ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສະເກັດດາວ ທີ່ຕົກໃສ່ ເຂດ Ural ສ້າງຄວາມແຕກຕຶ່ນ ແກ່ ຊາວຣັດເຊຍ (ສະໄລດ໌/ວີດີໂອ)


ນີ້ແມ່ນຮູບພາບຂອງ ສະເກັດດາວຕົກ ທີ່ເມືອງ Chelyabinsk.
ນີ້ແມ່ນຮູບພາບຂອງ ສະເກັດດາວຕົກ ທີ່ເມືອງ Chelyabinsk.
ບັນດາ​ເຈົ້າ​ໜ້າ​ທີ່ຣັດ​ເຊຍ ກ່າວ​ວ່າ ​ສະ​ເກັດດາວ​ກ້ອນ​ນຶ່ງ ​ໄດ້
ແລ່ນ​ຜ່ານ​ທ້ອງຟ້າຂອງປະ​ເທດຣັດ​ເຊຍ ​ໃນ​ເຂດ​ພູ Ural ​ໃນ
​ຕອນ​ເຊົ້າ​ວັນ​ສຸກ​ມື້​ນີ້ ​ເຮັດ​ໃຫ້​ເກີດ​ລະ​ເບີດ ​ແລະ​ປ່ອງຢ້ຽມ​ແຕກ.

​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ຫລາຍ​ກວ່າ 400 ຄົນ​ຢູ່​ໃນ​ເຂດ Chelyabinsk ​ໄດ້​ຮັບ​ບາດ​ເຈັບ ຊຶ່ງ​ຈຳນວນ​ນຶ່ງ​ແມ່ນ​ຖືກ​ແກ້ວຈາກ​ປ່ອງຢ້ຽມ​ແຕກ.

​ບັນດາເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ ກ່າວ​ວ່າ ຝາ ​ແລະ​ຫລັງ​ຄາຂອງ​ໂຮງງານ ສັງກະສີ ທີ່​ເມືອງ Chelyabinks ໄດ້ຮັບ​ຄວາມ​ເສຍ​ຫາຍຈາກການ​ເກີດ​ລະ​ເບີດ.

​ບັນດາ​ເຈົ້າໜ້າ​ທີ່​ກ່າວຕື່ມ​ວ່າ ​ການ​ບໍລິການທາງໂທລະສັບ​ມື​ຖື ແມ່ນ ​ເປັນ​ໄປ​ແບບ​ບໍ່​ສະໝໍ່າສະ​ເໝີ.



ສະ​ເກັດດາວ ຕົກລົງ​ມາ​ພຽງ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ ກ່ອນທີ່ກ້ອນ​ຫີນຂະ ໜາດ​ໃຫຍ່ຈາກ​ອະວະກາດ ​ຫຼື asteroid ທີ່​ຮູ້​ກັນໃນ​ນາມ 2012 DA14 ມີ​ກຳນົດທີ່​ຈະ​ໂຄຈອນ​ເຂົ້າ
ມາໃກ້ໆກັບ​ໂລກມະນຸດ. ອົງການ ​ອະວະກາດຂອງສະຫະລັດ ຫຼື NASA ກ່າວ​ວ່າ ກ້ອນ​ຫີນ​ໃຫຍ່​ທີ່​ມີ​ຄວາມ​ກວ້າງ 45 ​ແມັດ ອາດຈະໂຄຈອນ ເຂົ້າ​ມາ​ໃກ້​ກັບ​ໂລກ​ມະນຸດ ​ໃນ​ລະຍະ 27,000 ກິ​ໂລ​ແມັດ. ອົງການ NASA ​ເນັ້ນ​ໜັກວ່າ ​ເຖິງ​ຢ່າງ​ໃດ​ກໍ​ດີ ກ້ອນ​ຫີນ​ໃຫຍ່ກ້ອນ​ນີ້ ບໍ່​ເປັນ​ອັນຕະລາຍ​ທີ່ຈະ​ມາ​ໂຄຈອນ ​ເຂົ້າມາ​ຕໍາ​ກັບ​ໂລກ​ມະນຸດ.

ອົງການ​ອະວະກາດ​ຢູ​ໂຣບ ກ່າວ​ຜ່ານ​ທາງ Twitter ວ່າ ​ສະ​ເກັດດາວ ທີ່​ຕົກ​ຢູ່​ປະ​ເທດ
ຣັດ​ເຊຍ​ ໃນ​ວັນ​ສຸກ​ມື້ນີ້ ບໍ່​ພົວພັນ​ກັນ​ກັບກ້ອນ​ຫີນ​ໃຫຍ່ ຈາກ​ອະວະກາດ​ແຕ່​ຢ່າງ​ໃດ​ເລີຍ.

XS
SM
MD
LG