ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການຕາມລ່າຫາ ລາຊາຄ້າ ຢາເສບຕິດ ເມັກຊິໂກ ກຳລັງດຳເນີນໄປຢູ່


Mexico Escapee
please wait
Embed

No media source currently available

0:00 0:02:12 0:00

ຊົມວິດີໂອ ກ່ຽວກັບ ຂ່າວນີ້

ລາຊາຄ້າ​ຢາ​ເສບ​ຕິດ​ລາຍ​ໃຫຍ່ ທີ່​ມີ​ຊື່​ສຽງ​ເໜົ່າ​ເໝັນ ຄື​ນາຍ Joaquin “El Chapo” Guzman ​ໄດ້ໂຕນຄຸກ​ທີ່​ມີ​ການ​ຮັກສາ​ຄວາມ​ປອດ​ໄພ​ຢ່າງເຄັ່ງຄັດ ​ເປັນ​ເທື່ອ​ທີ​ສອງ​ໃນ​ຮອບ 14 ປີຜ່ານ​ມາ.

ທ່ານ Monte Alejandro Rubido ປະທານຄະນະ​ກຳ​ມະ​ທິການ​ຄວາມ​ປອດ​ໄພ​ຂອງ ແມັກ​ຊິ​ໂກ ​ໄດ້​ກ່າວ ໃນ​ກອງ​ປະຊຸມຖະ​ແຫຼ​ງ​ ​ຂ່າວ ເມື່ອ​ວັນ​ອາທິດ​ວານ​ນີ້ ວ່າ ນາຍ Guzman ​ຜູ້ເປັນ​ຫົວໜ້າ​ນຳພາ​ແກັ່ງນັກ​ຄ້າ​ຢາ​ເສບ​ຕິດ Sinaloa ທີ່​ມີ​ອິດ​ທິພົນ​, ​ໄດ້​ຖືກ​ພົບ​ເຫັນ​ຄັ້ງ​ສຸດ​ທ້າຍ​ ຢູ່​ໃນບໍ​ລິ​ເວນ​ບ່ອນ​ອາບນ້ຳຂອງ​ຄຸກ Altiplano.

ທ່ານ Rubido ກ່າວ​ວ່າ ນາຍ Guzma ​ໄດ້ຫຼົບໜີ​ຜ່ານຂຸມ​ສີ່​ຫລ່ຽມ ທີ່​ໄດ້​ພົບ​ເຫັນ​ຢູ່​ໃຕ້​ພື້ນຂອງຫ້ອງນ້ຳດັ່ງກ່າວ. ທ່ານ​ກ່າວ​ອີກ​ວ່າ ຂຸມດັ່ງກ່າວນັ້ນ ​ເຊື່ອມ​ຕໍ່​ກັບ​ອຸໂມງ ຍາວ 1.5 ກິ​ໂລ​ແມັດ ທີ່​ນຳ​ໄປ​ສູ່ເມືອງ​ໃນ​ທ້ອງ​ຖິ່ນ.

ບັນດ​າ​ເຈົ້າໜ້າ​ທີ່​ກ່າວ​ວ່າ ນາຍ Guzman ​ໄດ້ລົງໄປ​ໃນຂຸມ​ເລີກ 10 ​ແມັດ ​ດ້ວຍ​ຂັ້ນ​ໄດ ທີ່​ຕິດ​ຕໍ່​ໃສ່​ກັບ​ອຸ​ໂມງ ທີ່ມີ​ລະບົບ​ທ່າ​ຍ​ເທ​ອາກາດ​ຄົບ​ຖ້ວນ ​ແລະມີແສງ​ສະຫວ່າງ​ດີ. ບັນດ​າ​ເຈົ້າໜ້າ​ທີ່ ຍັງ​ໄດ້​ພົບເຫັນລົດຈັກ​ດັດ​ແປງ​ໃຫ້​ແລ່ນ​ຢູ່​ເທິງ​ລາງ​ຄູ່ ​ແລະ ​ເຄື່ອງມື​ຈຳນວນ​ໜຶ່ງ ທີ່​ພວກ​ເຂົາ​ເຈົ້າ​ເຊື່ອ​ວ່າ ຖືກນຳ​ໃຊ້​ໃນ​ການ​ຂົນ​ເອົາ​ດິນ​ອອກ​ໄປ​ຈາກ​ຂຸມ ​ໃນ​ລະຫວ່າງ​ການ​ກໍ່ສ້າງອຸ​ໂມງ​ນັ້ນ.

ທ່ານ Rubido ກ່າວ​ວ່າ ພະນັກງານ​ປະຈຳ​ຄຸກ 18 ຄົນ ​ຖືກຄຸມ​ຕົວ​ໄວ້ ​ເພື່ອສອບ​ປາກຄຳ.

ກອງ​ກຳລັງ​ຮັກສາ​ຄວາມ​ປອດ​ໄພ ​ໄດ້​ຍົກ​ເລີກ​ຖ້ຽວ​ບິນ​ທັງ​ໝົດ ຢູ່​ທີ່​ສະໜາມ​ບິນ Toluca ຊຶ່ງ​ຢູ່​ໃກ້​ກັບຄຸກ​ດັ່ງກ່າວ ນອກ​ນະຄອນຫຼວງ Mexico City.

​ພວກແກັ່ງນັກ​ຄ້າ​ຢາ​ເສບ​ຕິດ Sinaloa ເປັນ​ທີ່​ຮູ້ຈັກ​ກັນ​ດີ ໃນ​ການ​ສ້າງ​ອຸ​ໂມງ​ຢ່າງຮອບ​ຄອບ ຢູ່​ໃຕ້​ດິນ​ຕາ​ມຊາຍ​ແດນ ລະຫວ່າງ ເມັກ​ຊິ​ໂກ ​ແລະ ສະຫະລັດ ​ເພື່ອຂົນ​ສົ່ງ​ຢາ​ໂຄ​ເຄນ ຢາ​ບ້າ ​ແລະ ກັ່ນຊາ ທີ່​ມີ​ລະບົບ​ທ່າ​ຍ​ເທ​ອາກາດ ​ພ້ອມ​ດ້ວຍ​ໄຟຟ້າ ​ແລະ ​ແມ່ນ​ກະ​ທັງ ລົດ​ລາງ​ຄູ່ ທີ່​ສາມາດເຄື່ອນ​ຍ້າຍ​ສິ່ງ​ຜິດ​ກົດໝາຍ​ໄດ້​ຢ່າງ​ງ່າຍ​ດາຍ.

ການຫຼົບໜີ ຂອງ​ນາຍ Guzma ​ແມ່ນ​ເປັນ​ຄວາມ​ອັບອາຍ​ຂາຍໜ້າ ​ໃຫ້​ແກ່​ລັດຖະບານ​ ຂອງ​ປະທານາທິບໍດີ Enrique Pena Nieto ຊຶ່ງ​ໄດ້​ຮັບການ​ຊົມ​ເຊີຍ​ສັນລະ​ເສີນ ສຳ​ຫລັບ ມາດ​ຕະການ​ແຂງ​ຂັນ​ຕໍ່ ພວກ​ລາຊາ​ຄ້າ​ຢາ​ເສບ​ຕິດ ລະດັບ​ສູງ. ນັບ​ຕັ້ງ​ແຕ່ ລັດຖະບານ​ຂອງ​ທ່ານ​ Pena Nieto ໄດ້ເລີ້ມ​ທຳ​ງານ​ໃນ​ທ້າຍ​ປີ 2012 ​ເປັນຕົ້ນມາ ​ບັນດາເຈົ້າໜ້າ​ທີ່​ເມັກ​ຊິ​ໂກ ​ໄດ້​ຈັບ ຫຼື ສັງຫານ ພວກ​ລາຊາ​ຄ້າ​ຢາ​ເສບ​ຕິດ ຈຳນວນ 6 ຄົນ ລົວ​ທັງ ນາຍ Guzma.

ທ່ານ Pena Nieto ຜູ້​ທີ່​ເດີນທາງ​ໄປ​ເຖິງຝຣັ່ງ ​ໃນ​ວັນ​ອາທິດ​ວານ​ນີ້ ກ່າວ​ວ່າ ທ່ານ​ຢາກ​ໃຫ້​ມີ​ການ​ສືບສວນ​ສອບ​ສວນ​ ​ເຂົ້າ​ໃນ​ການຫຼົບໜີ ຢ່າງ​ຄົບ​ຖ້ວນ. ທ່ານ​ຍັງ​ໄດ້​ກ່າວອີກ​ວ່າ ທ່ານ​ມີ​ຄວາມ​ໝັ້ນ​ໃຈ​ ກັບ​ຄວາມ​ສາມາດ ​ຂອງບັນດາ​ເຈົ້າໜ້າ​ທີ່​ຮັກສາ​ກົດໝາຍ​ເມັກ​ຊິ​ໂກ ທີ່​ຈະ​ຈັບ​ໂຕ​ນາຍ Guzman ກັບ​ຄືນ​ມາ​ໄດ້.

XS
SM
MD
LG