ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

MRC ຕົກລົງກັນບໍ່ໄດ້ ກ່ຽວກັບການສ້າງເຂື່ອນ ໄຊຍະບູລີ


ຊາຍປະມົງກຳປູເຈຍຄົນນຶ່ງ ພວມຫວ່ານແຫຫາປາ ຕາມລຳແມ່ນໍ້າຂອງ ໃກ້ໆນະຄອນຫຼວງພະນົມ (19 ເມສາ 2011)
ຊາຍປະມົງກຳປູເຈຍຄົນນຶ່ງ ພວມຫວ່ານແຫຫາປາ ຕາມລຳແມ່ນໍ້າຂອງ ໃກ້ໆນະຄອນຫຼວງພະນົມ (19 ເມສາ 2011)

ຄະນະກຳມາທິການແມ່ນໍ້າຂອງທີ່ມີສະມາຊິກ 4 ປະເທດ
ບໍ່ສາມາດບັນລຸການຕັດສິນໃຈ ໃນວັນອັງຄານມື້ນີ້ກ່ຽວກັບ
ໂຄງການສ້າງເຂື່ອນທີ່ເປັນບັນຫາຖົກຖຽງໂຕ້ແຍ້ງແລະໄດ້
ນຳສະເໜີເລື່ອງດັ່ງກ່າວຕໍ່ກອງປະຊຸມລະດັບລັດຖະມົນຕີ.

ຜູ້ຕາງໜ້າຂອງຫວຽດນາມ ກຳປູເຈຍ ສປປ ລາວ ແລະ
ໄທກ່າວລຸນຫຼັງການປະຊຸມກັນທີ່ນະຄອນຫລວງວຽງຈັນວ່າ
ພວກຕົນຍັງມີຄວາມເຫັນບໍ່ລົງຮອຍກັນກ່ຽວກັບວ່າຈະສືບ
ຕໍ່ຫຼືຢຸດຕິຂັ້ນຕອນການປຶກສາຫາລືກ່ຽວກັບໂຄງການສ້າງ
ເຂື່ອນໄຊຍະບູລີທີ່ໄດ້ດຳເນີນມາກ່ອນໜ້ານີ້.

ໃນຖະແຫຼງຂ່າວຢ່າງເປັນທາງການສະບັບນຶ່ງນັ້ນ ພວກຜູ້
ຕາງໜ້າກ່າວວ່າກໍາປູເຈຍໄທແລະລາວ ຕ່າງກໍເຊື່ອວ່າຄວນ
ຈະມີການສຶກສາເພີ່ມຕື່ມ ກ່ຽວກັບຜົນກະທົບ ທີ່ການສ້າງ
ເຂື່ອນຈະມີຕໍ່ສະພາບແວດລ້ອມແລະຕໍ່ການວິຖີການດຳລົງ
ຊີວິດຂອງປະຊາຊົນ ທຳມາຫາກິນຢູ່ເລາະລຽບແຄມຝັ່ງແມ່
ນໍ້າຂອງ.

ແຕ່ແນວໃດກໍຕາມ ລາວຊຶ່ງຄາດວ່າເສດຖະກິດຈະໄດ້ຮັບການກະຕຸກຊຸກຍູ້ ຈາກການຂາຍ
ກະແສໄຟຟ້າສ່ວນໃຫຍ່ ຂອງຈຳນວນທັງໝົດ 1,260 ເມກາວັດ ທີ່ເຂື່ອນໄຊຍະບູລີຈະຜະ
ລິດໄດ້ນັ້ນໃຫ້ແກ່ໄທ ໄດ້ສະເໜີໃຫ້ຢຸດຕິຂັ້ນຕອນໃນການປຶກສາຫາລື ໂດຍເວົ້າວ່າການຕໍ່
ອາຍຸຂອງຂັ້ນຕອນ ຈະໃຊ້ເວລາຕື່ມອີກຫຼາຍກວ່າ 6 ເດືອນ ແລະເປັນໄປໄດ້ຍາກທີ່ຈະສ້າງ
ຄວາມພໍໃຈໃຫ້ແກ່ທຸກໆຝ່າຍໄດ້.

ບັນດາກຸ່ມປົກປ້ອງສະພາບແວດລ້ອມແລະລັດຖະບານຂອງຫຼາຍໆປະເທດຢູ່ໃນຂົງເຂດໄດ້
ສະແດງການຄັດຄ້ານຢ່າງແຂງຂັນຕໍ່ໂຄງການດັ່ງກ່າວໂດຍໂຕ້ແຍ້ງວ່າມັນຈະລົບກວນການ
ລ່ອງລອຍໄປມາຂອງໝູ່ປາຊຶ່ງຈະມີຜົນກະທົບຕໍ່ແນວທາງຫຼືວິຖີການດຳລົງຊີວິດຂອງຜູ້ຄົນ
ຈຳນວນຫຼາຍໆລ້ານຄົນທີ່ກາງຕໍ່ອາຫານການກິນຈາກແມ່ນໍ້າຂອງ.

XS
SM
MD
LG