ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

27 ຄົນ ເສຍ​ຊີ​ວິດ ໃນ​ການ​ປະ​ທ້ວງ ຢູ່ ​ຊູ​ແດນ (ສະໄລດ໌)


ພວກປະ​ທ້ວງ ພາກັນຈູດເຜົາກົງລົດ ຕາມຖະໜົນຫົນທາງ
ເພື່ອປະທ້ວງ
ພວກປະ​ທ້ວງ ພາກັນຈູດເຜົາກົງລົດ ຕາມຖະໜົນຫົນທາງ ເພື່ອປະທ້ວງ
ເຈົ້າ​ໜ້າ​ທີ່ການ​ແພດໃນ​ຊູ​ແດນ ກ່າວ​ວ່າ ມີ​ຢ່າງ​ນ້ອຍ 27 ຄົນ
​ໄດ້​ເສຍ​ຊີວິດ​ໃນ​ການ​ປະ​ທ້ວງທີ່​ເກີດ​ຂຶ້ນ ຫຼັງ​ຈາກ​ລັດຖະບານ
Khartoum ຕັດສິນ​ໃຈ ​ໂຈະ​ການ​ໃຫ້ເງິນຊ່ອຍ​ເຫຼືອ​ເກື້ອກູນ​
ໃນ​ການ​ຊື້ນໍ້າມັນ.

ພວກປະ​ທ້ວງ​ໄດ້​ຖືກ​ສັງຫານ​ໃນ​ອາທິດ​ນີ້ ​ໃນ​ລະຫວ່າງ
ການ​ປະ​ທະ​ກັນ ກັບກໍ​າລັງ​ຮັກສາ​ຄວາມ​ປອດ​ໄພ. ຕໍາຫຼວດ
​ໄດ້​ຍິງ​ລະ​ເບີດນໍ້າຕາ ເຂົ້າໃສ່​ພວກ​ປະ​ທ້ວງ ​ທີ່​ແກ່ວ​ງກ້ອນ​ຫີນ
ທີ່​ພາກັນ​ອັດ ​ຖະໜົນ​ຫົນທາງ ​ແລະ​ຈູດ​ເຜົາ​ຕຶກ​ອາຄານ​ນັ້ນ.

ພວກປະ​ທ້ວງບາງ​ຄົນ​ຮຽກຮ້ອງ​ໃຫ້ໂຄ່ນ​ລົ້ມປະທານາທິບໍດີ
Omar al-Bashir ທີ່​ໄດ້​ປົກຄອງ ປະ​ເທດ​ມາ ນັບ​ຕັ້ງ​ແຕ່ເຂົ້າຢຶດ​ອໍານາດ ​ໃນປີ 1989.


ການປະ​ທ້ວງ ​ໄດ້​ເລີ່​ມຂຶ້ນ​ໃນ​ວັນ​ຈັນຜ່ານ​ມາ ​ຫຼັງ​ຈາກ​ລັດຖະບານ​ໄດ້​ປະກາດວ່າ ຈະໂຈະ​ການ
ໃຫ້ເງິນ​ຊ່ອຍ​ເຫຼືອເກື້ອກູນ​ ໃນ​ຄວາມ​ພະຍາຍາມ​ເພື່ອ​ຊ່ອຍ​ເຫຼືອເສດຖະກິດ​ຂອງ​ປະ​ເທດ. ​
ໃນ​ວັນ​ອາທິດ​ແລ້ວ​ນີ້ ທ່ານ Bashir ​ກ່າວ​ວ່າ ​ການ​ໃຫ້​ເງິນ​ເກື້ອກູນດັ່ງກ່າວ ​ແມ່ນ​ເຖິງ​ລະດັບ
ທີ່​ເປັນ ອັນຕະລາຍ​ຕໍ່​ເສດຖະກິດ​ຂອງ​ Sudan ​ແລ້ວ.

ການໂຈະ​ການ​ໃຫ້​ເງິນຊ່ອຍ ເຫຼືອເງິນດັ່ງກ່າວ​ ​ເຮັດ​ໃຫ້​ລາຄາ​ນໍ້າມັນ​ສູງ​ຂຶ້ນຢ່າງ​ຫຼວງຫຼາຍ.
ການ​ເຄື່ອນ​ໄຫວ​ທີ່​ວ່າ​ນີ້ ​ໄດ້​ພາ​ໃຫ້​ປະຊາຊົນ​ມີຄ​ວາ​ມ​ໂກດ​ແຄ້ນ ​ແລະ​ລົງ​ສູ່​ຖະໜົນ​ຫົນທາງ​
ທຳການ​ປະ​ທ້ວງ​.

ວິ​ກິດການ​ນໍ້າມັນ​ໃນ​ຊູ​ ແດນ​ ເລີ້ມຂຶ້ນ​ຫຼັງ​ຈາກ​ຊູ​ແດນ​ໃຕ້ ​ແຍກ​ຕົວ​ອອກ​ເປັນ​ເອກ​ກະລາດ​
ໃນ​ປີ 2011 ຊຶ່ງ​ປະ​ເທດ​ໃໝ່​ນີ້​ໄດ້ເອົາການ​ຜະລິດນໍ້າ​ມັນ​ດິບ 75 ​ເປີ​ເຊັນຂອງ Sudan ​
ໄປ​ພ້ອມ​. ​

ສະຫະລັດ​ໄດ້​ຮຽກຮ້ອງ​ໃຫ້​ທຸກ​ຄົນຢູ່​ໃນ​ຄວາມ​ສະ​ງົບ ​ໃນ​ວັນ​ພຸດ​ວານ​ນີ້. ສະຖານທູດ​ສະຫະລັດ
ໃນ​ກຸງ Khartoum ຮຽກຮ້ອງ​ໃຫ້​ທຸກ​ຝ່າ​ຍ ຫລີກ​ລ່ຽງຈາກ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຕື່ມ ​ແລະ​ເຄົາ
ລົບ​ນັບຖື​ສິດ​ເສລີພາບ​ຂອງ​ພົນລະ​ເມືອງ.
XS
SM
MD
LG