ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາຊາ ຄ້າຢາເສບຕິດ ເມັກຊິໂກ ອີກຄົນນຶ່ງ ຖືກຂ້າຕາຍ ໃນການຍິງຕໍ່ສູ້ກັນ (ວີດີໂອ)


Mexico drug lord
please wait
Embed

No media source currently available

0:00 0:00:56 0:00

ລາຊາຄ້າຢາເສບຕິດ ເມັກຊິໂກ

ບັນດາ​ເຈົ້າ​ໜ້າ​ທີ່​ເມັກ​ຊິ​ໂກ ກ່າວ​ວ່າ ລາຊາ​ຄ້າ​ຢາ​ເສບ​ຕິດ​
ທີ່​ມີ​ອຳນາດຄົນ​ນຶ່ງ ທີ່​ມີ​ລາຍ​ງານ​ວ່າ​ຜູ້ກ່ຽວ​ໄດ້​ຖືກ​ຂ້າ​ຕາຍ
​ເມື່ອ 3 ປີຜ່ານມາ​ນັ້ນ ​ຄວາມ​ຈິງ​ແລ້ວ ​ຫາກໍ​ຖືກ​ຂ້າ​ຕາຍ​ເມື່ອ
ເຊົ້າ​ວັນ​ອາທິດ​ວານ​ນີ້ ​ໃນ​ການ​ຍິງ​ຕໍ່ສູ້​ກັນ​ກັບ​ພວກ​ທະຫານ​
ມາຣິນ ​ໃນ​ພາກ​ຕາ​ເວັນ​ຕົກ​ຂອງ​ເມັກ​ຊິ​ໂກ.

​ໃນປີ 2010 ນັ້ນໄດ້ມີ​ລາຍ​ງານວ່າ​ ນາຍ Nazario Moreno
ຫົວໜ້າແກ໊ງອາ​ຊະ​ຍາ​ກຳທີ່​ມີ​ອຳນາດກຸ່ມ​ນຶ່ງ ທີ່​ໄດ້ທຳ​ການ
​ປຸ້ນ​ສະດົມ​ຢູ່​ໃນ​ລັດ Michoacan ​ໃນ​ພາກ​ຕາ​ເວັນ​ຕົກ​ຂອງ​
ເມັກ​ຊິ​ໂກ ໄດ້​ຖືກ​ກຳລັງ​ຂອງລັດຖະບານຂ້າ​ຕາຍໃນ​ການ​ຍິງ​
ຕໍ່ສູ້​ກັນ​ໃນ​ເດືອນທັນວາ.

ບໍ່​ໄດ້​ມີ​ການ​ພົບ​ເຫັນ​ສົບ​ຂອງ​ຜູ້ກ່ຽວຈັກ​ເທື່ອ ​ແຕ່​ລັດຖະບານ​ຂອງປະທານາທິບໍດີ Felipe Calderon ​ໃນ​ເວລາ​ນັ້ນ ​ໄດ້ປະກາດ​ຢ່າງ​ເປັນ​ທາງ​ການ​ວ່າ ຜູ້ກ່ຽວ​ໄດ້​ເສຍ​ຊີວິດ​ໄປ​ແລ້ວ.

ນັບ​ແຕ່​ມີ​ລາຍ​ງານ​ກ່ຽວ​ກັບ​ການ​ເສຍ​ຊີວິດ​ຂອງ​ຜູ້ກ່ຽວເປັນ​ຕົ້ນ​ມານັ້ນ ກຸ່ມ​ຄ້າ​ຢາ​ເສບ​ຕິດ​
ຂອງ​ຜູ້ກ່ຽວ ຄື ກຸ່ມ La Familia Michoacana ກໍໄດ້ປ່ຽນ​ຊື່​ເປັນ​ກຸ່ມ Knights Templar ທີ່ໂຫ​ດ​ຮ້າຍ​ແລະ​ມີ​ອຳ​ນາດ​ຫຼາຍ​ຂຶ້ນກ່ວາ​ເກົ່າ.

ຂ່າວ​ການ​ເສຍ​ຊີວິດຂອງ​ນາຍ Moreno ໃນ​ຄັ້ງນີ້ ມີ​ຂຶ້ນ​ໃນ​ເວລາ​ບໍ່​ດົນ ຫຼັງ​ຈາກ​ການ​ຈັບ​
ໂຕ ນາຍ Joaquin “El Chapo” Guzman ລາຊາ​ຄ້າ​ຢາ​ເສບ​ຕິດ​ທີ່​ມີ​ອຳນາດ​ອິດ​ທິ
ພົນ​ຫຼາຍ​ທີ່​ສຸດ ຂອງ​ເມັກ​ຊິ​ໂກ ໃນ​ວັນ​ທີ 22 ກຸມພາ​ຜ່ານ​ມາ​ນີ້ ​ ຊຶ່ງ​ຜູ້ກ່ຽວໄດ້ຍອມ​ຈຳນົນ
​ຕໍ່​ເຈົ້າໜ້າ​ທີ່​ຢ່າງ​ສັນຕິ ຫຼັງ​ຈາກ​ຫຼົບ​ຫຼີກ​ຈາກ​ເຈົ້າ​ທີ່​ມາ​ໄດ້ 13 ປີ.

ລາຊາ​ຄ້າ​ຢາ​ເສບ​ຕິດທີ່​ມີ​ອິດ​ທິພົນອີກ​ຄົນ​ນຶ່ງ ຄື ນາຍ Miguel Angel Travino ຫົວ
ໜ້າ​ກຸ່ມ Zetas ​ກໍໄດ້​ຖືກ​ຈັບ​ ໃນ​ກາງ​ປີຜ່ານມາ​ນີ້.
XS
SM
MD
LG