ລິ້ງ ສຳຫລັບເຂົ້າຫາ

ໂຄງການກໍ່ສ້າງເຂື່ອນ ໃນລາວ ປະເຊີນກັບ ສຽງວິພາກວິຈານ ຈາກພວກນັກວິທະຍາສາດ ແລະນັກເຄື່ອນໄຫວ


ໂຄງການກໍ່ສ້າງເຂື່ອນໄຟຟ້າ ພະລັງນ້ຳ ໄຊຍະບູຣີ ໄດ້ເລີ່ມຕົ້ນຂຶ້ນ ນັບຕັ້ງແຕ່ເດືອນມີນາ ປີ 2015 ເປັນຕົ້ນມາ.

ໂຄງການກໍ່ສ້າງເຂື່ອນໄຟຟ້າ ພະລັງນ້ຳ ໄຊຍະບູຣີ ໄດ້ເລີ່ມຕົ້ນຂຶ້ນ ນັບຕັ້ງແຕ່ເດືອນມີນາ ປີ 2015 ເປັນຕົ້ນມາ.

ໂຄງການກໍ່ສ້າງເຂື່ອນໄຟຟ້າພະລັງນ້ຳ ຢູ່ໃນແນວແມ່ນ້ຳຂອງ ເປັນບູລິມະສິດ ອັນ
ສຳຄັນ ຂອງລັດຖະບານລາວ ໃນການພັດທະນາເສດຖະກິດ ແລະສັງຄົມ ຂອງ ປະເທດຊາດ ການພັດທະນາພະລັງງານດ້ານໄຟຟ້າ ເປັນການລົງທຶນໂດຍກົງ ຂອງລັດຖະບານລາວ ກັບບັນດາບໍລິສັດຕ່າງປະເທດ ທີ່ເຂົ້າມາລົງທຶນຢູ່ໃນ ສປປ
ລາວ ຊຶ່ງເປັນໂຄງການຜະລິດກະແສໄຟຟ້າເພື່ອຕອບສະໜອງຄວາມຮຽກຮ້ອງ
ຕ້ອງການ ຂອງບັນດາປະເທດເພື່ອນບ້ານໃນຂົງເຂດເອເຊຍ ອັນເປັນທ່າແຮງ ທີ່ຈະນຳເອົາລາຍຮັບ ຈາກການສົ່ງກະແສໄຟຟ້າ ໄປໃຫ້ບັນດາປະເທດ ທີ່ຕ້ອງ ການພະລັງງານໄຟຟ້າຈາກລາວ ເຂົ້າມາສູ່ປະເທດ ດັ່ງນັ້ນ ລັດຖະບານລາວ ຈຶ່ງໃຫ້ຄວາມສຳຄັນເປັນພິເສດ ໃນການພັດທະນາພະລັງງານໄຟຟ້າພະລັງນ້ຳ ໃນປັດຈຸບັນນີ້ ລັດຖະບານລາວໄດ້ກໍ່ສ້າງເຂື່ອນໄຟຟ້ພະລັງນ້ຳ ເປັນທີ່ສຳເລັດ
37 ແຫ່ງ ແລະມີໂຄງການກໍ່ສ້າງເຂື່ອນໄຟຟ້າອີກຫຼາຍແຫ່ງ ທີ່ກຳລັງຢູ່ໃນລະ ຫວ່າງການກະກຽມ ແລະ ການກໍ່ສ້າງຢູ່ ແຕ່ຫາກວ່າ ມີບາງແຫ່ງກຳລັງປະເຊີນ
ກັບບັນຫາ ການວິພາກວິຈານ ຂອງບັນດານັກວິທະຍາສາດ ແລະ ບັນດານນັກ
ເຄື່ອນໄຫວ ອົງການສັງຄົມພົນລະເຮືອນ ຂອງປະເທດເພື່ອນບ້ານ ທີ່ຕໍ່ຕ້ານໂຄງ
ການກໍ່ສ້າງເຂື່ອນໄຟຟ້າ ໃນແນວແມ່ນ້ຳຂອງຢູ່ທາງພາກໃຕ້ຂອງລາວ ຊຶ່ງ Ron
Corben ນັກຂ່າວຂອງວີໂອເອ ມີລາຍງານມາຈາກບາງກອກ ດັ່ງທີ່ໄຊຈະເລີນສຸກ ຈະນຳເອົາລາຍລະອຽດມາສະເໜີທ່ານ.

ລັດຖະບານ ສປປ ລາວ ​ຍັງ​ດຳ​ເນີນ​ການ​ຕໍ່​ໄປ​ກ່ຽວ​ກັບ​ການ​ສ້າງ​ເຂື່ອນ​ໃໝ່​ຢູ່​ໃນ​ເຂດ
​ລຸ່ມ​ແມ່​ນໍ້າຂອງ ທີ່​ພາ​ໃຫ້ພວກນັກ​ວິທະ​ຍາ​ສາດ​ ແລະ​ນັກ​ເຄື່ອນ​ໄຫວ​ອອກ​ມາເຕືອ​ນ
​ເຖິງໄພຂົ່ມຂູ່ທີ່​ເພີ້ມທະວີ​ຂຶ້ນ ​ຕໍ່ຄວາ​ມປອດ​ໄພ​ທາງດ້ານອາຫານຢູ່​ໃນ​ຂົງ​ເຂດ.

ສປປ ລາວ ​ໄດ້ແຈ້ງ​ໃຫ້ຄະນະ​ກຳມາທິການ​ແມ່​ນໍ້າຂອງສາກົນ ​ຫຼື MRC ຊຶ່ງ​ເປັນ​ອົງການຈັດຕັ້ງ ຂອງສີ່​ລັດຖະບານ ​ໃນ​ຕົ້ນ​ເດືອນ​ນີ້​ວ່າ ການ​ກະກຽມ​ເພື່ອ​ສ້າງ​ເຂື່ອນ
ປາກ​ແບ​ງ ທີ່​ມີຄວາມ​ແຮງ​ 912 ​ເມກາ​ວັດຢູ່​ແຂວງ​ອຸດົມ​ໄຊ ທາງ​ພາກ​ເໜືອ​ຂອງ ສປປ ລາວ​ນັ້ນ ​ໄດ້​ເລີ້ມລົງມື​ແລ້ວ.

​ເຂື່ອນປາກ​ແບ​ງ ຈະ​ເປັນ​ເຂື່ອນ​ທີສາມ ໃນ​ເຂດ​ລຸ່ມ​ແມ່​ນໍ້າຂອງທີ່ສ້າງ​ໃສ່​ລຳ​ແມ່​ນ້ຳຂອງ
ທີ່​ຢູ່ໃນ​ການ​ຄວບ​ຄຸມ​ຂອງ​ລາວ. ​ເຂື່ອນໄຊ​ຍະ​ບູຣີ ທີ່ມີ​ມູນ​ຄ່າ 3 ພັນ 5 ຮ້ອຍ​ລ້ານ​ໂດ​ລາ ແລະ​ເຂື່ອນ​ດອນ​ສະໂຮງ ທີ່ຕັ້ງ​ຢູ່​ໃກ້​ຊາຍ​ແດນ​ກຳປູ​ເຈຍ​ເປັນ​ສ່ວນ​ນຶ່ງ ຂອງ 11 ​ເຂື່ອນ
​ທີ່​ໄດ້​ວາງ​ແຜນ​ໄວ້ ຈະ​ສ້າງ​ໃສ່​ລຳ​ແມ່​ນໍ້າຂອງ.

ສປປ ລາວ ​ກ່າວ​ວ່າ ການ​ສ້າງ​ເຂື່ອນ​ເປັນ​ກະ​ແຈ ໃນ​ການພັດທະນາ​ເສດຖະກິດໄລຍະຍາວ​ ເພື່ອສົ່ງ​ເສີມ​ໃຫ້​ປະ​ເທດ​ ກາຍ​ເປັນ​ “​ໝໍ້​ໄຟ” ຂອງ​ເອ​ເຊຍ.

ສປປ ລາວ ​ກ່າວ​ວ່າ ການ​ສ້າງ​ເຂື່ອນ​ເປັນ​ກະ​ແຈ ໃນ​ການພັດທະນາ​ເສດຖະກິດໄລຍະຍາວ​ ເພື່ອສົ່ງ​ເສີມ​ໃຫ້​ປະ​ເທດ​ ກາຍ​ເປັນ​ “​ໝໍ້​ໄຟ” ຂອງ​ເອ​ເຊຍ.

ສປປ ລາວ ​ກ່າວ​ວ່າ ການ​ສ້າງ​ເຂື່ອນ​ເປັນ​ກະ​ແຈ ໃນ​ການພັດທະນາ​ເສດຖະກິດໄລຍະ ຍາວ​ ເພື່ອສົ່ງ​ເສີມ​ໃຫ້​ປະ​ເທດ​ ກາຍ​ເປັນ​ “​ໝໍ້​ໄຟ” ຂອງ​ເອ​ເຊຍ ​ເຖິງ​ແມ່ນ​ວ່າການ ຂາຍໄຟຟ້າຢູ່ໃນ​ຂົງ​ເຂດສ່ວນ​ໃຫຍ່ແລ້ວ ​ແມ່ນສົ່ງ​ໄປປະ​ເທດ​ໄທ ທີ່​ເປັນ​ເພື່ອນ​ບ້ານ.

ທ່ານ​ນາງ Maureen Harris ຜູ້ອຳນວຍການ​ ອົງການ​ແມ່​ນໍ້າ​ສາກົນ ຊຶ່ງ​ເປັນ ອົງການ​ຈັດຕັ້ງທີ່​ບໍ່​ຂຶ້ນກັບ​ລັດຖະບານ ​ໃນ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ ກ່າວ ຕໍ່​ວີ​ໂອ​ເອ​ວ່າ ການ​ກໍ່ສ້າງເຂື່ອນ​ປາກ​ແບ​ງ​ ​ແມ່ນຈະ​ພາ​ໃຫ້​ມີ​ຄວາມ​ສ່ຽງ​ເພີ້ມຂຶ້ນ ຊຶ່ງຈະສ້າງ​ຄວາມ​ເສຍ​ຫາຍ​ຮ້າຍ​ແຮງ ຕໍ່​ລະບົບ​ນິ​ເວດ ທີ່​ສຳຄັນຂອງ​ແມ່​ນໍ້າຂອງ ທີ່​ລ້ຽງ​ຊີບປະຊາຊົນ 60 ລ້ານ​ຄົນ​ຢູ່​ໃນ​ຂົງ​ເຂດ.

​ທ່ານ​ນາງ​ກ່າວ​ວ່າ “ເຂື່ອນ​ນີ້ຈະ​ມີ​ຜົນ​ກະທົບ​ທີ່​ສຳຄັນ ​ຕໍ່​ຕອນ​ລຸ່ມ​ຂອງ​ແມ່​ນ້ຳຂອງ​
ໃນ​ຖານະ​ທີ່ເປັນໂຄງການ​ຢູ່ເໜືອ​ສຸດຂອງຫຼາຍໆ​ເຂື່ອນ. ​ໂດຍ​ສະ​ເພາະ​ຢ່າງ​ຍິ່ງ​
ມັນ​ຈະ​ເປັນ​ຜົນ​ຕໍ່​ການ​ໄຫລ​ຂອງດິນ​ຝຸ່ນ ​ແຕ່​ຍັງ​ຈະ​ເປັນ​ຜົນ​ກະ​ທົບຕໍ່​ການຫາ​ປາ. ​
ແລະ​ຄວາມ​ເປັນ​ຫ່ວງ​ຂອງ​ພວກ​ເຮົາ ​ຍັງ​ກ່ຽວ​ກັບ​ໂຄ​ງການ​ຫ້ອມ​ລ້ອມຕ່າງໆ ທີ່
ກຳລັງ​ຈະ​ດຳ​ເນີນ​ການໄປ​ໜ້າ.”

ກອງ​ທຶນອະນຸ​ລັກ​ສັດປ່າ​ຂອງ​ໂລກ ຫຼື WWF ກ່າວວ່າ ​ພຽງ​ແຕ່​ການ​ຫາ​ປາ​ເທົ່າ​ນັ້ນ ແມ່ນຄາດ​ຄະ​ເນວ່າ​ຈະ​ມີ​ມູນ​ຄ່າ​ປະມານ 17 ພັນ​ລ້ານ​ໂດ​ລາ​ຕໍ່​ປີ. ລາຍ​ງານ​ຂອງ
ອົງການ WWF ຫວ່າງ​ມໍ່​ໆ​ມາ​ນີ້ກ່າວ​ວ່າ “ກິດຈະການເສດຖະກິດທັງໝົດ ຢູ່​ໃນ​
ຂົງ​ເຂດ​ແມ່ນພົວພັນໂດຍກົງ ຫລືບໍ່ ກໍ​ໂດຍ​ທາງ​ອ້ອມ​ກັບແມ່ນໍ້າດັ່ງກ່າວແລະ ເພາະສະນັ້ນຈຶ່ງເປັນອັນຕະລາຍຕໍ່ການປ່ຽນແປງຂອງແມ່ນໍ້ານີ້.”

ຢູ່​ໃນ​ເຂດ​ຕອນ​ເທິງຂຶ້ນໄປຂອງ​ແມ່​ນ້ຳຂອງ ​ໄລຍະ 4,300 ກິໂລແມັດນັ້ນ ຈີນໄດ້ສ້າງ ຫົກເຂື່ອນທີ່​ພາ​ໃຫ້​ມີຄວາມເປັນຫ່ວງ​ເພີ້ມຂຶ້ນ ກ່ຽວກັບຜົນກະທົບ ທີ່ເປັນອັນຕະລາຍ ຕໍ່ການ​ໄຫລ​ຂອງ​ດິນຝຸ່ນ ລົງມາຕາມລຳແມ່ນໍ້າຂອງ.

ທ່ານ Robert Mather ເປັນທີ່ປຶກສາໃຫ້ ອົງການເພື່ອການອະນຸລັກທຳມະຊາດ
ສາກົນ ຫຼືີ IUCN ທັງເປັນອະດີດຜູ້ອຳນວຍການ ອົງການ​ແມ່​ນໍ້າ​ສາກົນ ໃນ​ເຂດ​
ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ ກ່າວວ່າ ຈີນວາງແຜນວ່າ ຈະຫັນປ່ຽນເສັ້ນທາງເດີນເຮືອ ຂະໜາດໃຫຍ່ ຢູ່ເໜືອເມືອງໜຶ່ງຂອງແຂວງຫຼວງພະບາງ ເພື່ອເຮັດໃຫ້ເຮືອນ້ຳໜັກ
500 ໂຕນ ສາມາດເດີນໄດ້.

ວຽກງານດັ່ງກ່າວນັ້ນ ຈະປະກອບດ້ວຍການທຳລາຍ ແກ້ງທີ່ເປັນຫີນ ຫຼາຍກວ່າ 12
ແຫ່ງ ແລະ ເຂດນ້ຳຕື້ນ ພ້ອມກັບ ການກໍ່ສ້າງທ່າເຮືອໃໝ່ຂຶ້ນຫຼາຍແຫ່ງ ທີ່ເຂື່ອນ
ປາກແບງ ຢູ່ໃນແລວນ້ຳອັນດຽວກັນນີ້ ຈະດຳເນີນໄປ ໃນເວລາດຽວກັນ.

ທ່ານ Mather ກ່າວຕໍ່ວີໂອເອ ວ່າ “ມັນພຽງສະແດງໃຫ້ເຫັນເຖິງຄວາມເປັນຈິງ ວ່າ ບໍ່ມີການປະສານງານກັນ ລະຫວ່າງພວກເຂົາເຈົ້າເລີຍ ເຖິງແມ່ນວ່າ ໂຄງການ
ເຫຼົ່ານີ້ ຈະມີຄວາມໃຫຍ່ໂຕຊ່ຳໃດກໍຕາມ. ແລະ ມັນເປັນ ການຊຸກຍູ້ຂອງແຕ່ລະ
ອົງການຈັດຕັ້ງຕ່າງໆ ເພື່ອຜົນປະໂຫຍດສ່ວນຕົວ ຂອງພວກເຂົາເຈົ້າ ເທົ່ານັ້ນ.”

ການສຶກສາຄົ້ນຄວ້າ ໄດ້ຄາດວ່າ ການຜະລິດເຂົ້າຢູ່ໃນຂົງເຂດ ຈະຕົກຕ່ຳລົງ ຍ້ອນ ແຜນການກໍ່ສ້າງເຂື່ອນທັງຫຼາຍ ຢູ່ໃນລາວ ຊຶ່ງຈະເຮັດໃຫ້ເກີດມີການກັກດິນຝຸ່ນໄວ້ ທີ່ເຮັດໃຫ້ຄຸນຄ່າສານອາຫານ ແລະ ຈຳນວນຂອງປາ ຈະຫລຸດລົງ ອັນເປັນສາເຫດ ຈາກການລົບກວນ ການເຄື່ອນຍ້າຍແຫລ່ງເພາະພັນຂອງປາ. ປະຊາຊົນຂອງຂົງເຂດ ດັ່ງກ່າວ ແມ່ນມີຖານະຍາກຈົນທີ່ສຸດ ຢູ່ໃນເອເຊຍຕາເວັນອອກສຽງໃຕ້ ຊີວິດການ
ເປັນຢູ່ ຂອງພວກເຂົາເຈົ້າ ແມ່ນກາງຕໍ່ປານ້ຳຈືດ ເປັນອາຫາການກິນ.

ທ່ານ Chris Barlow ນັກຊ່ຽວຊານດ້ານການປະມົງ ຢູ່ທີ່ ສູນກາງຄົ້ນຄວ້າກະສິກຳ
ສາກົນ ຂອງອອສເຕຣເລຍ ຫຼື ACIAR ກ່າວວ່າ ໃນເວລາໃດທີ່ເຂື່ອນທັງຫຼາຍ ສ້າງຂຶ້ນແລ້ວ ຜົນກະທົບຕໍ່ຈຳນວນຂອງປານັ້ນ ຈະເປັນໄປໃນທັນທີທັນໃດ.

ທ່ານ Barlow ເວົ້າວ່າ “ໃນເວລາໃດ ທີ່ພວກເຂື່ອນ ອັນເປັນຫຼັກແຫລ່ງຂອງລາວ ຖືກສ້າງຂຶ້ນຢູ່ໃນລາວ ພວກເຂົາເຈົ້າ ຈະເລີ່ມໄດ້ຮັບຜົນກະທົບ ກ່ຽວກັບ ແຫລ່ງ
ຫາປາ ແລະ ດ້ວຍປະການນັ້ນ ປະລິມານຂອງຝຸງປາ ຈຶ່ງຈະຫຼຸດລົງ.”

ທ່ານໄດ້ເຕື່ອນວ່າ ສະຖານະການນີ້ ຈະນຳໄປສູ່ ວິກິດການດ້ານອາຫານການກິນ ຢູ່ໃນຂົງເຂດດັ່ງກ່າວນີ້.

ທ່ານ Barlow ເວົ້າຕື່ມວ່າ “ເວລາທີ່ລັດຖະບານ ຈະແກ້ໄຂ ແມ່ນໝົດແລ້ວ. ມັນໄດ້ໝົດໄປແລ້ວ ໃນດ້ານຂອງການຮັກສາໄວ້ ພວກຝຸງປາ ແມ່ນມີຫຍັງອີກ ທີ່ເປັນການແກ້ໄຂພຽງທາງດຽວ ກໍຄືທ່ານຄວນຈະພະຍາຍາມ ແລະ ທົດແທນ ແຫລ່ງອາຫານພວກນັ້ນຄືນ.”

ຄະນະ​ກຳມາທິການ​ແມ່​ນໍ້າຂອງສາກົນ ໄດ້ຖືກຕຳນິຕິຕຽນ ກ່ຽວກັບການຮັບມືກັບ
ການອະພິປາຍ ໃນເລື່ອງຂອງແຜນການສ້າງເຂື່ອນຢ່າງຫຼວງຫຼາຍ ໃສ່ລຳແມ່ນ້ຳຂອງ ນັ້ນ. ຫົວໜ້າອົງການ MRC ທ່ານ Pham Tuan Phan ຢູ່ໃນຄຳເຫັນຕອນນຶ່ງ ໄດ້ ກ່າວວ່າ ບົດບາດຂອງຄະນະ​ກຳມາທິການ​ ແມ່ນຈັດຕັ້ງ “ກອງປະຊຸມ” ເພື່ອການ
ຮ່ວມໄມ້ຮ່ວມມື ບໍ່ແມ່ນເປັນອົງການຈັດຕັ້ງລະບຽບການ. ທ່ານກ່າວຕໍ່ສື່ມວນຊົນ ໃນທ້ອງຖິ່ນວ່າ “ອົງການ MRC ແມ່ນບໍ່ສົມບູນແບບ ແຕ່ມັນກໍ່ “ຂາດໄປບໍ່ໄດ້.”

ບັນດານັກເຄື່ີອນໄຫວ ກ່າວວ່າ ອົງການ MRC ຂາດແຄນ ດ້ານອຳນາດໃນການຊັກ
ຈູງບຸກຄົນທີ່ເປັນສະມາຊິກ ຜູ້ທີ່ເປັນບ່ອນທຳລາຍ ອຳນາດຂອງຕົນນັ້ນ.

ທ່ານ Robert Edis ເປັນຜູ້ຈັດການ ໂຄງການຄົ້ນຄວ້າ ກ່ຽວກັບຄຸນຄ່າຂອງດິນ ແລະ ພືດພັນ ຈາກ ອົງການ ACIAR ກ່າວວ່າ ສາຍນ້ຳທີ່ໄຫລໄປ ຂົງເຂດຜະລິດກະສິກຳ ເປັນສ່ວນໃຫຍ່ ເຊັ່ນວ່າ ເຂດສາມຫຼ່ຽມປາກແມ່ນ້ຳຂອງ ໃນປະເທດຫວຽດນາມ ນັ້ນ ຈະເປັນການຍາກລຳບາກ. ທ່ານ Edis ເວົ້າວ່າ “ຖ້າແຫລ່ງຂອງນ້ຳໄດ້ຖືກປິດໄວ້ ມັນກໍຈະບໍ່ມີນ້ຳພຽງພໍ ເພື່ອປູກພືດພັນທີ່ບໍ່ແມ່ນເຂົ້າ ຢູ່ໃນພື້ນທີ່ຕ່າງໆ.”

ທ່ານເວົ້າອີກວ່າ “ແລະມີຫຼາຍໆຄົນ ຜູ້ທີ່ກາງຕໍ່ແມ່ນ້ຳນັ້ນ ແລະ ມີຫຼາຍຄົນ ຊຶ່ງ
ສຳລັບ ພວກເຂົາເຈົ້າ ຈະຢູ່ລະຫວ່າງຄວາມພຽງພໍ ແລະ ບໍ່ພຽງພໍ ແມ່ນມີໜ້ອຍ
ເກີນໄປ. ສະນັ້ນ ພວກເຮົາບໍ່ເວົ້າເຖິງພວກຄົນ ຜູ້ທີ່ມີລາຍໄດ້ ແລະອາຫານການກິນ ສຳຮອງໄວ້ ທີ່ອຸດົມສົມບູນ.”

ອົງການແມ່ນ້ຳສາກົນ ໄດ້ຮຽກຮ້ອງ ຄະນະ​ກຳມາທິການ​ແມ່​ນໍ້າຂອງສາກົນ ໃຫ້ຖ່ວງ
ເວລາ ຂະບວນການໃຫ້ຄຳປຶກສາ ສຳລັບເຂື່ອນປາກແບງ ແລະ ໂຈະກິດຈະການ ການກໍ່ສ້າງເຂື່ອນທັງໝົດໄວ້ ເພື່ອຮັບປະກັນ ຄວາມໂປ່ງໃສ ແລະການໃຫ້ຄຳປຶກສາ ຕໍ່ສາທາລະນະຊົນ.

ສະແດງຄວາມເຫັນໃຫ້ເບິ່ງ

XS
SM
MD
LG