ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຍານສໍາຫລວດ Messenger ຂອງສະຫະລັດ ບິນເຂົ້າສູ່ວົງໂຄຈອນ ອ້ອມດາວພະພຸດແລ້ວ


ຮູບພາບພື້ນຜິວດາວພະພຸດ ທີ່ຖ່າຍໂດຍຍານ Messenger ສົ່ງມາຍັງ ໂລກ ເມື່ອວັນທີ່ 29 ເດືອນມີນາຜ່ານມານີ້.
ຮູບພາບພື້ນຜິວດາວພະພຸດ ທີ່ຖ່າຍໂດຍຍານ Messenger ສົ່ງມາຍັງ ໂລກ ເມື່ອວັນທີ່ 29 ເດືອນມີນາຜ່ານມານີ້.

ຍານ​ສໍາ​ຫລວດ​ອະວະກາດ​ຂອງສະຫະລັດທີ່​ມີຊື່ວ່າ Messenger ​ໄດ້​ກາຍ​ເປັນ​ຍານ​ອະວະ ກາດ​ລໍາ​ທໍ​າອິດ​ທີ່​ສາມາດ​ເຂົ້າ​ໄປ​ບິນໃນ​ວົງ​ໂຄຈອນອ້ອມ​ດາວ​ພະ​ພຸດ ຫລື Mercury ​ໄດ້ ​ໂດຍຈະ​ເລີ່​ມຕົ້ນ​​ສັງ​ເກດ​ການ​ເກັບ​ກໍາ​ຂໍ້​ມູນ​ເປັນ​ເວລາ​ດົນ​ເຖິງ​ນຶ່ງ​ປີຂອງພວກ​ດາວ​ນົບພະ​ເຄາະ ​ທີ່ຢູ່​ໃນຕໍາ​​ແໜ່​ງ​ເຂດ​ຊັ້ນ​ໃນ​​ສຸດ ​ຂອງ​ລະບົບ​ສຸ​ຣິຍະ​ຈັກກະວານ​ນັ້ນ ພວກ​ນັກ​ດາ​ຣາ ສາດ​ປະ​ຈໍາ​ອົງການ​ອະວະກາດ​ສະຫະລັດ ຫລື NASA ຫວັງ​ວ່າການ​ສໍາ​ຫລວດ​ ທີ່​ໂຄ​ຈອນ​ອ້ອມ​ດາວ​ພະພຸດ​ດັ່ງກ່າວ​ນີ້ ​ຈະ​ເພີ່ມ​ພູນ​ຄວາມ​ຮູ້​ຂອງ​ພວກ​ເຂົາ​ເຈົ້າກ່ຽວ​ກັບ​ດາວນົບພະ​ເຄາະ​ທີ່ລຸກ​ ເປັນ​ໄຟ ຫຼືມີຄວາມຮ້ອນສູງ ດັ່ງກ່າວ ພ້ອມ​ກັບ​ດວງ​ດາວ​ອື່ນໆ​ຂອງ​ລະບົບ​ສຸຣິຍະ​ຈັກກະວານ​ນັ້ນນໍາ.

ຍານ​ສໍາ​ຫລວດ Messenger ​ໄດ້​ບິນ​ເຂົ້າ​ບິນເຂົ້າສູ່ວົງ
ໂຄຈອນແລ້ວໃກ້ໆເຂດຂົ້ວຂອງດາວພະພຸດ ໃນເວລາ
ປະມານ 12 ໂມງ 54 ​ນາທີ ຕາມເວລາມາດຕະຖານ
ສາກົນ ຫລັງ​ຈາກ​ໄດ້​ຍິງ​ເຄຶ່ອງຈັກ​ຂັບ​ດັນເປັນ​ເວລາ
15 ນາທີ​ເພື່ອ​ລົດ​ຄວາມ​ໄວ​ຂອງ​ຍານ​ອະວະກາດ​ດັ່ງ
ກ່າວ​ລົງແລະ​ ບິນ​ເຂົ້າ​ໄປ​ຢູ່ໃນ​ຕໍາ​ແໜ່​ງທີ່ເໝາະ​ສົມ
ສໍາລັບ​ການ​ນັດ​ພົບ​ກັບດາວນົບພະ ເຄາະຂອງ​ຕົນ.

ບໍ່​ປາກົດ​ວ່າ​ໄດ້ມີ​ການບັນທຶກຮູບ​ພາບ​ໃດໆກ່ຽວ​ກັບ​ເຫດການ​ທີ່​ເປັນ​ປະວັດ​ສາດຄັ້ງນີ້ ​ມີພຽງແຕ່​ພວກ​ນັກວິທະຍາສາດຜູ້​ຫ້າວຫັນ​ໄດ້ພາກັນ​ຕິດຕາມ​ເບິ່ງ​ຄວາມ​ກ້າວໜ້າ​ຂອງຂອງ​ຍານ​ສໍາ​ຫລວດ​ຢ່າງ​ໄກ້​ຊິດໂດຍ​ຂໍ້​ມູນ​ຕ່າງໆ​ທີ່​ສົ່ງ​ຕໍ່​ມາຍັງ​ໂລກ​ ດ້ວຍ​ລະບົບເຄືອຂ່າຍສາຍ​ອາກາດ​ວິທະຍຸເພື່ອເຈາະ ​ເລີກ​ອະວະກາດ​ຂອງ​ອົງການ​ນາ​ຊາທີ່​ໄດ້ເລັງໃສ່ຍານ Messenger ນັ້ນ.

ທ່ານ ​ເອັດ ວາຍ​ເລີ ຮອງ​ຜູ້​ປົກຄອງ​ຂອງ​ອົງການ​ນາ​ຊາ ຮັບຜິດຊອບ ການ​ອໍານວຍ​ການ​ປະຕິບັດງານ​ວິທະຍາສາດ ​ໄດ້ຢືນຢັນເຖິງ​ຄວາມ​ສໍາ​ເລັດ​ຂອງ​ການປະຕິບັດງານດັ່ງກ່າວ ແລະຄວາມຮູ້ສຶກໂລ່ງໃຈຂອງພວກຜູ້​ຈັດການດ້ານ ຕ່າງໆໃນ​ປະຕິບັດງານ ທີ່​ຫ້ອງແລບ Applied Physics ຂອງມະຫາວິທະຍາໄລ Johns Hopkins ​ໃນ​ລັດ​ແມ​ຣີ​ແລນ​ດ໌ ທ່ານ ​ເອັດ ວາຍ​ເລີ ກ່າວ​ຕໍ່​ໄປ​ວ່າ:

ທ່ານ ວາຍ​ເລີ ກ່າວ​ວ່າ “ຄວາມ​ຮູ້ສຶກ​ເປັນ​ທີ່​ໜ້າ​ເຫລືອ​ເຊື່ອ​ຫລາຍ ພວກ​ເຮົາ​ຮູ້​ວ່າ​ເຄຶ່ອງຈັກ​ໄດ້​ທໍາ ງານ ມັນ​ເລີ່​ມທໍາ​ງານ ຄື​ມັນ​ທໍາ​ງານ​ກົງ​ກັບ​ເວລາ ​ແລະ​ພວກ​ເຄຶ່ອງຈັກ​ກໍ​ຢຸດ​ທໍາ​ງານ ການປ່ຽນແປງ ຄວາມຖີ່ຂອງເຣດ້າ Doppler ກໍ​ຖືກຕ້ອງ ​ແລະ​ຮ່ອງຮອຍ​ຂອງການຊີ້​ບອກ​ຕ່າງໆ​ນັ້ນ​ແມ່ນ​ວ່າພວກ​ເຮົາ​ໄດ້ເຂົ້າສູ່ ວົງໂຄຈອນ​ແລ້ວ.”

ບັດ​ນີ້ ຍານ Messenger ​ເປັນ​ຍານອະວະກາດລໍາ​ທໍາ​ອິດ​ທີ່​ສາມາດ ​ໂຄຈອນ​ອ້ອມ​ດາວ​ພະ​ພຸດ. ຂໍ້​ມູນ​ທີ່​ໄດ້​ຮັບ​ທີ່​ໄກ້ທີ່ສຸດ​ຊຸດ​ສຸດທ້າຍຂອງ​ດວງ​ດາວ​ທີ່​ຮ້ອນ​ເປັນ​ໄຟ​ໜ່ວຍນີ້ ​ແມ່ນ​ໄດ້​ຖືກເກັບ​ກໍາ​ໂດຍ​ຍານ Mariner 10 ຂອງອົງການນາ​ຊາ ​ໃນ​ການ​ປະຕິບັດ​ການບິນ​ຜ່ານ​ໃນ ກາງ​ຊຸມ​ປີ 1970.

ການ​ເດີນທາງ ​ໃນ​ລະຍະ​ທາງ​ເກືອບ ​ແປດ​ພັນ​ລ້ານ​ກິ​ໂລ​ເມດ​ຂອງ​ຍານ Messenger ​ໄປ​ຍັງ​ດາວ​ພະພຸດ​ນັ້ນ ​ແມ່ນ​ເລີ່​ມຂຶ້ນ​ເມື່ອ​ຫົກ​ປີ​ເຄິ່ງຜ່ານມາ. ການ​ປະຕິບັດ​ການ​ຂອງ​ຍານ​ດັ່ງກ່າວ​ນີ້​ມີ​ໂຮ​ມທັງ​ການບິນໂຄຈອນ ຜ່ານເຂດ​ຊັ້ນ​ໃນອະວະກາດຂອງ​ໂລກ ດາວ​ພະສຸ​ກ ​ແລະ​ດາວ​ພະພຸດ ​ໂດຍໃຊ້ແຮງດຶງດູດຂອງດາວເຫຼົ່ານີ້ຊ່ວຍ ​ແລະ​ການ​ທົດ​ລອງ​ບິນ​ໃນ​ວົງ​ໂຄຈອນ.

ຈຸດ​ຕໍ່າ​ສຸດ​ຂອງ​ການ​ໂຄຈອນ​ແບບ​ຮູບ​ໄຂ່​ຂອງ​ຍານ Messenger ນັ້ນ ມັນ​ຈະ​ບິນ​ໂຄຈອນ​ 200 ກິ​ໂລ​ເມດຫ່າງຈາກພື້ນຜິວຂອງດາວນົບພະເຄາະ.

ແລະ​ຈຸດ​ທີ່​ໄກ້​ທີ່​ສຸດ ກໍ​ຄື​ຍານ Messenger ຈະ​ເດີນທາງ​ໃນ​ລະຍະ​ທາງປະມານ 46 ລ້ານ
ກິ​ໂລ​ເມດ​ຫ່າງ​ຈາກ​ດວງ​ຕາ​ເວັນ.

ຍານ Messenger ຊຶ່ງຖືກ​ສ້າງ​ຂຶ້ນ​ເພື່ອ​ສາມາດ​ຕ້ານແລະ​ທົນ​ທານ​ຕໍ່ ຄວາມ​ຮ້ອນ​ສູງນັ້ນ ​ໄດ້ບັນທຸກ​ອຸປະກອນ​ສໍາ​ຫລວດ​ດ້ານ​ວິທະຍາສາດ​ເຈັດ​ຢ່າງ ທີ່ທ່ານ Sean Solomon ຫົວໜ້າປະຕິບັດ​ການສໍາ​ຫລວດ​ໃຫຍ່ ຫວັງ​ວ່າຈະ​ຕອບ​ຄໍາ​ຖາມ​ທີ່​ໜ້າ​ສົນ​ໃຈ​ເຫລົ່າ​ນີ້​ ບໍ່​ແມ່ນ​ແຕ່ກ່ຽວ​ກັບ​ດາວ​ພະພຸດ​ເທົ່າ​ນັ້ນ ​ແຕ່​ຍັງ​ກ່ຽວ​ກັບ​ດວງ​ດາວ​ອື່ນໆ​ຂອງ​ລະບົບ​ສຸຣິຍະຈັກ ກະວານ​ນັ້ນ​ນໍາ.

ດັ່ງຕົວ​ຢ່າງ​ ທ່ານ ​ໂຊ​ໂລມ​ອນ ກ່າວ​ວ່າ ພວກ​ນັກວິທະຍາສາດ​ຕ້ອງການ ຢາກ​ຮູ້ຈັກ​ວ່າ​ເປັນ​ຫຍັງ​ດາວ​ພະພຸດ​ທີ່ມີ​ຂະ​ໜາດນ້ອຍໆ​ເທົ່າ​ກັບ​ດວງ​ຈັນ ​ແຕ່​ມີຄວາມ​ໜາ​ແໜ້ນເປັນສອງ​ເທົ່າ​ຂອງໂລກມະນຸດ. ທ່ານໂຊໂລມ​ອນ ຊີ້​ແຈງ​ຕໍ່​ໄປ​ວ່າ:

“ດາວດວງນີ້ ​ເກີດ​ຂຶ້ນມາ​ຈາກ​ກົດ​ເກນ​ດຽວ​ກັນ ​ແລະກໍ່​ຕົວ​ໃນ​ເວລາ​ດຽວ​ກັນ
ຂັ້ນ​ຕອນ​ດຽວ​ກັນ ​ເໝືອນ​ກັບ​ໂລກ ດາວ​ພະ ອັງຄານແລະດາວພະສຸກ ​ແຕ່​ມັນ
ປາ​ກົດ​ອອກ​ມາ​ໃຫ້​ເຫັນ​ຢ່າງ​ແຕກ​ຕ່າງກັນ​ຫລາຍ. ​ແລະ​ດັ່ງ​ນັ້ນ ສິ່ງ​ທ້າ​ທາຍ​ຕໍ່​
ວົງ​ການ​ວິທະຍາສາດ​ດ້ານດາວນົບພະ​ເຄາະໃນ​ເວລາ​ນີ້ ກໍຄືຈະ​ຕ້ອງຊອກຫາ
ທິດ​ສະ​ດີ​ໂດຍ​ທົ່ວ​ໄປກ່ຽວ​ກັບການ​ກໍ່​ຕົວ​ຂອງ​ພວກ​ດາວ​ນົພະ​ເຄາະ ​ແລະ​ມັນ
ເຮັດ​ວຽກ​ແນວ​ໃດ ​ທີ່​ບໍ່ ສາມາດ​ອະທິບາຍ​ໄດ້​ສະ​ເພາະ​ແຕ່​ໜ່ວຍ​ໂລກ​ເທົ່າ​ນັ້ນ
ແຕ່​ສາມາດ​ອະທິບາຍ​ກ່ຽວ​ກັບ​ດາວ​ພະພຸດ​ນັ້ນ​ນໍາ”.

ທ່ານ​ໂຊ​ໂລມ​ອນ ກ່າວ​ມ້ວນທ້າຍ​ວ່າ ຍານ​ສໍາ​ຫລວດ​ອະວະກາດ Messenger ຈະ
ເລີ່​ມທະຍອຍ​ສົ່ງ​ຮູບ​ພາບ​ຂອງ​ດາວ​ພະ​ພຸດ​ມາ​ຍັງ​ໂລກ ​ໃນ​ຕົ້ນ​ເດືອນ​ເມສາ​ນີ້ ຊຶ່ງ​ການ
ປະຕິບັດ​ການ​ໂຄຈອນ​ຂອງ​ຍານ Messenger ນີ້ ມີ​ກໍານົດ​ຍາວ​ນານ​ເຖິງນຶ່ງ​ປີ.

XS
SM
MD
LG