ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ພິທີໄວ້ອາໄລ ຄົບຮອບໜຶ່ງປີ ຂອງຖ້ຽວບິນ MH17 ທີ່ຖືກ ຍິງຕົກ ໃນຢູເຄຣນ


ຍາດພີ່ນ້ອງຜູ້ເຄາະຮ້າຍ ຊາວອອສເຕຣເລຍຄົນໜຶ່ງ ຂອງຖ້ຽວບິນ MH17 ກຳລັງໂສກເສົ້າ ຢູ່ໃນພິທີໄວ້ອາໄລ.
ຍາດພີ່ນ້ອງຜູ້ເຄາະຮ້າຍ ຊາວອອສເຕຣເລຍຄົນໜຶ່ງ ຂອງຖ້ຽວບິນ MH17 ກຳລັງໂສກເສົ້າ ຢູ່ໃນພິທີໄວ້ອາໄລ.

ບັນດາ​ຜູ້​ໄວ້ອາ​ໄລ​ແກ່ ຜູ້​ເຄາະ​ຮ້າຍ​ຖ້ຽວ​ບິນ​ມາ​ເລ​ເຊຍ MH17
ທີ່​ຖືກ​ຍິງ​ຕົກ​ປີ​ກາຍ​ນີ້ ​ໄດ້​ພາກັນ​ເຕົ້າໂຮມ​ກັນ​ຢູ່ ໜູ່ບ້ານ
Hrabove ຂອງ​ຢູ​ເຄຣນ ​ເພື່ອ​ເປັນ​ຂີດໝາຍຄົບຮອບ​ໜຶ່ງ​ປີ​ເປັນ
​ເທື່ອ​ທຳ​ອິດ ຂອງ​ເຮືອບິນ​ຕົກ​ທີ່​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ 298 ຄົນ.

ບັນດາ​ຍາດຕິ​ພີ່ນ້ອງ​ຈະ​ພາກັນ​ອ່ານ​ຊື່​ ຜູ້​ເຄາະ​ຮ້າຍແຕ່ລະຄົນ​
ອອກ​ມາ​ດັງໆ ຊຶ່ງ​ເປັນ​ຜູ້​ທີ່​ເຮືອບິນ​ໄດ້​ຖືກ​ຍິງ​ຕົກໂດຍ​ລູກ​ສອນ
​ໄຟ ຢູ່​ເທິງ​ຂົງ​ເຂດ​ເມືອງ Donetsk ຂອງ​ຢູ​ເຄຣນ ​ໃນວັນ​ທີ່ 17
​ເດືອນກໍລະກົດ ປີ 2014.

ສະຖານທີ່​ໄວ້ອາ​ໄລ​ໄດ້​ຕັ້ງ​ຂຶ້ນ​ຢູ່​ໃກ້​ບ່ອນ​ເຮືອບິນ​ຕົກ ບ່ອນ​ທີ່​
ຫລາຍໆ​ຄົນ​ໄດ້​ມາ​ໄວ້​ອາ​ໄລ.ພິທີ່ໃນ​ວັນ​ສຸກ​ມື້​ນີຈະ​ຮວມທັງການ​ເປີດ ອະນຸສາວະລີທີ່​ໄດ້
​ທຶນ​ຈາກ ພວກ​ກະບົດ​ລັດຖະບານ​ທ້ອງ​ຖິ່ນ.

ຢູ​ເຄຣນ ​ໄດ້​ຕິຕຽນ ພວກ​ກະບົດ​ນິຍົມຣັດ​ເຊຍ ​ໃນ​ການ​ຍິງ​ເຮືອບິນ​ຕົກ ​ໃນ​ຂະນະ​ທີ່​ມົສກູ
​ແລະ​ພວກ​ກະບົດ ປະຕິ​ເສດ​ການ​ຮັບ​ເອົາ​ຄວາມ​ຮັບຜິ​ຊອບ ​ແລະ​ຕິຕຽນ ກຳລັງ​ທະຫານ
​ຢູ​ເຄຣນ.

​ໃນ​ປະ​ເທດ​ອອສ​ເຕຣເລຍ ທີ່​ເປັນບ້ານ​ເຮືອນ​ຂອງ​ຜູ້​ເຄາະ​ຮ້າຍ 38 ຄົນ ໜັງສືພິມ Sydney
Daily Telegraph ​ໄດ້​ເຜີ​ຍ​ແຜ່ ວິ​ດີ​ໂອ ຢູ່​ໜ້າແວັບໄຊ​ຕ໌ ສະ​ແດງ​ໃຫ້​ເຫັນ​ອັນ​ທີ່​ກ່າວ​ວ່າ
ກຳລັງ​ຂອງພວກ​ກະບົດນິຍົມຣັດ​ເຊຍ ພາກັນ​ຊອກ​ຄົ້ນ​ຫາສິ່ງຂອງຢູ່​ບ່ອນ​ເຮືອບິນ​ຕົກ ​ແລະ
​ພົບ​ເຫັນ​ວ່າ​ເປັນ​ເຮືອບິນ​ໂດຍສານ ​ແທນ​ທີ່​ເປັນ​ເຮືອບິນ​ທະຫານ​ຢູ​ເຄຣນ. ໜັງ​ສືພິມ​ກ່າວ
ວ່າ ຮູບ​ພາບດັ່ງກ່າວ​ໄດ້​ລັກ​ເອົາ​ອອກ​ມາ​ຈາກ​ຄ້າຍ​ຂອງ​ພວກ​ກະບົດ​ຢູ່​ໃນ​ເມືອງ Donetsk
​ແລະ​ໄດ້​ຮັບ​ຈາກ​ໜັງສື​ພິມ​ໃນ​ອາທິດ​ນີ້.

Ukraine Mh17
please wait
Embed

No media source currently available

0:00 0:00:53 0:00

XS
SM
MD
LG