ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ທ່ານ Meles Zenawi ນາຍົກລັດຖະມົນຕີ​​ເອທິ​ໂອ​ເປຍ ​ເຖິງແກ່​ ອະສັນ​ຍະ​ກຳ ​(ວີດີໂອ)


ນາຍົກລັດຖະມົນຕີເອທິໂອເປຍ ທ່ານ Meles Zenawi ທີ່ເສຍຊີວິດກະທັນຫັນເມື່ອວັນຈັນ ວານນີ້
ນາຍົກລັດຖະມົນຕີເອທິໂອເປຍ ທ່ານ Meles Zenawi ທີ່ເສຍຊີວິດກະທັນຫັນເມື່ອວັນຈັນ ວານນີ້
ທ່ານ Meles Zenawi ນາຍົກລັດຖະມົນຕີປະ​ເທດເອທິ​ໂອ​ເປຍ ​ໄດ້​ເຖິງ ​ແກ່​ອະສັນ​ຍະ​ກຳ ​ລວມອາຍຸ​ໄດ້ 57 ປີ ຫຼັງຈາກ​ທີ່​ສົງໄສ​ວ່າ​ມີ​ບັນຫາ​ສຸຂະ ພາບ​ມາໄດ້ຫຼາຍ​ເດືອນ​ແລ້ວ​ນັ້ນ.

​ໂທລະພາບ​ລັດ ​ໄດ້​ປະກາດ​ໃຫ້​ຊາບກ່ຽວ​ກັບ​ຂ່າວການ​ເຖິງ​ແກ່​ອະສັນ​ຍະ​ກຳຂອງ​ທ່ານ ​ເມື່ອ​ວັນ​ອັງຄານ​ມື້​ນີ້ ​ໂດຍເວົ້າ​ວ່າ ທ່ານ​ໄດ້​ສິ້ນ​ໃຈ​ຍ້ອນການ​ອັກ​ເສບ​ຢ່າງ​ກະທັນຫັນ ໃນ​ຕອນວັນ​ຈັນ​ວານ​ນີ້ ທີ່​ໂຮງໝໍ​ໃນ​ຕ່າງປະ​ເທດ​ແຫ່ງ​ນຶ່ງ.

ທ່ານ Meles ​ໄດ້​ລົ້ມ​ປ່ວຍ​ລົງ​ຈາກ​ສາ​ເຫດ​ທີ່​ບໍ່​ໄດ້​ເປີດ​ເຜີຍ ​ແລະ​ກໍ​ບໍ່​ໄດ້ ອອກ​ປະກົດ​ຕົວ​ຕໍ່​ສາທາລະນະ​ເປັນ​ເວລາດົນກວ່າ​ນຶ່ງ​ເດືອນມາ​ແລ້ວ.

ສື່​ມວນ​ຊົນ​ລັດ​ເວົ້າ​ວ່າ ຮອງ​ນາຍົກລັດຖະມົນຕີ Hailemariam Desalegn ຈະ​ຮັກສາ​ການ​ຕໍາ​ແໜ່​ງນາຍົກລັດຖະມົນຕີ​ແທນ ​ເປັນ​ການຊົ່ວຄາວ.
ນາຍົກລັດຖະມົນຕີ Meles ​ໄດ້​ປົກຄອງ​ປະ​ເທດ​ມາ​ເປັນ​ເວລາດົນກວ່າ 20 ປີ ຫຼັງຈາກ​ກຸ່ມພັນທະ​ມິດກະບົດ​ທີ່​ທ່ານ​ເປັນ​ຜູ້​ນໍາພາ ຄື​ແນວ​ໂຮມ​ປະຕິ​ວັດ​ປະຊາທິປະ​ໄຕ​ຂອງ​ ປະຊາຊົນ​ເອທິ​ໂອ​ເປຍ ທີ່​ມີ​ຊື່​ຫຍໍ້​ວ່າ EPRDF ​ໄດ້ເຂົ້າຢຶດກໍາ​ອໍານາດ​ໃນ​ປີ 1991.

ທ່ານ Meles ​ໄດ້​ຮັບ​ຄໍາ​ຍ້ອງຍໍ​ສັນລະ​ເສີນ​ຈາກ​ຕ່າງປະ​ເທດ​ສໍາລັບ​ຜົນ ງານ​ປັບປຸງ​ຕ່າງໆ​ດ້ານ​ເສດຖະກິດ​ຂອງ​ທ່ານ ຕະຫຼອດທັງ​ການ​ສຶກສາ ​ແລະ​ດ້ານ​ສາທາລະນະ​ສຸກ. ​ແຕ່​ກຸ່ມປົກ​ປ້ອງ​ສິດທິ​ມະນຸດ​ໄດ້​ຕໍາ​ໜິຕິຕຽນ​ທ່ານຢ່າງ​ແຮງ​ ​ໃນ​ການ​ຝ່າຝືນຫຼາຍຢ່າງຫຼາຍ ປະການ ​ໂຮມ​ທັງ​ຂໍ້​ຈໍາກັດ ຕ່າງໆ​ຕໍ່​ວົງ​ການ​ສື່​ມວນ​ຊົ​ນອິດສະຫຼະນໍາ.

ພາຍ​ໃຕ້​ການ​ນໍາພາ​ຂອງ​ທ່ານ Meles ນັ້ນ ​ເອທິ​ໂອ​ເປຍ​ໄດ້​ຕໍ່ສູ້​ສົງຄາມ ຊາຍ​ແດນ​ບັ້ນ​ນຶ່ງ​ກັບປະ​ເທດ​ເພື່ອນ​ບ້ານ Eritrea ​ແລະ​ໄດ້​ສົ່ງ​ທະຫານ ​ໄປໂຊ​ມາ​ເລຍ ​ເພື່ອ​ຊ່ວຍ​ສູ້ລົບ​ກັບ​
ກຸ່ມ​ຫົວ​ຮຸນ​ແຮງ​ອີສລາມ.
XS
SM
MD
LG