ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ຜູ້ຊາຍຫ້າຄົນ ຖືກຈັບ ຢູ່ອອສເຕຣຍເລຍ ຖານສົງໄສ ວາງແຜນເດີນທາງ ໄປຊີເຣຍ


ເຈົ້າໜ້າທີ່ອອສເຕຣຍຄົນນຶ່ງ ຖ່າຍຮູບເຮືອທີ່ຖືກຈັບໄດ້ ທີ່ເມືອງ Cairns ລັດ Queensland ປະເທດ Australia.
ເຈົ້າໜ້າທີ່ອອສເຕຣຍຄົນນຶ່ງ ຖ່າຍຮູບເຮືອທີ່ຖືກຈັບໄດ້ ທີ່ເມືອງ Cairns ລັດ Queensland ປະເທດ Australia.

ອອສ​ເຕຣຍ​ເລຍກ່າວວ່າ ​ຕົນ​ໄດ້​ຈັບ​ຜູ້​ຊາຍ​ຫ້າ​ຄົນ ທີ່​ສົງ​ໄສ​ວ່າ​ໄດ້​ວາງ​ແຜນ​ເດີນທາງ​ໂດຍ ​ທາງ​ເຮືອ​ໄປ​ອິນ​ໂດ​ເນ​ເຊຍ ​ແລະ​ຟິລິບ​ປີນ ​ເພື່ອ​ຈະ​ເດີນທາງ​ຕໍ່​ໄປ​ສົມທົບ​ບັນດາ​ກຸ່ມ​ຫົວ​ຮຸນ​ແຮງ​ຈັດ ທຳ​ການສູ້​ລົບ​ຢູ່​ໃນ​ຊີ​ເຣຍ.

ພວກ​ເຈົ້າໜ້າ​ທີ່ກ່າວ​ວ່າ ທັງຫ້າ​ຄົນ​ໄດ້​ຖືກ​ຈັບຢູ່ທີ່ລັດ Queensland ທາງ​ພາ​ກ​ເໜືອ​ຂອງ ປະ​ເທດ ຫລັງ​ຈາກ​ໄດ້​ແກ່​ເອົາ​ເຮືອ​ທີ່​ມີ​ຄວາມຍາວ​ເຈັດ​ແມັດ ເດີນທາງ ເກືອບ 3,000 ກິ ​ໂລ​ແມັດ​ ຈາກ​ນະຄອນ Melbourne ​ໄປ​ຫາ​ເມືອງ Cairns ບ່ອນ​ທີ່​ເຂົາ​ເຈົ້າ​ວາງ​ແຜນ​ຈ ຈະ​ເລີ້ມເດີນທາງ​ນັ້ນ.

ທ່ານ Neil Gaughan ຮອງ​ຜູ້​ບັນຊາ​ການຕຳຫຼວດຂອງ​ລັດຖະບານ​ກາງ​ອອສ ​ເຕຣຍ​ເລຍ ກ່າວ​ວ່າ “​ເຂົາ​ເຈົ້າ​ມີ​ຄວາມ​ຕັ້ງ​ໃຈ ​ແນ່ນອນ​ວ່າມີຄວາມ​ຕັ້ງ​ໃຈ​ທີ່​ສຸດ. ຄວາມ​ຈິງ​ທີ່​ເຂົາ​ເຈົ້າພາກັນ​ອອກ​ເດີນທາງ​ຈາກ​ນະຄອນ Melbourne ​ໄປຈົນ​ຮອ​ດ​ພາກ​ເໜືອ​ຂອງ​ລັດ Queensland ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ຄົນ​ພວກ​ນີ້​ໄດ້​ຕັດສິນ​ໃຈ​ຢ່າງ​ເດັດດ່ຽວ​ໃນ​ການ​ ຜະຈົນ​ໄພ​ຂອງ​ເຂົາ​ເຈົ້າ ​ແລະ​ພະຍາຍາມ​ອອກ​ຈາກ​ປະ​ເທດ.”

ທ່ານ George Brandis ອະທິ​ໄອ​ຍະ​ການ ກ່າວ​ວ່າ​ ພວກ​ຜູ້​ຊາຍຈຸນີ້ທີ່ມີອາຍຸ ​ແຕ່ 21 ​ຫາ 33 ປີ​ ໄດ້ວາງ​ແຜນ​ທີ່​ຈະ​ເດີນທາງໂດຍ​ທາງເຮືອ ​ເພາະວ່າ​ໜັງສື ຜ່ານ​ແດນ​ຂອງ​ເຂົາ​ເຈົ້າໄດ້ຖືກຍົກ​ເລີກ ​ເຮັດ​ໃຫ້​ເປັນ​ໄປ​ບໍ່​ໄດ້ທີ່ຈະ​ອອກ​ເດີນທາງ ​ໂດຍ​ທາງ​ເຮືອບິນ​. ຜູ້​ຊາຍ​ຄົນ ​ນຶ່ງ​ໃນ​ຈຳນວນ​ດັ່ງກ່າວ​ເຊື່ອ​ວ່າແມ່ນ ​ທ້າວ Musa Cerantoni ນັກ​ສອນ​ສາສະໜາ​ຫົວ​ຮຸນ​ແຮງ ​ແລະເປັນ​ປາກ​ກະບອກ​ສຽງ​ຊຸກຍູ້​ກຸ່ມ​ລັດ​ອິສລາມ. ລາວ​ໄດ້​ຖືກ​ຈັບ​ຢູ່​ຟິລິບ​ປີນ​ໃນ​ປີ 2014 ​ແລະ​ໄດ້​ຖືກ​ເນລະ​ເທດ​ຄືນໄປອອສ​ເຕຣຍ​ເລຍ ​ເນື່ອງ​ຈາກ​ການ​ສະໜັບສະໜູນ​ກຸ່ມ​ ຫົວ​ຮຸນ​ແຮງ​ຈັດຂອງ ຜູ້ກ່ຽວ.

Australia Security
please wait
Embed

No media source currently available

0:00 0:01:03 0:00

ອ່ານຂ່າວເລື້ອງນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG