ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກ້າມເນື້ອ ໂລຫະ ສາມາດ ຄົດງໍມືທຽມ ຊະນິດໃໝ່ໄດ້


'Metal Muscles' Flex a New Bionic Hand
please wait

No media source currently available

0:00 0:02:08 0:00
ລິງໂດຍກົງ

ຊົມວິດີໂອ ກ່ຽວກັບ ລາຍງານນີ້

ແຂນທຽມ, ລວມທັງສ່ວນທີ່ຊັບຊ້ອນທີ່ສຸດຂອງມັນ, ດັ່ງມືຂອງ
ມະນຸດເລີ່ມຈະເບິ່ງຄືມີຊີວິດຈິງ ຫຼາຍຂຶ້ນກວ່າເກົ່າ ແລະ ມີປະ
ໂຫຍດ ຈາກຄວາມກ້າວໜ້າຢ່າງຕໍ່ເນື່ອງຂອງເຄື່ອງຈັກແຮງ
ດັນນ້ຳ ແຮງອັດອາກາດ ແລະ ໄຟໄຟ້າ ຂະໜາດນ້ອຍໆ ເອີ້ນ
ວ່າ ເຄື່ອງຄວບຄຸມລະບົບການເຄື່ອນໄຫວ. ແຕ່ວ່າຕອນນີ້,
ດັ່ງກັບນັກຂ່າວ ວີໂອເອ George Putic ລາຍງານ, ບັນດາ
ນັກວິທະຍາສາດໃນ ເຢຍຣະມັນ ກ່າວວ່າ ອະນາຄົດຂອງ
ມືທຽມອາດຈະບໍໄດ້ໃຊ້ເຄື່ອງຈັກ ແຕ່ຈະໃຊ້ເສັ້ນລວດໄຟຟ້າ
ທີ່ສາມາດຈື່ຮູບຮ່າງຂອງມັນໄດ້. ເຊິ່ງ ພຸດທະສອນ ມີລາຍລະ
ອຽດນຳມາສະເໜີທ່ານ.

ມື​ຂອງ​ມະນຸດ​ແມ່ນ​ໜຶ່ງ​ໃນ​ລະບົບ​ກົນ​ໄກ​ທີ່​ຊັບຊ້ອນ​ທີ່​ສຸດ​ໃນ
​ທຳ​ມະ​ຊາດ, ດັ່ງນັ້ນ​ການ​ສ້າງ​ມື​ທຽມ​ ​ແມ່ນ​ພາ​ລະ​ກິດ ​ທີ່​ເປັນຕາ​ຫວາ​ດຫວັ່ນ. ​ແຂນ​ທຽມ
​ໃນ​ອຸດົມ​ຄະ​ຕິ​ ແມ່ນ​ຕ້ອງ​ມີ​ນ້ຳໜັກ​ເບົາ ​ແລະ ປັບ​ຕົວ​ໄດ້​ງ່າຍ, ສາ​ມາດ​ຈັບ​ໄດ້​ແຮ​ງພໍ​ສົມ
ຄວນ ​ແລະ ຄວບ​ຄຸມ​ໂດຍ​ຄວາມ​ຄິດ ຂອງ​ເຈົ້າ​ຂອງ​ມັນ​ເອງ.

ປະຈຸ​ບັນ​ນີ້, ບັນດາ​ແຂນ​ທຽມ​ແມ່ນ​ອ​າ​ໄສ​ເຄື່ອງຈັກ​ ແຮງ​ດັນ​ນ້ຳ, ໄຟຟ້າ ​ແລະ ແຮງ​ອັດ​ອາກາດ ທີ່​ຂ້ອນ​ຂ້າງ​ໜັກ​ເພື່ອໃຫ້ນິ້ວມືປອມ​ຄົດ​ງໍ​ໄດ້, ​ແຕ່​ວ່າ​ບັນດາ​ນັກວິ​ທະຍາ​ສາດ​ທີ່​ມະຫາວິ​ທະຍາ​ໄລ​ Saarland ຂອງ ​ເຢຍຣະ​ມັນ​ ແມ່ນ​ກຳລັງ​ທຳ​ການ​ທົດ​ລອງ​ດ້ວຍ​ໃຍ
​ສັງ​ເຄາະ​ທີ່​ເບົາ​ຫຼາຍ​ກວ່າ ​ເຊິ່ງ​ເຮັດ​ຈາກໂລ​ຫະ​ປະສົມ​ທອງ​ແດງ​ນິ​ໂກລ ​ແລະ ທາດ​
ໄທເທ​ນຽມ ທີ່​ສາມາດ​ປ່ຽນຮູບ​ຮ່າງ ເມື່ອເຊື່ອ​ມຕໍ່​ກັບ​ແຫຼ່ງ​ໄຟຟ້າ.

ນາງ Filomena Simone, ນັກ​ສຶກສາ​ປະລິນຍາ​ເອກ​ສາຂາ ວິສະ​ວະ​ກອນ ກ່າວ​ວ່າ
“ການ​ເຄື່ອນ​ໄຫວ​ຂອງ​ນິ້ວມື ​ແມ່ນ​ທຳ​ງານ​ໂດ​ຍເສັ້ນ​ລວດ. ​ເສັ້ນ​ລວດ​ນີ້, ​ເມື່ອ​
ມັ​ນ​ເຮັດ​ວຽກ, ມັນ​ຈະ​ຫົດ​ເຂົ້າ. ແລະ ​ເຮົາ​ກໍ​ສາມາດ​ ທີ່​ຈະ​ສວຍໃຊ້ຈາກ​ການ​
ໃຊ້ຕົວ​ນີ້​ເພື່ອ​ເຮັດ​ໃຫ້​ນິ້ວມື​ເໜັງ. ​ແລະ ​ເຮົາ​ກໍ​ສາມາດ​ເຄື່ອນ​ເໜັງ​ ແ​ຕ່ລະ​ກະ
ດູກນິ້ວ ຢ່າງ​ເປັນ​ອິດສະຫຼະ.”

ພວກ​ພວງ​ຂອງ​ເສັ້ນ​ລວດ​ຄວາມ​ຈຳ​ສາ​ມາ​ດສ້າງ​ກ້າມ​ເນື້ອ​ທຽມ​ທີ່​ເບົາ​ແລະ ​ເສັ້ນ​ເອັນທີ່​
ແຂງ​ແຮງ​ກວ່າເກົ່າ. ການ​ເຄື່ອນ​ເໜັງ​ຂອງ​ມັນ​ ສາມາດ​ຄວບ​ຄຸ​ມ​ໄດ້​ ຢ່າງ​ເປັນ​ອິດສະຫຼະ​
ໂດຍການວັດ​ແທກຄວາມ​ຕ້ານທານ ​ກັບ​ໄຟຟ້າ​ຂອງ​ເສັ້ນ​ລວດ​ທັງຫຼາຍ.

ນາງ Simone ກ່າວ​ວ່າ “ພວກ​ເຮົາ​ສາມາດ​ຕິດຕາມ​ ຕຳ​ແໜ່​ງຂອງ​ນິ້ວມື​ໂດຍ​ບໍ່​
ໄດ້​ເພີ່ມເຄື່ອງ ເຊັນເຊີອື່ນ​ອີກ, ພຽງ​ແຕ່​ໃຊ້ອົງ​ປະກອບ​ ຂອງເສັ້ນ​ລວດ ທີ່​ຝັງ​
ໃສ່​ນີ້​ເທົ່າ​ນັ້ນ.”

ນັກວິ​ທະຍາ​ສາດເຊື່ອ​ວ່າ​ ດ້ວຍໂລຫະ​ປັບ​ຄວາມ​ຈຳທີ່​ພັດທະນາ​ຂຶ້ນ​ຫຼາຍ​ກວ່າ​ນີ້, ມັນ​
ຈະມີ​ຄວາມ​ເປັນ​ໄປ​ໄດ້ ທີ່​ຈະ​ສ້າງ​ມື​ທຽ​ມ ທີ່​ເບິ່ງເປັນທຳ​ມະ​ຊາດ​ຫຼາຍຂຶ້ນ​ກວ່າ​ນີ້.

ທ່ານ Stefan Seelecke ຈາກ​ມະຫາວິທະຍາໄລ Saarland ກ່າວ​ວ່າ “​ຖ້າ​ທ່ານ
ແນມ​ໄປ​ຫົນທາງ​ສູ່​ອະນາຄົດ ຂອງການ​ຜະລິດ​ແຂນ​ທຽມ, ທ່ານ​ກໍ​ຢາກ​ຈະ​ເຫັນ​
ສິ່ງ​ນີ້​ ລວມ​ເຂົ້າ​ກັບ​ຮ່າງກາຍ​ຂອງ​ຄົນ​ເຮົາ ​ໃນ​ວິ​ທີ​ທີ່​ທ່ານ​ສາມາ​ດຮູ້ສຶກ​ເຖິງ​ການ​
ກະ​ຕຸ້ນ​ ຂອງເສັ້ນປະ​ສາດ ​ແລະ ​ແລ້ວ​ກໍ​ສາມາດ​ສະໜອງ​ສິ່ງ​ນັ້ນ​ ເຂົ້າ​ໃນເຄື່ອງ​
ບັງຄັບ​ນ້ອຍ ເຊິ່ງມັນ​ຈະ​ຖືກ​ແປ​ຄວາມ​ໝາຍ ຕໍ່​ສັນຍາ​ນທີ່​ສອດຄ່ອງ​ກັນ​ ເພື່ອ​
ເຮັດ​ໃຫ້​ກ້າມ​ເນື້ອ​ທຳ​ງານ.”

ບັນດາ​ນັກ​ວິທະຍາ​ສາດ​ ມະຫາວິທະ​ຍາໄລ Saarland ຕອນ​ນີ້​ກຳລັງ​ພະຍາຍາມ​ກວດ​
ສອບ​ຮູບ​ແບບ​ການ​ເຄື່ອນ​ໄຫວ​ຂອງ​ມື​ແບບທຳ​ມະ​ຊາດ ທີ່​ສາມາດ​ນຳ​ມາ​ໃຊ້​ກັບ​ກ້າມ​ເນື້ອ​
ໂລຫະ​ຄວາມ​ຈຳ.​

XS
SM
MD
LG