ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ກຸ່ມປະເທດແມ່ນໍ້າຂອງ ປະຊຸມກັນທີ່ກໍາປູເຈຍ


ຊາວຂະເໝນຫາປາຢູໃນແມນຂອງ ທນະຄອນຫລວງພະນົມເປັນຂອງກຳປູເຈຍ. (REUTERS/Chor Sokunthea)
ຊາວຂະເໝນຫາປາຢູໃນແມນຂອງ ທນະຄອນຫລວງພະນົມເປັນຂອງກຳປູເຈຍ. (REUTERS/Chor Sokunthea)

ຄະນະ​ລັດຖະມົນຕີ​ຮັບຜິດຊອບ​ດ້ານ​ສະພາບ​ແວດ​ລ້ອມ ຈາກ​ຫົກ​ປະ​ເທດ​ຂົງ​ເຂດ​ເອເຊຍ ​ປະຊຸມ​ກັນ​ຢູ່​ທີ່​ນະຄອນ​ຫລວງ​ພະນົມ​ເປັນ ປະ​ເທດ​ກໍາປູ​ເຈຍ ​ໃນ​ອາທິດ​ແລ້ວ​ນີ້ ເພື່ອ​​ສໍາ​ເລັດ​ແຜນການ​ປະຕິບັດ​ງານ​ຮ່ວມ​ກັນ ​ໃນ​ການສ້າງ​ຄວາມ​ສົມ​ດຸນລະຫວ່າງ​ການພັດທະນາ​ເສດຖະ ກິດ ​ແລະ​ການ​ພິທັກ​ປົກ​ປ້ອງ​ສະພາບ​ແວດ​ລ້ອມ ຢູ່​ໃນ​ຂົງ​ເຂດ​​ທີ່​ມີ​ແມ່​ນໍ້າ​ສາຍ​ນຶ່ງ​ທີ່​ເຕັມ​ໄປ​ດ້ວຍ ຊີວະ​ນານາ​ພັນຫລາຍ​ທີ່​ສຸດ ​ແລະ​ຍາວ​ທີ່​ສຸດ​ຂອງ​ໂລກ ກໍ​ຄື​ແມ່​ນໍ້າຂອງ. ທອງ​ປານມີ​ເລຶ່ອງນີ້ ມາສະ​ເໜີ​ທ່ານ​.

ໃນ​ປີ 2005, ພວກ​ປະ​ເທດທີ່​ມີແມ່​ນໍ້າຂອງ​ ທີ່ມີ​ຄວາມ​ຍາວ 4,800 ຫລັກ​ກິ​ໂລ​ແມດ ໄຫລ​ຜ່ານນັ້ນ ​ໄດ້​ຈັດ​ຕັ້ງ​ແຜນການ​ໄລ​ຍະ​ຫ້າ​ປີຊຸດ​ທໍາ​ອິດ​ຂຶ້ນ​ມາ ​ເພື່ອປຸ້ມລຸມຄວາມ​ພະຍາຍາມໃຫ້​ເປັນອັນ​ນຶ່ງ​ອັນ​ດຽວ​ກັນ ​ເພື່ອ​ສ້າງ​ຄວາມ​ສົມ​ດຸນໃນ​ລະຫວ່າງການ​ພິທັກ​ຮັກສາສະພາບ​ແວດ​ລ້ອມ ​ແລະ​ການ​ພັດທະນາ ພ້ອມ​ກັບ​ລົດ​ຜ່ອນ​ຄວາມທຸກ​ຈົນ​ໄປ​ພ້ອມໆ​ກັນ.

ໂຄງການ​ດັ່ງກ່າວ​ທີ່​ມີ​ມູນ​ຄ່າ 30 ລ້ານ​ໂດ​ລາ ​ແລະ​ມີຊື່​ຍາວ​ໆ​ວ່າ ​ໂຄງການແກ່ນ​ແທ້​ຂອງ​
ສະພາບ​ແວດ​ລ້ອມ ​ແລະ​ການ​ລິ​ເລີ່​ມ​ເສ້ນ​ທາງສະ​ຫງວນຮັກສາຊີວະນານາ​ພັນ ​ແມ່ນ​ຈະ​ໝົດ
ອາ​ຍຸໃນ​ເດືອນ​ທັນວາປີນີ້. ຫົກ​ປະ​ເທດ​ຢູ່​ໃນຂົງ​ເຂດແມ່​ນໍ້າຂອງ​ທັງ​ໝົດ ອັນ​ມີ ຈີນ ມຽນມາ ​
ໄທ ລາວ ກໍາປູເຈຍ ​ແລະ​ຫວຽດນາມນັ້ນ ​ພ້ອມ​ກັບ​ບັນດາ​ລັດຖະມົນຕີທີ່​ຮັບຜິດຊອບ​ດ້ານ
ສະພາບ​ແວດ​ລ້ອມ​ຂອງ​ພວກ​ປະ​ເທດ​ເຫລົ່າ​ນີ້​ ໄດ້​ຮັບຮອງ​ເອົາ ​ໃນທາງ​ຫລັກການ ການ​ຕໍ່
ອາຍຸໂຄງການ​ນີ້ໄປ​ຈົນ​ເຖິງ​ປີ 2016. ຄາດ​ວ່າຈະ​ມີການ​ຮັບຮອງ​ເອົາແຜນການ​ດັ່ງກ່າວຢ່າງ
ເປັນ​ທາງການ​ໃນ​ເດືອນທັນວາ​ ທ້າຍ​ປີນີ້.

ທ່ານ ສະ​ນັດ ຣະນະ​ວາ​ນາ ປະ​ຈໍາ​ທະນາຄານ​ພັດທະນາ​ເອ​ເຊຍ ທີ່ເປັນ​ຜູ້​ບໍລິຫານໂຄງການ
ດັ່ງກ່າວ ອະທິບາຍວ່າ​ເປັນ​ຫຍັງການ​ເຈລະຈາ​ກັນ​ແບບ​ນີ້ ​ຈຶ່ງ​ມີ​ຄວາມ​ສໍາຄັນ​ທີ່​ສຸດຕໍ່​ປະຊາ
ຊົນ​ຫລາຍ​ສິບ​ລ້ານ​ຄົນ. ທ່ານ ສະ​ນັດ ເວົ້າວ່າ:

“ເຂດ​ແມ່​ນໍ້າຂອງ​ທັງ​ໝົດ ຫລື GMS ​ເປັນ​ຂົງ​ເຂດ​ທີ່​ມີ​ຄວາມ​ເຕີບ​ໂຕ​ຢ່າງ​ວ່ອງ​ໄວ. ​
ແລະ​ຄວາມ​ສາມາດ​ບົ່ມ​ຊ້ອນຂອງ​ການ​ເຕີບ​ໂຕ​ຢູ່ໃນ​ເຂດນີ້​ແມ່ນ​ໃຫຍ່​ມະຫາສານ.
ພວກ​ປະ​ເທດຕ່າງໆ ເຊັ່ນ​ຈີນ ພ້ອມ​ທັງພວກ​ປ​ະ​ເທດ​ເພື່ອນ​ບ້ານ​ ເຊັ່ນ​ອິນ​ໂດ​ເນ​
ເຊຍ ຫລື​ອິນ​ເດຍ ຊຶ່ງ​ເປັນ​ພວກ​ປະ​ເທດ​ທີ່​ມີຄວາມ​ຮຽກຮ້ອງ​ຕ້ອງການ​ຢ່າງ​ຫລວງ
ຫລາຍ ສໍາ​ລັບຊັບພະຍາກອນ​ທໍາ​ມະ​ຊາດ​ ​ແລະ​ຜະລິດ​ຕະພັນ​ຕ່າງໆ​ຈາກ​ຂົງ​ເຂດ​
ນີ້. ດັ່ງ​ນັ້ນ ​ໂຄງ​ການ​ດັ່ງ​ທີ່​ກ່າວ​ມາ​ນີ້ ຈຶ່ງຖື​ວ່າ​ສໍາຄັນ​ທີ່​ສຸດ ​ແລະ​ຈໍາ​ເປັນ​ຕໍ່ການ​ສ້າງ
ຄວາມ​ສົມ​ດຸນ ​ໃນ​ລະຫວ່າງສິ່ງ​ທີ່​ຂົງ​ເຂດ​ນີ້​ອາດ​ຈະຕ້ອງ​ໄດ້​ເຮັດ​ໃນ​ອະ​ນາ​ຄົດ​ຢູ່
ແລ້ວ ເຊ່ນ ການພັດທະນາ​ໃນ​ອະນາຄົດ ​ກັບ​ວິທີ​ການ​ທີ່​ຂົງ​ເຂດ​ນີ້ຈະສາມາດ​ຄຸ້ມ​
ຄອງ​ຊັບພະຍາກ​ອນຂອງ​ຕົນ​ເອງແບບຍືນ​ຍົງ​ຖາວອນ​ ໄດ້ ຢ່າງ​ໃດ.”

ຊາວຂະເໝນຄົນນງຍາງຂາມແຜນໄມ ຈາກເຮືອຫາປາຂອງລາວ ທຈອດຢູແຄມ ຝງແມນຂອງ ໃກໆກັບນະຄອນຫລວງ ພະນົມເປັນ, ວັນທີ 27 ກໍລະກົດ 2011.
ຊາວຂະເໝນຄົນນງຍາງຂາມແຜນໄມ ຈາກເຮືອຫາປາຂອງລາວ ທຈອດຢູແຄມ ຝງແມນຂອງ ໃກໆກັບນະຄອນຫລວງ ພະນົມເປັນ, ວັນທີ 27 ກໍລະກົດ 2011.

ແມ່​ນໍ້າຂອງ ​ແລະ​ແມ່​ນໍ້າ​ສາຂາ​ຂອງ​ມັນ​ນັ້ນ
ແມ່ນເປັນ​ນຶ່ງ​ໃນ​ເຂດການ​ປະມົງ​ປາ​ນໍ້າຈືດ​
ທີ່​ອຸດົມສົມບູນ​ທີ່​ສຸດ​ໃນ​ໂລກ ​ແຕ່​ພວກ​ນັກ​
ເຄຶ່ອນ​ໄຫວດ້ານສະພາບ​ແວດ​ລ້ອມ​ເຕືອນ
ວ່າ ​ແມ່​ນໍ້າ​ຂອງກໍາ​ລັງຕົກ​ຢູ່​ພາຍ​ໃຕ້​ການ
ຂົ່ມຂູ່ຫລາຍຂຶ້ນນັບ​ມື້​ ຈາກ​ມົນ​ລະ​ພິດ​ແລະ​
ເຂຶ່ອນ​ໄຟຟ້ານໍ້າ​ຕົກ ທີ່ຫລາຍໆ​ປະ​ເທດ​ມີ ແຜນ​ຈະ​ສ້າງ​ຂຶ້ນ​ໃໝ່ນັ້ນ.

ພວກ​ປົກ​ປ້​ອງສະພາບ​ແວດ​ລ້ອມ​ພາກັນ​ຢ້ານ​ວ່າ ​ເຂື່ອນ​ໄຟຟ້າ​ນໍ້າ​ຕົກອາດ​ສ້າງ​ຄວາມ​ເສຍ​ຫາຍ​ຢ່າງໃຫຍ່​ຫລວງ​ ໃຫ້​ແກ່​ພວກ​ຝຸງປາ​ທີ່​ ຍ້າຍຖິ່ນ​ຖານ​ໄປ​ຕາມ​ລະດູ​ການ​ນັ້ນ ພ້ອມ​ທັງ​ການ​ໄຫລ​ຂອງ​ຂີ້ຕົມ​ແລະ​ເສດ​ສິ່ງ​ຕ່າງໆ ທີ່​ກໍ່​ຕົວຂຶ້ນ​ແລະ​ພິທັກ​ປົກ​ປ້ອງ​ເຂດ​ປາກ​ແມ່​ນໍ້າ ຂອງ ​ໃນ​ພາກຕາ​ເວັນ​ອອກສຽງ​ໃຕ້​ຂອງ​ຫວຽດນາມ.

ຂໍ້​ສະ​ເໜີສ້າງ​ເຂື່ອນ​ທີ່​ມີ​ການ​ຂັດ​ແຍ້​ງກັນ​ຫລາຍ​ທີ່​ສຸດ​ນັ້ນ​ ກໍ​ຄື​ເຂື່ອນ​ໄຟຟ້າ​ໄຊ​ລະ​ບູລີ​ ມູນ​ຄ່າ 3800 ​ລ້ານ​ໂດ​ລາໃນ​ລາວ ​ແຕ່​ຫລັງ​ຈາກ​ທີ່​ມີ​ການກົດດັນຈາກ​ພວກ​ປະ​ເທດ​ໃນ​ເຂດ​ລຸ່ມ​ຂອງ ແມ່​ນໍ້າຂອງ ກໍ​ຄື ກໍາປູ​ເຈຍ ​ແລະ ຫວຽດນາມນັ້ນ ພວກ​ເຈົ້າໜ້າ​ທີ່​ລາວກໍ​ໄດ້ກ່າວ​ເມື່ອ​ໝໍ່ໆ​ມາ​ນີ້​ວ່າ ພວກ​ຕົນ​ຈະໂຈະການ​ສ້າງເຂຶ່ອນດັ່ງກ່າວ​ນີ້​ໄວ້​ກ່ອນ.

ຄວາມ​ສໍາຄັນ​ຂອງ​ແມ່​ນໍ້າຂອງ ຕໍ່​ກໍາປູ​ເຈຍນັ້ນ​ ແມ່ນ​ໄດ້​ຖືກ​ເນັ້ນ​ຍໍ້າ​ ໂດຍນາຍົກລັດຖະມົນຕີ
ກໍາປູ​ເຈຍ ທ່ານ ຮຸນ ​ເຊັນ ທີ່​ໄດ້​ກ່າວ​ຕໍ່​ກອງປະຊຸມ​ເມື່ອ​ວັນ​ພະຫັດ​ຜ່ານ​ມາ​ນັ້ນວ່າ ການ​ຄຸ້ມ
ຄອງ​ຊັບພະຍາກອນ​ນໍ້າຂອງ​ແມ່​ນໍ້າ​ຂອງນັ້ນ ແມ່ນ​ເປັນ​ເລຶ່ອງຄໍ​ຂາດ​ບາດຕາ​ຍ ສໍາ​ລັບ​ພວກ
ປະຊາ​ຊົນທີ່ອາ​ໃສ​ແມ່​ນໍ້າຂອງ ​ເປັນ​ຫລັກ ​ໃນ​ການ​ດໍາລົງ​ຊີວິດ​ຂອງ​ພວກ​ເຂົາ​ເຈົ້າ.

ສປປ ລາວເອງ​ນັ້ນ ຫລິງ​ເຫັນ​ແມ່​ນໍ້າຂອງ​ເປັນ​ວີ​ທີ​ທາງ​ອັນ​ສໍາຄັນ ​ເພື່ອກະຕຸກ​ຊຸກຍູ້​ການ​ເສດ
ຖະກິດ​ທີ່​ທຸກ​ຈົນຂອງ​ຕົນ​ ​ໂດຍ​ການ​ຜະລິດກະ​ແສ​ໄຟຟ້າ​ຈາກ​ເຂື່ອນ​ໄຟຟ້າ​ນໍ້າຕົກ ​ໃນ​ຂົງ​ເຂດ​ທີ່ຕ້ອງການພະລັງງານຢ່າງ​ໜັກ​ນີ້.

ທ່ານ ສະ​ນັດ ຣະນະ​ວາ​ນາ ​ແຫ່ງ​ທະນາຄານ​ພັດທະນາ​ເອ​ເຊຍ ຫລື ADB ກ່າວ​ວ່າ ການ
ເອົາໂຄງການ​ພະລັງງານ​ ​ໄປພົວພັນ​ຫລືເຊື່ອມ​ໂຍງເຂົ້າກັບ​ສະພາບ​ແວດ​ລ້ອມນັ້ນ ແມ່ນ
ເປັນຈຸດໃຈກາງ​ຂອງຂັ້ນ​ທີສອງຂອງໂຄງການນີ້​ ທີ່ ນອກ​ນັ້ນແລ້ວ​ ຍັງເອົາສະພາບແວດ​
ລ້ອມ​ໄປເຊື່ອມ​ໂຍງ​ໃສ່​ກັບການ​ຕັດສິນໃຈກ່ຽວ​ກັບການ​ລົງ​ທຶນໃນພາກສ່ວນທີ່​ສໍາຄັນ​ອື່ນໆ
ເຊັ່ນການ​ກະ​ເສດ ການທ່ອງ​ທ່ຽ ​ແລະການ​ຂົນສົ່ງ​ເປັນ​ຕົ້ນ. ທ່ານສະ​ນັດ ​ເວົ້າວ່າ:

“ພວກ​ເຮົາໄດ້​ໂຕ້​ແຍ້​ງ​ແລະ​ກໍໃຫ້​ເຫດຜົນໄປ​ແລ້ວ ​ແລະ​ພວກ​ປະ​ເທດ​ຕ່າງໆ​ກໍຮັບຮູ້
ເປັນ​ຢ່າງ​ດີ ວ່າ ສະພາບ​ແວດ​ລ້ອມ ຖື​ວ່າ​ເປັນສ່ວນ​ສໍາຄັນທີ່​ສຸດ​ອັນ​ນຶ່ງ​ ທີ່​ພວກ​ເຂົາ
ເຈົ້າຈະ​ຕ້ອງ​ພິທັກຮັກສາ​ເອົາ​ໄວ້. ການ​ບໍລິການ​ດ້ານ​ລະບົບ​ນິ​ເວດ​ວິ​ທະຍາ​ ທີ່​ຖືກ​
ສ້າງ​ຂຶ້ນມາ​ຈາກ​ພື້ນ​ທີ່ທີ່​ຖືກອະນຸລັກຮັກສາ​ໄວ້ນັ້ນ ​ເປັນ​ສິ່ງທີ່​ຮອງ​ຮັບຄໍ້າ​ຈຸນໂຄງ
ການ​ເສດຖະກິດທັງໝົດ ຫລືການພັດທະນາ​ເສດຖະກິດ. ດັ່ງ​ນັ້ນ ການ​ກະ​ເສດ ​
ພະລັງໄຟຟ້ານໍ້າຕົກ ​ກໍ​ຄືພາກສ່ວນ​ທັງ​ໝົດ​ທີ່​ສໍາ​ຄັນ​ຕໍ່​ການພັດທະນາ​ເສດຖະກິດ​
ນັ້ນ ກໍແມ່ນ​ອິງ​ໃສ່ການມີການບໍລິການ​ດ້ານລະບົບ​ນິ​ເວດ​ວິ​ທະຍາ​ ທີ່​ມີຄຸນຄ່າ.”

ທີ່​ເກາະ​ບາ​ຫລີ ປະ​ເທດ​ອິນ​ໂດ​ເນ​ເຊຍ​ ​ເມື່ອ​ອາທິດ​ກ່ອນ​ນີ້ ທ່ານ​ນາງ Hillary Clinton
ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ​ໄດ້​ບອກ​ຕໍ່​ກອງ​ປະຊຸມ​ປະ​ຈໍາປີ​ຂອງເວທີ​ພາກ​ພື້ນ​ອາ
ຊ່ຽນ​ ຫລື ARF ນັ້ນວ່າ ວໍຊິງ​ຕັນກໍາລັງ​ປະຕິບັດ​ງານ​ກັບ​ທະນາຄານ​ພັດທະນາ​ເອ​ເຊຍ ​
ແລະ​ສະຫະພາບ​ຢຸ​ໂຣບ ​ເພື່ອ​ປັບປຸງ​ໂຄງ​ລ່າງ​ພື້ນຖານ ​ແລະ​ສະພາບ​ແວດ​ລ້ອມ​ໃນເຂດ​ລຸ່ມ
ແມ່ນໍ້າຂອງ ຊຶ່ງ​ນອກ​ນີ້​ແລ້ວ ທ່ານ​ນາງ​ຍັງໄດ້​ຮຽກຮ້ອງ​ໃຫ້​ຢຸດ​ການ​ກໍ່ສ້າງ​ເຂຶ່ອນໃໝ່ໆ
ນັ້ນ​ທັງ​ໝົດ ຈົນ​ກວ່າ​ມີການ​ຊັ່ງຊາ​ຕີ​ລາ​ຄາຂອງ​ຜົນ​ກະທົບ​ຕ່າງໆ​ຕໍ່ສະພາບ​ແວດ​ລ້ອມນັ້ນ​ ​
ຢ່າງ​ລະອຽດ​ເຕັມ​ສ່ວນ​ເສຍ​ກ່ອນ.

XS
SM
MD
LG