ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ປ່ວຍ ຄົນທີ 7 ເສຍຊີວິດ ຍ້ອນພະຍາດ ລະບົບ​ຫາຍ​ໃ​ຈ MERS ຢູ່ເກົາຫຼີໃຕ້


ພວກພະນັກງານຢ່າງຜ່ານເຄື່ອງສ່ອງໄຟຟ້າ ທີ່ຕຶກຫ້ອງການ ໃນເຂດໃຈກາງ ນະຄອນຫລວງໂໍຊລ.
ພວກພະນັກງານຢ່າງຜ່ານເຄື່ອງສ່ອງໄຟຟ້າ ທີ່ຕຶກຫ້ອງການ ໃນເຂດໃຈກາງ ນະຄອນຫລວງໂໍຊລ.

ກະຊວງ​ສາທາລະນະ​ສຸກເກົາຫລີ​ໃຕ້ ​ໄດ້​ປະກາດ​ກ່ຽວກັບການ​
ເສຍ​ຊີວິດຂອງ​ບຸກຄົນ​ທີ​ເຈັດຍ້ອນພະຍາດລະບົບ​ຫາຍ​ໃ​ຈຮ້າຍ
ແຮງຈາກພາກຕາເວັນອອກກາງຫລື MERS​.

ກະຊວງສາທາ​ກ່າວ​ໃນ​ວັນ​ອັງຄານ​ມື້​ນີ້​ວ່າ ຜູ້​ເຄາະ​ຮ້າຍ​ອາ​ຍຸ
68 ປີ ​ເປັນຜູ້ຍິງ ​ທີ່​ໄດ້​ເຂົ້າຮັບການປິ່ນປົວຢູ່​ຫ້ອງ​ສຸກ​ເສີນ​ໃນ​
ໂຮງໝໍທີ່ນະຄອນ​ໂຊ​ລ ບ່ອນ​ທີ່​ການຕິດແປດ​ກ່ອນໜ້ານີ້ໄດ້
​ເກີດ​ຂື້ນ.

ກະຊວງສາທາຍັງ​ລາຍ​ງານ​ອີກ​ວ່າ ມີ​ການລະບາດຂອງແປດ​
ກໍລະນີ​ໃໝ່ ຊຶ່ງເຮັດໃຫ້​ໂຕ​ເລກ​ຂອງ​ຜູ້​ຕິ​ດ​ເຊື້ອ​ທັງໝົດ ເພີ້ມ
​ຂຶ້ນ​ເປັນ 95 ກໍລະນີ.

Despite MERS Outbreak, Normal Life in Seoul Goes On
please wait

No media source currently available

0:00 0:01:36 0:00

​ທ່ານ Jeong Eun-kyung ເຈົ້າ​ໜ້າ​ທີ່ສູນ​ກາງ​ຄວບ​ຄຸມພະ​ຍາດ ກ່າວ​ວ່າ “ພວກ​ເຮົາ​ຢືນ
ຢັນ​ໄດ້​ວ່າມີ​ທັງ​ໝົດ 95 ກໍລະນີ​ຂອງ​ພະຍາ​ດ MERS. ​ແຕ່ວ່າຢູ່​ໃນ​ຈຳນວນທັງ​ໝົດ​ນີ້ ມີ
ຄົນ​ເຈັບ​ເກົ້າ​ຄົນ​ຍັງມີອາການບໍ່ແນ່ນອນ ມາ​ຈົນຮອດ​ມື້​ເຊົ້າ​ນີ້​.”

ການ​ແຜ່​ລະບາດ​ດັ່ງກ່າວ ໄດ້​ພາໃຫ້ມີການກັກບໍລິເວນ 2,500 ຄົນທີ່​ສົງ​ໄສ​ວ່າ ຕິດ​ຕໍ່​ກັບ
​ຄົນ​ເຈັບ ທີ່ເປັນພະຍາດ MERS. ບັນດາ​ເຈົ້າ​ໜ້າ​ທີກ່າວ​ວ່່າ ​ເຂົາ​ເຈົ້າ​ກຳລັງ​ຕິດຕາມເບິ່ງ
ສັນຍານ​ໂທລະສັບ​ມືຖືຂອງ​ພວກ​ທີ່ຖືກ​ກັກ​ບໍລິເວນ ​ເພື່ອ​ໃຫ້​ເປັນ​ທີ່​ແນ່ນອນວ່າ ພວກເຂົາ​
ປະຕິບັດ​ຕາມຄຳສັ່ງດັ່ງກ່າວ.

ເກົາຫລີໃຕ້ຍັງໄດ້ສັ່ງໃຫ້ປິດໂຮງຮຽນເກືອບ 2000 ແຫ່ງ ໃນຄວາມພະຍາຍາມ ເພື່ອຍຸດຕິ
ການແຜ່ລະບາດຂອງເຊື້ອພະຍາດ.

ກໍລະນີ​ການຕິດແປດທັງ​ໝົດ ​ແມ່ນໄດ້​ເກີ​ດຂື້ນ​ຢູ່​ໃນ​ສະຖານ​ທີ່​ປິ່ນປົວ​ສຸຂະ​ພາບ ຕ່າງໆ.

South Korea MERS
please wait
Embed

No media source currently available

0:00 0:01:21 0:00

XS
SM
MD
LG