ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຢູເຄຣນ ແລະ ພວກກະບົດ​ ຍັງສືບຕໍ່ ສູ້ລົບກັນ ຍາດແຍ່ງ ເອົາເມືອງຍຸດທະສາດ Debaltseve


ຄວັນລະເບີດ ທີ່ມອງເຫັນຈາກເມືອງ Debaltseve, 17 ກຸມພາ 2015.
ຄວັນລະເບີດ ທີ່ມອງເຫັນຈາກເມືອງ Debaltseve, 17 ກຸມພາ 2015.

ພວກກະບົດ​ທີ່​ນິຍົມຣັດ​ເຊຍ ​ແລະ​ກອງ​ກຳລັງຂອງ​ຢູເຄຣນ ​ຕ່າງ​ກໍ
​ບໍ່​ຍອມ​ທີ່​ຈະ​ຖອນ​ອາວຸດຂອງ​ຕົນ ອອກ​ຈາກ​ຫົວເມືອງ​ຍຸດ​ທະ​ສາດ
ແຫ່ງນຶ່ງ​ໃນພາກ​ຕາ​ເວັນ​ອອກ​ຂອງປະ​ເທດ ບ່ອນ​ທີ່​ການ​ສູ້​ລົບ​ກັນ
​ຍັງ​ດຳ​ເນີນ​ຢູ່ຕໍ່ມາ ​ເຖິງແມ່ນວ່າ​ໄດ້ມີການຢຸດຍິງທີ່ໄກ່ເກ່ຍໂດຍ
ນາໆຊາດແລ້ວກໍ​ຕາມ.

​ເຖິງ​ແມ່ນ​ວ່າ ​ການ​ຕົກລົງຢຸດຍິງ ​ທີ່​ເລີ້ມມີ​ຜົນບັງ​ຄັບ​ໃຊ້ໃນ​ວັນ​
ອາທິດແລ້ວ​ນີ້ ​ໄດ້​ຜ່ອນຄາຍ​ຄວາມ​ເຄັ່ງຕຶງລົງຢູ່ໃນເຂດອື່ນໆ
ກໍຕາມ ການ​ສູ້​ລົບກັນຍັງ​ດຳ​ເນີນ​ຕໍ່ມາທີ່​ເມືອງ Debaltseve
ທີ່​ຄວບ​ຄຸມ​ໂດຍທະຫານລັດຖະບານ Kyiv ​ແຕ່​ຫ້ອມ​ລ້ອມ​ໂດຍ​ພວກ​ຫົວ​ແບ່ງ​ແຍກ​ດິນ​ແດນ.

ພາຍ​ໃຕ້ເງື່ອນໄຂ​ຂອງ​ການ​ຢຸດ​ຍິງນັ້ນ ທັງ​ສອງ​ຝ່າຍ​ຈະ​ຕ້ອງເລີ້ມຖອນ​ອາວຸດ​ໜັກ ອອກ​ຈາກ​ຫົວເມືອງດັ່ງກ່າວ​ ​ໃນ​ວັນ​ອັງຄານ​ມື້​ນີ້ ​ແຕ່​ໃນ​ຂະນະ​ທີ່​ເສັ້ນ​ຕາຍ​ໄດ້​ຜ່ານ​ພົ້ນ​ໄປ​ແລ້ວ ​ຕ່າງ ຝ່າຍກໍຍັງຢືນຢັດວ່າ ພວກ​ເຂົ້າ​ເຈົ້າ​ຈະ​ບໍ່​ເປັນ​ຜູ້​ທຳ​ອິດທີ່ຈະເອົາ​ບາດກ້າວ ​ທີ່​ວ່າ​ນີ້.

​ໂຄສົກ​ຂອງ​ກອງທັບ​ຢູ​ເຄຣນ ທ່ານ Anatoliy Stelmakh ​ໄດ້ສະ​ແດງຄວາມ​ເຫັນຂອງ​ທ່ານ ຜ່ານ​ທາງ​ໂທລະພາບ​ວ່າ “ເວລາ​ໃດ​ທີ່​ພວກ​ຫົວຮຸນແຮງເລີ້ມຢຸດຍິງແລ້ວ ກອງ​ກຳລັງ​ຂອງ​ຢູ​ເຄຣນ ຈຶ່ງຈະ​ເລີ້ມ​ຖອນ​ອາວຸດໜັກຂອງຕົນ ອອກ​ຈາກເຂດ​ແນວ​ໜ້າ.”

ໂຄສົກ​ຂອງພວກ​ກະບົດ ທ່ານ Denis Pushilin ​ໄດ້​ບອກ​ກັບ​ອົງການ​ຂ່າວ Reuters ວ່າ
ພວກ​ຕົນ​ມີ​ສິດ ໃນດ້ານສິນທຳ ທີ່​ຈະ​ປົກປ້ອງ​ເມືອງດັ່ງກ່າວ ທີ່​ທ່ານ​ເອີ້ນ​ວ່າ “ດິນແດນ
ພາຍໃນຂອງປະເທດຊາດ.” ທ່ານ​ຍັງ​ໄດ້​ກ່າວອີກ​ວ່າ ພວກ​ຕົນ​ແມ່ນ​ພ້ອມ​ແລ້ວ​ທີ່​ຈະ​ຖອນ​ອອກ ​ແຕ່​ “ຈະສືບຕໍ່​ໂຕ້​ຕອບ ​ຕໍ່​ການຍິງໂຈມຕີໃດໆ​.”

ukraine16february15
please wait
Embed

No media source currently available

0:00 0:03:18 0:00

ການ​ເຈລະຈາ​ສັນຕິ​ພາບ​ແລະ​ການ​ຖອນອາວຸດ​ ຄາດ​ວ່າ ຈະເປັນຈຸດ​ເພັ່ງ​ເລັງ​ໃນ​ການ​ໂອ້​ລົມ​ສົນທະນາ​ທາງ​ໂທລະສັບ ​ໃນ​ແລງ​ວັນ​ອັງຄານ​ມື້​ນີ້ ລະຫວ່າງ ຜູ້ຕາງໜ້າຂອງພວກ​ກະບົດ​
ຢູ​ເຄຣນ ​ຣັດ​ເຊຍ ​ແລະອົງການ​ເພື່ອ​ຄວາມ​ປອດ​ໄພ​ແລະ​ການຮ່ວມມືໃນ​ຢູ​ໂຣບ ຫຼື OSCE.

ອົງການ OSCE ​ແມ່ນ​ໄດ້​ຮັບໜ້າທີ່ເປັນຜູ້ສັງເກດການເບິ່ງການ​ຢຸດ​ຍິງ ​ແຕ່​ວ່າ ມາຈົນ​ເທົ່າ​ເຖິງ​ປະ​ຈຸ​ບັນ​ນີ້ ແມ່ນໄດ້ຖືກຂັດຂວາງ​ໂດຍ​ພວກກະບົດ ​ບໍ່ໃຫ້​ເຂົ້າ​ເຖິງ​ເມືອງ Debalt
-seve. ​ໃນ​ວັນ​ອັງຄານ​ມື້​ນີ້ ​ເຢຍຣະມັນ ກ່າວ​ວ່າ ຕົນໄດ້​ຕົກລົງ ກັບ​ບັນດາ​ຜູ້ນຳຂອງ​ຢູ​ເຄຣນ ​ແລະຣັດ​ເຊຍ ທີ່​ຈະ​ອະນຸຍາດ​ໃຫ້​ຄະນະ​ສັງເກດການເຂົ້າໄປ​ເບິ່ງສະພາບຂອງຫົວເມືອງ​ທີ່ຖືກປິດ ລ້ອມດັ່ງກ່າວນີ້.

ໂຄສົກກອງທັບຢູເຄຣນຄົນນຶ່ງ ກ່າວໃນວັນອັງຄານມື້ນີ້ວ່າ ມີທະຫານຢູເຄຣນຢ່າງໜ້ອຍ
5 ຄົນຖືກສັງຫານ ແລະ 9 ຄົນບາດເຈັບ ໃນການສູ້ລົບກັນຊຶ່ງສ່ວນໃຫຍ່ແລ້ວແມ່ນມີຂຶ້ນໃກ້ໆ ເມືອງ Debaltseve ໃນໄລຍະ 24 ຊົ່ວໂມງຜ່ານມາ.

XS
SM
MD
LG