນ​ເຊົ້າ​ມືດ ຂອງ​ມື້ວັນ​ສຸກ ວານ​ນີ້.

ຫ້ອງການ​ປາບ​ປາມ​ຢາ​ເສບ​ຕິດຂອງ​ສະຫະລັດ​ ຫຼື DEA ກ່າວ​ວ່າ ມັນ “​ເປັນ​ການລົບ​ກວນ​ຈິດ​ໃຈຢ່າງ​ຮ້າຍ​ແຮງ” ​ໃນການ​ຕັດສິນ​ຂອງ​ສານ​ເມັກຊິ​ໂກ ​ໂດຍ​ຮ້ອງທ້າວ Caro Quinero ວ່າ “​ເປັນ​ຜູ້​ສັ່ງ​ການ​ແລະ​ຈັດແຈງ” ​ໃນການ “ລັກ ພາ​ໂຕ ທໍລະມານແລະ​ຄາດ​ຕະກໍາ” ທ່ານ Camarena. ອົງການ DEA ກ່າວ​ວ່າ ຕົນ​ຈະ​ສືບ​ຕໍ່​ດຳ​ເນີນ​ຄວາມ​ພະຍາຍາມຢ່າງ​ສຸດ​ຂີດ ​ເພື່ອ​ຄໍ້າປະກັນ​ວ່າທ້າວ Caro Quitero ຈະປະ​ເຊີນ​ໜ້າກັບ​ຂໍ້​ຫາ​ເຫຼົ່ານີ້ ຢູ່​ໃ​ນສະຫະລັດ ກ່ຽວ​ກັບ​ຄວາມ​ຜິດ​ທີ່​ລາວ​ໄດ້​ທໍາ​ລົງ​ໄປນັ້ນ.

ສຳນັກງານ​ອະທິ​ໄອ​ຍະ​ການ​ຂອງ​ເມັກຊິ​ໂກ ກ່າວ​ຢູ່ໃນ​ຖະ​ແຫລ​ງການ​ສະບັບ​ນຶ່ງ ວ່າ ຕົນ
ບໍ່​ເຫັນ​ດີ​ນໍາ​ການ​ຕັດສິນ​ຂອງ​ສານ ​ແລະ​ກໍາລັງ​ສືບສວນເບິ່ງ​ການ​ຕັດສິນ ດັ່ງກ່າວ.

ການ​ລັກພາ​ໂຕ​ ທໍລະມານ ​ແລະ​ຄາດ​ຕະກຳ ທ່ານ Camarera ​ໄດ້​ສ້າງ​ຄວາມ ​ເຄັ່ງ​ຕຶງ​ໃຫ້​ແກ່ສາຍ​ສໍາ​ພັນລະຫວ່າງ ສະຫະລັດ ​ແລະ​ເມັກຊິ​ໂກ. ບັນດາ​ເຈົ້າໜ້າ​ທີ່ອາ​ເມຣິກັນ ​ໄດ້​ກ່າວ​ຫາຄູ່​ຕໍາ​ແໜ່​ງຝ່າຍ​ເມັກຊິ​ໂກວ່າ ປ່ອຍ​ໃຫ້ຜູ້​ສັງຫານ​ ທ່ານ Camarena ເປັນ​ອິດ​ສະຫລະ​. ທ້າວ Caro Quintero ​ໃນ​ທີ່​ສຸດ​ກໍໄດ້​ຖືກ​ຈັບ​ຢູ່ Costa Rica.
XS
SM
MD
LG