ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ນັກຂ່າວ ເມັກຊິກໂກ ປະທ້ວງ ຫຼັງຈາກ ເພື່ອນຮ່ວມງານ ຖືກຄາດຕະກຳ


ນັກປະທ້ວງຄົນໜຶ່ງ ຍົກຮູບຂອງຊ່າງພາບນັກຂ່າວ ທ້າວ Ruben Espinosa ໃນລະຫວ່າງການປະທ້ວງຕໍ່ການ ຄາດຕະກຳຂອງລາວ ທີ່ອານຸສາວະລີ Angel of Independence ໃນນະຄອນຫຼວງ ເມັກຊິໂກ ຊິຕີ້, ປະເທດ ເມັກຊິກໂກ. 2 ສິງຫາ, 2015.
ນັກປະທ້ວງຄົນໜຶ່ງ ຍົກຮູບຂອງຊ່າງພາບນັກຂ່າວ ທ້າວ Ruben Espinosa ໃນລະຫວ່າງການປະທ້ວງຕໍ່ການ ຄາດຕະກຳຂອງລາວ ທີ່ອານຸສາວະລີ Angel of Independence ໃນນະຄອນຫຼວງ ເມັກຊິໂກ ຊິຕີ້, ປະເທດ ເມັກຊິກໂກ. 2 ສິງຫາ, 2015.

ນັກ​ຂ່າວ​ຈຳນວນ​ຫຼາຍ​ຮ້ອຍ​ຄົນ ​ໄດ້​ພາກັນ​ເດີ​ນຂະ​ບວນ​ໃນ​ວັນ​ອາທິດ​ວານ​ນີ້​ໃນ​ນະຄອນຫຼວງ​ຂອງ ເມັກ​ຊິ​ໂກ ​ເພື່ອ​ປະ​ທ້ວງ​ຕໍ່​ການ​ສັງຫານ ຊ່າງ​ພາບ​ນັກ​ຂ່າວຄົນ​ໜຶ່ງ ​ເຊິ່ງຖືກ​ພົບ​ເຫັນ​ເສຍຊີວິດ​ຈາກ​ການ​ຖືກ​ຍິງ​ພ້ອມ​ກັບ​ແມ່ຍິງ 4 ຄົນ.

​ພວກ​ເຂົາ​ເຈົ້າ​ພາກັນ​ຖື​ປ້າຍ ​ກ່າ​ວປະນາມ​ຄວາມ​ຮຸ​ນ​ແຮງ​ຕໍ່​ນັກ​ຂ່າວ, ຮຽກຮ້ອງ​ໃຫ້​ມີ​ຄວາມ​ຍຸດຕິ​ທຳ ​ແລະ ຢຸດຕິ​ຕໍ່​ການ​ໃຫ້​ອະ​ໄພ​ຍະ​ໂທດ, ​ພ້ອມ​ກັບ​ຮູ​ບຂອງ​ທ້າວ Ruben Espinosa, ຜູ້​ທີ່​ໄດ້​ຫຼົບ​ໜີ​ເຂົ້ານະຄອນຫຼວງ ​ເມັກ​ຊິ​ໂກ ຊິ​ຕີ້ ​ເມື່ອຫຼາຍ​ສັບປະດາ​ຜ່ານ​ມາ​ຫຼັງ​ຈາກຖືກ​ກໍ່ກວນ​ຢູ່​ນອກ​ເຮືອນ​ຂອງ​ລາວທີ່​ເມືອງ Veracruz.

​ໄອ​ຍະ​ການ​ຂອງນະຄອນຫຼວງ ເມັກ​ຊິ​ໂກ ຊິຕີ້ ​ໄດ້​ກ່າວ​ຕໍ່ບັນ​ດາ​ນັກ​ຂ່າວໃນ​ວັນ​ອາທິດ​ວານ​ນີ້ວ່າ “ທຸກ​ວິທີ​ທາງ​ຂອງ ​ການ​ສືບ​ສວນ​ສອບ​ສວນ​ແມ່ນໄດ້ເປີດ​ແລ້ວ” ​ໃນຄະ​ດີດັ່ງກ່າວ​, ​ແລະ ວ່າທ້າວ Espinosa ເຂົ້າມາ​ໃນ​ເມືອງ​ເພື່ອຊອກ​ວຽກ​ເຮັດ​.

ບັນດາ​ນັກ​ຂ່າວ ​ແລະ ທະນາຍຄວາມ​ ສື່​ອິ​ດສະຫຼະ, ລວມມີ​ທ້າວ Dario Ramirez ຂອງ​ກຸ່ມ​ມາດ​ຕາ 19, ຢາກ​ໃຫ້​ບັນດາ​ອຳນາດ​ການ​ປົກຄອງ ຊອກ​ຫາໄພ​ຂົ່ມຂູ່​ທີ​ອາດ​ເປັນ​ໄປ​ໄດ້​ຕໍ່​ທ້າວ Espinosa ​ເຊິ່ງເກີດ​ຂຶ້ນ​ຍ້ອນ​ໜ້າ​ທີ່​ວຽກ​ງານ​ຂອງ​ລາວ.

Mexico violence
please wait
Embed

No media source currently available

0:00 0:01:47 0:00

XS
SM
MD
LG