ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການລ່ອງເຮືອ ໃນເຂດ ສາມຫລ່ຽມທອງຄໍາ ຍັງບໍ່ປອດໄພ (ເບິ່ງສະໄລດ໌ກັບ ວີດີໂອລາວ/ອັງກິດ)


ເຂດສາມຫລ່ຽມ​ຄໍາ ບ່ອນ​ທີ່​​​ຊາຍ​ແດນຂອງປະ​ເທດ​ມຽນມາ ລາວ ​ແລະ ​ໄທ ມາບັນຈົບ​ຄົບກັນ ຢູ່​ລໍາ​ແມ່​ນໍ້າຂອງນັ້ນ ​ແມ່ນ​ເປັນທີ່​ຮູ້​ກັນ​ມາ​ເປັນ​ເວລາ​ດົນ​ນານ​ແລ້ວ ຍ້ອນປະວັດ​ການລັກລອບ​ຄ້າຂາຍ​ຢາ​​ຝິ່ນ​ ​ແລະ​ເປັນ​ບ່ອນ​ທີ່​ບໍ່​ມີ​ຕົວ​ບົດກົດໝາຍ​ນັ້ນ. ບັດ​ນີ້ ຂົງ​ເຂດ​ດັ່ງກ່າວ​​ໄດ້​ກາຍ​ເປັນ​ແມ່​ເຫລັກ​ດຶງ​ດູດ​ພວກນັກ​ທ່ອງ​ທ່ຽວໃຫ້​ໄປ​ ​ເບິ່ງ ຍ້ອນ​ຊື່​ສຽງ​ທີ່​ບໍ່​ດີ​ ທິວວະ​ທັດອັນ​ສວ​ຍງາມ​ ສະຖານທີ່​ຕາກອາກາດ ​ແລະ​ສະຖານ​ກາສິ​ໂນ​ແຫ່ງ​ໃໝ່ໆ. ​ແຕ່​ວ່າການ​ໂຈມ​ຕີ​ຂັ້ນ​ນອງ​ເລືອດ​ເມື່ອ​ປີ​ຜ່ານ​ມາ​ ​ຕໍ່ເຮືອ​ສອງ​ລໍາ​ຂອງ​ຈີນ​ທີ່​ບັນທຸກ​​ຢາ​ບ້າ methamphetamines ​ມູນ​ຄ່າ​ຫລາຍ​ລ້ານ​ໂດ​ລາ​ໄປເຕັມ​ລໍາ​ເຮືອນັ້ນ ​ໄດ້​ສ້າງຄວາມ​ເປັນ​ຫ່ວງ​ຂຶ້ນມາ​ ຢ້ານ​ວ່າ​ຈະ​​ເກີດ​ຄວາມ​ຮຸນ​ແຮງ​ຂຶ້ນ​ອີກ​ ຍ້ອນຢາ​ເສບ​ຕິດ​ນັ້ນ. Daniel Schearf ຜູ້​ສື່​ຂ່າວ​ວີ​ໂອ​ເອ ລາຍ​ງານ​ມາຈາກ​​ເຂດ ສາມຫລ່ຽມທອງຄໍາ ຊຶ່ງ​ທອງ​ປານຈະ​ນໍາ​ລາຍ​ລະອຽດ​ມາສະ​ເໜີ​ທ່ານ.

ເບິ່ງວີດີໂອ ພາສາລາວ:

ເຮືອ​ລາດຕະ​ເວນ​ຂອງ​ໄທ​ທີ່​ຕິດ​ອາວຸດຢ່າງ​ໜັກ ກໍາ​ລັ​ງຄຸ້ມ​ກັນ​ຄະນະ​ຜູ້​ແທນ​ດ້ານ​ຄວາມ​ປອດ​
ໄພ​ສາທາລະນະຂອງຈີນ​ ທີ່​ມາ​ຢ້ຽມຢາມ​ຂົງ​ເຂດ​ນີ້.

ແມ່ນຢູ່​ບ່ອນນີ້ ໃນ​ເດືອນຕຸລາ​ປີຜ່ານມາ ທີ່ກໍ່າ​ປັ່ນ​ບັນທຸກ​ສິນຄ້າ​ຈີນ​ສອງ​ລໍາ ຖືກ​ໂຈມ​ຕີ​ໂດຍ
​ພວກ​ມື​ປືນ ທີ່ໄດ້​ສັງຫານ​ລູກ​ເຮືອ​ຊາວ​ຈີນທັງ​ໝົດ 13 ຄົນ ​ແລ້ວໂຍນ​ສົບ​ລົງ​ນໍ້າ.

ຕໍາຫລວດ​ໄທ​ໄດ້​ສອບ​ປາກ​ຄໍາ​ທະຫານ​ໜ່ວຍ​ປາບ​ປາມ​ຢາ​ເສບ​ຕິດຂອງ​ໄທ 9 ຄົນ ​ໃນ​ການ
​ສືບສວນ​ກ່ຽວ​ກັບ​ອາຊະຍາ​ກໍາ​ດັ່ງກ່າວ.

ຂະນະ​ນີ້ ​ຈີນ​ກໍາ​ລັງ​ປະຕິບັດ​ການ​ຮ່ວມກັບ​ຝ່າຍ​ລາວ ມຽນມາ ແລະ​ໄທ ​ເພື່ອ​ປະສານ​ງານ
​ການລາດຕະ​ເວນ​ຮັກສາ​ຄວາມ​ປອດ​ໄພ​ຕາ​ມລໍາ​ແມ່​ນໍ້າຂອງ.

ພົນ​ຕໍາຫລວດ​ເອກ ວິຊຽນ ​ໂພດ​ໂພ​ສີ ​ເລຂາທິການ​ສະພາ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ໄທ ກ່າ​ວວ່າ

“ຜົນ​ຂອງ​ການ​ຮ່ວມ​ມື​ກັນ​ລະຫວ່ງສີ່​ປະ​ເທດ ​ນັບ​ຕັ້ງ​ແຕ່ເດືອນ​ທັນ​ມາ​ເປັນ​ຕົ້ນ​ມາ ​ກໍ​ຄື ​
ການ​ຮັກສາ​ຄວາມ​ປອດ​ໄພ​ໄດ້​ເຂັ້ມ​ງວດ​ຂຶ້ນ​ອີກ ການ​ລັກລອບ​ເຂົ້າເມືອງ​ຜິດ​ກົດໝາຍ
​ລົດ​ຕໍ່າລົງ ອາຊະຍາ​ກໍາ​ຂ້າມ​ຊາດກໍຕໍ່າລົງ ​ພ້ອມກັບ​ມີ​ການ​ເດີນ​ເຮືອຫລາຍ​ຂຶ້ນ ​ແລະ​
ການ​ແລກປ່ຽນ​ສິນຄ້າ​ກັນກໍ​ຫລາຍ​ຂື້ນ​.”

ພວກກໍ່າ​ປັ່ນ​ບັນທຸກ​ສິນຄ້າ​ລໍາ​ໃຫຍ່ໆຢູ່​ແມ່​ນໍ້າຂອງ​ ທີ່​ມີ​ເຮືອ​ລ່ອງ​ຂື້ນ​ລົງ​ບໍ່​ຂາດ​ລະຍະ​ນັ້ນ
ບັດ​ນີ້ ​ໄດ້​ຮັບອະນຸຍາດ​ໃຫ້​ມີເຮືອ​ຄຸ້ມ​ກັນ​ຕິດ​ອາວຸດ ​ເພື່ອ​ຮັບປະກັນການ​ນໍາ​ສົ່ງ​ສິນຄ້າໃຫ້
​ເຖິງ​ຈຸດໝາຍປາຍທາງ​ຢ່າງ​ປອດ​ໄພ.

ແຕ່​ພວກ​ເຮືອ​ລໍາ​ນ້ອຍໆ​ແມ່ນ​ມັກ​ຈະ​ຖືກ​ປະປ່ອຍໃຫ້​ຄຸ້ມ​ຄອງ​ກັນ​ເອົາ​ເອງ.

ພວກ​ຂັບ​ເຮືອ​ຈະຜູກ​ຍັນຄາຖາ ​ເພື່ອຊ່ວຍກັນ​ເງືອກນໍ້າຂອງ​ທີ່​ເຂົາ​ເຈົ້າ​ເຊື່ອ​ຖື​ນັ້ນ ເພື່ອບໍ່​ໃຫ້ເກີດ
​ມີ​ໄພອັນຕະລາຍໃດໆ ​ແຕ່​ນາຍ​ພອນ ຄົນ​ລາວທີ່​ຂັບ​ເຮືອຂົນ​ສົ່ງ​ ກ່າວ​ວ່າ ປັດຈຸບັນ​ນີ້ ​ເວດມົນ
​ຄາຖາຫຍັງ​ກໍ​ຊ່ວຍກັນ​ພວກ​ປຸ້ນ​ຈີ້​ກາງ​ນໍ້າ ​ບໍ່​ໄດ້​ແລ້ວ.

ເມື່ອ​ເດືອນ​ຜ່ານ​ມາ ນາຍ​ພອນ​ກໍາລັງ​ຂົນ​ໄກ່​ແຊ່​ເຢັນ​ ລ່ອງ​ຂຶ້ນ​ເໜືອໄປຍັງປະ​ເທດ​ຈີນ ເວລາ
​ເຮືອ​ຂອງລາວຖືກ​ດັກປຸ້ນ​ຈີ້ ​ໂດຍ​ພວກຜູ້ຊາຍ​ທີ່​ຂີ່​ເຮືອ​ໄວ​ມາ​ຫລາຍ​ລໍາ ​ແລະຖື​ອາວຸດ​ປືນ
​ແອ​ມ 16.

ເຖິງ​ແມ່ນ​ຈະ​ມີ​ໄພ​ອັນຕະລາຍ​ເຊັ່ນ​ນີ້​ກໍ​ຕາມ ນາຍ​ພອນ ກໍ​ຕ້ອງ​ສ່ຽງ​ຂັບ​ເຮືອ ສົ່ງ​ເຄຶ່ອງຂອງ​
ຫລາຍໆ​ຖ້ຽວ​ໃນ​ແຕ່ລະ​ເດືອນ ​ເພື່ອ​ຫາ​ລ້ຽງ​ຊີ​ບ. ລາວ​ກ່າວ​ວ່າ: “ເພາະວ່າ​ຖ້າ​ຫາກ​ເຮົາ
​ບໍ່​ເຮັດ​ວຽກ​ແນວ​ນີ້ ພວກ​ເຮົາ​ກໍ​ບໍ່​ມີ​ລາຍ​ໄດ້​ຫຍັງ ​ເພາະ​ຄອບຄົວ​ເຮົາ​ຕ້ອງການ​ເງິນ​ມາ​
ຈຸນ​ເຈືອ​ລ້ຽງ​ດູ​ກັນ​ໄປຢູ່.”

ພວກ​ຄົນ​ໃນ​ທ້ອງ​ຖິ່ນ​ຫລາຍໆ​ຄົນ​ກ່າວ​ວ່າ ຄວາມ​ປອດ​ໄພ​ຕາ​ມລໍານໍ້າຂອງ ​ແມ່ນ​ຮ້າຍ​ແຮງ
​ຂຶ້ນນັບ​ມື້ ​ເຖິງ​ແມ່ນ​ທາງ​ການຈະ​ໃຫ້ການ​ຮັບປະກັນ​ກໍ​ຕາມ.

ພວກ​ຄົນ​ຂັບ​ເຮືອຈະ​ຂົນ​ສົ່ງ​ຜູ້​ໂດຍສານໄປ​ຍັງ​ກາສິ​ໂນ​ຢູ່​ໃນ​ລາວແລະ​ມຽນມາ ​ແຕ່ບໍ່​ຍອມ
ແລ່ນ​ຂຶ້ນ​ໄປກາຍ​ເຂດ​ເກາະ​ນີ້​.

ນາຍທາ​ນິດ ຈົງ​ພັກດີ ຫາ​ປາ​ລ້ຽງ​ຊີບ​ຢູ່ໃນ​ແມ່​ນໍ້າ​ແຫ່ງ​ນີ້ ​ມາ​ໄດ້​ຫົກ​ປີ​ແລ້ວ. ​ລາວ​ເວົ້າວ່າ
ນັບ​ຕັ້ງ​ແຕ່​ເກີດ​ເຫດ​ສັງຫານ​ເມື່ອ​ເດືອນ​ຕຸລາ​ຜ່ານ​ມາ​ນັ້ນ ພວກ​ຫາ​ປາກໍ​ຢ້ານ ​ແລະ​ບໍ່​ກ້າ
​ແລ່ນ​ຂຶ້ນ​ໄປ​ໄກ​ກວ່າ​ນີ້​ອີກ.

ລາວ​ເວົ້າວ່າ “ຄົນ​ຂັບ​ເຮືອ​ບາງ​ຄົນ​ກໍ​ຍັງ​ກ້າ​ແລ່ນ​ເຮືອ​ຂື້ນ​ກາຍ​ເຂດ​ນັ້ນ​ໄປ​ຢູ່ ​ແຕ່​ຖ້າ​
ພວກ​ທະຫານ​ມຽນມາ​ເຫັນ ພວກ​ເຂົາ​ເຈົ້າກໍ​ຈະ​ຕິດຕາມ​ໄປ ​ແລະຖ້າ​ຍັງ​ຂືນ​ແລ່ນ​ຂຶ້ນ​
ໄປ​ອີກ ພວກ​ທະຫານ​ມຽນມາ​ກໍຈະ​ເອີ້ນ​ໃສ່ ​ແລະຖ້າ​ບໍ່​ຕອບ ພວກ​ເຂົາ​ກໍ​ຈະ​ຍິງ.”

ໃນ​ຕອນ​ນີ້ ພວກ​ນັກ​ທ່ອງ​ທ່ຽວ​ກໍ​ຍັງ​ພາກັນ​ແຫ່​ກັນ​ໄປ​ຍັງ​ເຂດ​ສາມຫລ່ຽມທອງຄໍາ​ກັນຢູ່​
ບໍ່​ຂາດ ​ເພື່ອ​ທ່ຽວ​ຊົມ​ສະຖານ​ທີ່​ທີ່ພິ​ເສດແຫ່ງ​ນີ້ ທີ່ມີ​ທິວ​ທັດ​ສວຍ​ງານແລະມີຊື່ສຽງບໍ່​ຄ່ອຍ
​ດີ​ນັ້ນ ຊຶ່ງພວກ​ນັກ​ທ່ອງ​ທ່ຽວ​ຫລາຍໆ​ຄົນ​ກໍ​ອາດຈ ບໍ່​ຮູ້​ກໍ​ໄດ້ວ່າ ເຂດ​ດັ່ງກ່າວ​ຍັງ​ດິ້ນຮົນ​ທີ່
​ຈະເຊຶ່ອງປະວັດ​ທີ່​ບໍ່​ດີ​ນີ້​ໄວ້​ເບື້ອງ​ຫລັງ.

ເບິ່ງວີດີໂອພາສາອັງກິດ:

XS
SM
MD
LG