ລິ້ງ ສຳຫລັບເຂົ້າຫາ

ປ່າໄມ້ ໃນເຂດ ລຸ່ມແມ່ນໍ້າຂອງ ພວມຕົກ ຢູ່ໃນຄວາມສ່ຽງ

  • Daniel Schearf

ຄົນຫາປາ ພວມຫວ່ານແຫ ຢູ່ໃນແມ່ນໍ້າສາຍນຶ່ງ ໃນແຂວງຫຼວງພະບາງ ທາງພາກເໜືອຂອງລາວ.

ອົງການ WWF ວ່າ ມຽນມາ ແລະລາວ ໄດ້ສູນເສຍປ່າໄມ້ໄປ 24 %, ກຳປູເຈຍ 22 % ຂະນະທີ່ໄທແລະຫວຽດນາມ ໄດ້ຕັດໄມ້ ທຳລາຍ 43 % ຂອງປ່າໄມ້ ທີ່ມີຢູ່ທັງໝົດຂອງຕົນ.

ເປັນທີ່ຄາດກັນວ່າ ເຂດລຸ່ມແມ່ນໍ້າຂອງໃນເອເຊຍຕາເວັນອອກ
ສຽງໃຕ້ຈະສູນເສຍນຶ່ງສ່ວນສາມຂອງຊັບພະຍາກອນປ່າໄມ້ ໃນ ສອງທົດສະວັດຕໍ່ໜ້ານີ້ ອີງຕາມລາຍງານອົງການກອງທຶນໂລກ ເພື່ອອະນຸລັກທຳມະຊາດຫຼື Worldwide Fund for Nature ທີ່ ເອີ້ນຫຍໍ້ວ່າ WWF. ພວກນັກຊ່ຽວຊານດ້ານປ່າໄມ້ໄດ້ ຖິ້ມໂທດ ໃສ່ການຕີລາຄາຊັບພະຍາກອນປ່າໄມ້ ຕໍ່າເກີນໄປ ຂອງລັດຖະ ບານປະເທດຕ່າງໆວ່າເປັນຕົ້ນເຫດຂອງການຕັດໄມ້ທຳລາຍປ່າ ທີ່ດຳເນີນໄປຢ່າງວ່ອງໄວໃນປັດຈຸບັນ. ຜູ້ສື່ຂ່າວວີໂອເອ Daniel
Schearf ມີລາຍງານກ່ຽວກັບເລື່ອງນີ້ຈາກບາງກອກ ດັ່ງໄພສານ ຈະນຳມາສະເໜີທ່ານ ໃນອັນດັບຕໍ່ໄປ.

ລາຍງານຂອງອົງການກອງທຶນໂລກເພື່ອອະນຸລັກທຳມະຊາດ ຫຼື
WWF ທີ່ມີຊື່ວ່າ “ລະບົບນິເວດໃນເຂດລຸ່ມແມ່ນໍ້າຂອງ” ກ່າວວ່າ
ໃນລະຫວ່າງປີ 1973 ຫາ 2009 ນັ້ນ ບັນດາປະເທດໃນເຂດລຸ່ມ
ແມ່ນໍ້າຂອງ ໄດ້ຕັດຕົ້ນໄມ້ລົງ ໃນພື້ນທີ່ເກືອບນຶ່ງສ່ວນສາມ ຂອງ
ປ່າໄມ້ທີ່ມີຢູ່ທັງໝົດຂອງພວກເຂົາເຈົ້າເພື່ອເອົາທ່ອນໄມ້ແລະຖາງ
ປ່າເຮັດໄຮ່.

ມຽນມາ ແລະ ສປປ ລາວໄດ້ສູນເສຍປ່າໄມ້ໄປ 24 ເປີເຊັນ. ກຳປູເຈຍ ສູນເສຍ 22 ເປີເຊັນ ຂະນະທີ່ໄທແລະຫວຽດນາມໄດ້ຕັດໄມ້ທຳລາຍປ່າ 43 ເປີເຊັນຂອງປ່າໄມ້ທີ່ມີຢູ່ທັງໝົດຂອງ ເຂົາເຈົ້າ.

“ສູນກາງປ່າໄມ້” ຊຶ່ງເປັນບໍລິເວນ 3 ກິໂລແມັດມົນທົນ ຂອງປ່າຕຶບດົງໜາ ທີ່ບໍ່ຖືກລົບກວນ ນັ້ນ ໄດ້ຫລຸດລົງມາຈາກ 70 ເປີເຊັນ ມາເຫຼືອຢູ່ 20 ເປີເຊັນຂອງປ່າໄມ້ທັງໝົດ.

ກຸ່ມອະນຸລັກທຳມະຊາດ WWF ກ່າວວ່າ ລະດັບຂອງການຕັດໄມ້ທຳລາຍປ່າແມ່ນພວມເພີ້ມ ທະວີຂຶ້ນ ແລະປະເທດຕ່າງໆພວມສ່ຽງຕໍ່ການທີ່ຈະສູນເສຍນຶ່ງສ່ວນ 3 ຂອງປ່າໄມ້ທີ່ຍັງເຫຼືອ ຢູ່ໃນເວລານີ້ໄປ ພາຍໃນປີ 2030.

ທ່ານ Geoffrey Blate ແມ່ນທີ່ປຶກສາດ້ານນິເວດປະຈຳຂົງເຂດຂອງອົງການກອງທຶນໂລກ ເພື່ອອະນຸລັກທຳມະຊາດ ຫຼື WWF ຢູ່ທີ່ບາງກອກ ແລະໄດ້ປະກອບສ່ວນໃນການຂຽນລາຍ ງານດັ່ງກ່າວ ເວົ້າວ່າ ເປັນທີ່ປະກົດວ່າ ໂດຍທົ່ວໄປແລ້ວ ການຕັດໄມ້ທຳລາຍປ່າຫຼາຍທີ່ສຸດ ແມ່ນມີຂຶ້ນຢູ່ບ່ອນທີ່ມີປ່າໄມ້ຫຼາຍ ຄືຢູ່ໃນພະມ້າທີ່ຮູ້ກັນໃນອີກຊື່ນຶ່ງວ່າມຽນມານັ້ນ.

ທ່ານ Blate ເວົ້າວ່າ “ເປັນທີ່ປະກົດວ່າ ມຽນມາ ກຳປູເຈຍ ແລະລາວ ທີ່ຈິງແລ້ວແມ່ນ ເປັນບ່ອນທີ່ມີການຕັດໄມ້ທຳລາຍປ່າຫຼາຍທີ່ສຸດໃນເວລານີ້ ຊຶ່ງເປັນບ່ອນທີ່ມີປ່າໄມ້ ຍັງເຫຼືອຢູ່ຢ່າງຫຼວງຫລາຍ ແລະນັ້ນຄືບ່ອນທີ່ພວກເຮົາໄດ້ເຫັນວ່າ ມີການຕັດໄມ້ທຳ ລາຍປ່າ ໃນອັດຕາທີ່ສູງທີ່ສຸດເຊັ່ນດຽວກັນ.”

ການຄົ້ນພົບຂອງລາຍງານສະບັບນີ້ແມ່ນອີງຕາມການວິເຄາະເບິ່ງຂໍ້ມູນຈາກດາວທຽມ ແລະ ມັນຂັດແຍ້ງກັນກັບໂຕເລກຂອງທາງການຈຳນວນນຶ່ງ ຈາກບັນດາປະເທດເຫຼົ່ານີ້.

ອົງການອາຫານແລະກະເສດຂອງສະຫະປະຊາຊາດ ລາຍງານວ່າ ໂຕເລກທີ່ເປັນທາງການ
ຂອງປະເທດຕ່າງໆຢູ່ໃນຂົງເຂດ ສະແດງໃຫ້ເຫັນວ່າ ອັດຕາການຕັດໄມ້ທຳລາຍປ່າ ໄດ້ຫຼຸດ ລົງແຕ່ປີ 2000 ຫາ 2010 ທີ່ຜ່ານມານີ້.

ອົງການ WWF ກ່າວວ່າ ໂຕເລກເຫຼົ່ານີ້ອາດພາໃຫ້ມີການເຂົ້າໃຈຜິດຍ້ອນວ່າ ບາງປະເທດ ລະບຸສວນຢາງພາຣາ ສວນມັນຕົ້ນ ແລະສວນຕົ້ນນໍ້າມັນປາຣມນັ້ນວ່າ ເປັນເຂດປ່າໄມ້.

ການກະທຳທີ່ວ່ານີ້ ອາດມີສ່ວນກ່ຽວຂ້ອງກັບການກ່າວອ້າງຂອງຫວຽດນາມທີ່ວ່າ ຕົນມີເຂດ ປ່າໄມ້ປົກຫຸ້ມເພີ້ມຂຶ້ນນັ້ນ.

ພວກນັກຊ່ຽວຊານດ້ານປ່າໄມ້ກ່າວວ່າປະເທດຕ່າງໆຢູ່ໃນເຂດລຸ່ມແມ່ນໍ້າຂອງບໍ່ໄດ້ໃຫ້ຄວາມ ສຳຄັນຫຼືຄຸນຄ່າພຽງພໍ ແກ່ປ່າໄມ້ຂອງພວກເຂົາເຈົ້າ ແລະມີແຕ່ມອງເບິ່ງລາຄາຕະຫຼາດທໍ່ນັ້ນ ເພື່ອຈະທຳການຂຸດຄົ້ນຫຼືເກັບກ່ຽວຊັບພະຍາກອນທີ່ວ່ານີ້.

ທ່ານ Thomas Enters ແມ່ນຜູ້ປະສານງານຂອງອົງການສະຫະປະຊາຊາດປະຈຳຂົງເຂດ ເອເຊຍປາຊີຟິກ. ທ່ານກ່າວວ່າ ຈຳເປັນຕ້ອງໄດ້ມີຄວາມໝາຍໝັ້ນ ທາງດ້ານການເມືອງ ໃນ ລະດັບສູງສຸດ ຍ້ອນວ່າສິນນໍ້າໃຈທາງດ້ານເສດຖະກິດ ກໍຄືນຳເອົາພວກນັກລົງທຶນ ເຂົ້າມາ ເພື່ອຕັດໄມ້ທຳລາຍປ່າ.

ທ່ານ Enters ເວົ້າວ່າ “ສິ່ງທີ່ພວກເຂົາເຈົ້າບໍ່ໃຫ້ຄຸນຄ່ານັ້ນ ກໍຄື ຊີວະນາໆພັນທີ່ຢູ່ໃນ
ຫັ້ນ ແລະລະບົບນິເວດຕ່າງໆ ທີ່ມັນໃຫ້ການຄຸ້ມຄອງ ເຊັ່ນວ່າ ການປົກປ້ອງທີ່ດິນ ເປັນແຫຼ່ງປົກປ້ອງແມ່ນໍ້າຊຶ່ງພື້ນຖານແລ້ວກໍຄືເຮັດໃຫ້ນໍ້າມີຄວາມສະອາດກວ່າເກົ່າ ໂດຍເກັບກັກຂີ້ຕົມ ທີ່ໄຫຼມາຈາກເຂດດິນສູງ ແທນທີ່ຈະໃຫ້ມັນໄຫຼມາກັບນໍ້າ ມາສູ່
ແມ່ນໍ້າຕ່າງໆ ແລະເຂົ້າມາໃນບໍລິເວນອ່າງເກັບນໍ້າຊຶ່ງພື້ນຖານແລ້ວແມ່ນກໍ່ສ້າງຂຶ້ນ ຢູ່ຫຼັງເຂື່ອນຕ່າງໆນັ້ນ.”


ທ່ານ Enters ກ່າວວ່າ ການຈຳກັດກ່ຽວກັບການຕັດໄມ້ ຢູ່ໃນຂົງເຂດ ໄດ້ມີຂຶ້ນກໍຕໍ່ເມື່ອຫຼັງ ຈາກໄດ້ເກີດນໍ້າຖ້ວມຮ້າຍແຮງ ທີ່ສະແດງໃຫ້ເຫັນວ່າ ຊັບພະຍາກອນປ່າໄມ້ທີ່ປົກຄຸມພື້ນທີ່ ຢູ່ນັ້ນ ມີທ່າທາງວ່າຈະສືບຕໍ່ຫຼຸດນ້ອຍຖອຍລົງໄປນັບມື້ ຈົນກວ່າບັນດາປະເທດເຫຼົ່ານີ້ຮູ້ສຶກ ວ່າ ຕົນໄດ້ສູນເສຍຢ່າງໃຫຍ່ຫຼວງໄປແລ້ວນັ້ນ.

ຄວາມເຫັນຂອງທ່ານ

ສະແດງຄວາມເຫັນໃຫ້ເບິ່ງ

XS
SM
MD
LG