ການລະບາດຂອງໄຂ້ອອກຕຸ່ມ ຫຼື measles ຢູ່ໃນສະຫະລັດ ຊຶ່ງ
ມີຫຼາຍກວ່າ 100 ຄົນເປັນແລ້ວ ໃນຂະນະນີ້ ໄດ້ຍັງສົ່ງຜົນ ໃຫ້
ເກືອບໝົດທຸກຄົນ ຈາກບັນດາເຈົ້າໜ້າທີ່ສາທາລະນະສຸກ ຈົນເຖິງ
ບັນດາພໍ່ແມ່ ນາຍແພດ ແລະແມ່ນແຕ່ ປະທານາທິບໍດີເອງ ພາກັນ
ສະແດງຄວາມຄິດເຫັນ ກ່ຽວກັບເລື້ອງນີ້. ຜູ້ສື່ຂ່າວວີໂອເອ Carol
Pearsonມີລາຍລະອຽດ ຊຶ່ງໄຊຈະເລີນສຸກ ຈະນຳມາສະເໜີ ທ່ານ
ໃນອັນດັບຕໍ່ໄປ.
ເບິ່ງວີດີໂອ ພາສາລາວ ກ່ຽວກັບລາຍງານເລື້ອງນີ້:
ບັນດາເຈົ້າໜ້າທີ່ສາທາລະນະສຸກ ພາກັນຢືນຢັດຢ່າງໜັກແໜ້ນວ່າ ຢາວັກຊີນສັກປ້ອງກັນ
ໄຂ້ອອກຕຸ່ມ ແມ່ນໄດ້ຜົນດີ ແລະ ປອດໄພ. ບັນດາທ່ານໝໍລະດັບສູງ ຂອງສະຫະລັດ ໄດ້
ຮຽກຮ້ອງໃຫ້ຜູ້ປົກຄອງ ເອົາພວກລູກເຕົ້າຂອງເຂົາເຈົ້າ ໄປສັກຢາວັກຊີນປ້ອງກັນພະຍາດ ດັ່ງກ່າວ. ດຣ. Tom Frieden ຫົວໜ້າສູນຄວບຄຸມແລະປ້ອງກັນພະຍາດ ກໍແມ່ນຜູ້ໜຶ່ງໃນນັ້ນ.
ດຣ. Frieden ເວົ້າວ່າ “ແຮ່ງມີເດັກນ້ອຍ ທີ່ບໍ່ໄດ້ສັກຢາວັກຊີນ ຫຼາຍເທົ່າໃດ ກໍແຮ່ງ
ຈະມີເດັກນ້ອຍຕົກ ຢູ່ໃນຄວາມສ່ຽງຫຼາຍເທົ່ານັ້ນ ແລະພວກເຂົາກໍຍັງຈະເຮັດໃຫ້
ພວກເດັກນ້ອຍເພື່ອນບ້ານ ຕົກຢູ່ໃນຄວາມສ່ຽງຫຼາຍເທົ່ານັ້ນ ຄືກັນ.”
ແຕ່ພໍ່ແມ່ບາງຄົນ ເຊັ່ນນາງ Barbara Acosta ພາກັນປົກປ້ອງສິດ ຂອງພວກເຂົາເຈົ້າ
ທີ່ບໍ່ຍາກໃຫ້ລູກເຕົ້າຂອງເຂົາເຈົ້າສັກຢາວັກຊີນ.
ນາງ Acosta ເວົ້າວ່າ “ຂ້າພະເຈົ້າຄິດວ່າ ພໍ່ແມ່ໝົດທຸກຄົນ ມີສິດທີ່ຈະເລືອກເອົາ
ສິ່ງທີ່ຢູ່ໃນຜົນປະໂຫຍດ ອັນດີທີ່ສຸດ ຂອງພວກລູກເຕົ້າ ຂອງເຂົາເຈົ້າ.”
ນັກການເມືອງຈຳນວນໜຶ່ງ ກໍເຫັນດີນຳ. ສະມາຊິກສະພາສູງ ສັງກັດພັກຣີພັບບລີກັນ
ທ່ານ Rand Paul ຈາກລັດ Kentucky ໄດ້ກ່າວເຖິງເລື້ອງຕ່າງໆທີ່ທ່ານໄດ້ຍິນມາ ທີ່
ເອົາຢາວັກຊີນໄປພົວພັນກັບ ຄວາມຜິດປົກກະຕິທາງດ້ານຈິດໃຈ.
ທ່ານ Paul ເວົ້າວ່າ “ຂ້າພະເຈົ້າໄດ້ຍິນຫຼາຍໆກໍລະນີ ທີ່ໜ້າສະລົດໃຈ ກ່ຽວກັບ
ພວກເດັກນ້ອຍ ທີ່ຍ່າງແລະເວົ້າໄດ້ຕາມປົກກະຕິ ແຕ່ບັດແລ້ວ ເກີດມີພະຍາດ
ທາງດ້ານຈິດໃຈ ຫຼັງຈາກທີ່ໄດ້ສັກຢາວັກຊີນທຳມະດາ.”
ນາງ Acosta ໄດ້ເລືອກທີ່ຈະບໍ່ໃຫ້ພວກລູກເຕົ້າ ຫຼື ພວກລູກຫລານ ຂອງນາງ ສັກຢາ
ວັກຊີນ ຍ້ອນຄວາມເປັນຫ່ວງກ່ຽວກັບຜົນກະທົບດັ່ງກ່າວ.
ນາງ Acosta ເວົ້າວ່າ “ເດັກນ້ອຍບາງຄົນ ໄດ້ຮັບຜົນກະທົບໃນທາງກົງກັນຂ້າມ.
ຖ້າເຈົ້າເຂົ້າໄປເບິ່ງ ແລະ ອ່ານກ່ຽວກັບເລື້ອງນີ້ ທາງອອນລາຍ ຫຼື ທາງອິນເຕີ
ແນັດ ເຈົ້າກໍຈະເຫັນວ່າ ມັນມີຫລາຍເລື້ອງ ທີ່ໜ້າຢ້ານກົວ.”
ຫາກແຕ່ວ່າ ການສຶກສາຄົ້ນຄວ້າຕ່າງໆ ສະແດງໃຫ້ເຫັນວ່າ ການສັກຢາວັກຊີນນັ້ນ
ສາມາດຊ່ອຍຮັກສາຫຼາຍໆຊີວິດໄດ້ ແລະວ່າຜົນຂ້າງຄຽງນັ້ນ ແມ່ນບໍ່ຄອ່ຍມີປານໃດ
ແລະຖ້າມີ ກໍບໍ່ຮ້າຍແຮງ. ດຣ. Linda Fu ເປັນຊ່ຽວຊານດ້ານພະຍາດຕິດແປດໃນ
ພວກເດັກນ້ອຍ ຢູ່ໂຮງໝໍ ລະບົບສຸຂະພາບຂອງພວກເດັກນ້ອຍແຫ່ງຊາດ ໃນວໍຊິງຕັນ.
ດຣ. Fu ເວົ້າວ່າ “ຜົນຂ້າງຄຽງທີ່ເກີດຂຶ້ນໂດຍທົ່ວໄປ ຈາກການສັກຢາວັກຊີນ
ໃດໆນັ້ນ ກໍແມ່ນວ່າ ມີຄວາມເຈັບປວດຢູ່ບໍລິເວນບ່ອນເຂັມແທງ ແລະ ເປັນໄຂ້
ໃນລະຍະເວລາ 24 ຫາ 48 ຊົ່ວໂມງ.”
ດຣ. Fu ກ່າວວ່າ ຜົນຂ້າງຄຽງທີ່ບໍ່ຮ້າຍແຮງ ແລະ ຊົ່ວຄາວຂອງການສັກຢາວັກຊີນນັ້ນ
ແມ່ນມີນ້ຳໜັກເໜືອກວ່າ ຄວາມສ່ຽງຕໍ່ການທີ່ຈະມີ ອາການແຊກຊ້ອນຕ່າງໆ ຈາກໂຣກ
ໄຂ້ອອກຕຸ່ມ measles ຊຶ່ງສາມາດ ມີຮວມທັງ ຫູອັກເສບ ຫູໜວກຖາວອນ ສະໝອງ
ອັກເສບ ສະໝອງເສຍຫາຍຢ່າງຖາວອນ ພະຍາດປອດບວມ ແລະ ການເສຍຊີວິດ.
ໃນຄັ້ງໜຶ່ງ ບັນດາພໍ່ແມ່ມີຄວາມກັງວົນ ກ່ຽວກັບສານກັນບູດຕ່າງໆ ທີ່ປະສົມໃສ່ກັບຢາ
ວັກຊີນນັ້ນ. ດຣ. Fu ກ່າວວ່າ ອັນນັ້ນ ແມ່ນບໍ່ເປັນເລື້ອງທີ່ຕ້ອງກັງວົນອີກຕໍ່ໄປແລ້ວ.
ດຣ. Fu ເວົ້າວ່າ “ຢາວັກຊີນຕ່າງໆ ທີ່ພວກເດັກນ້ອຍໄດ້ຮັບໃນມື້ນີ້ ແມ່ນບໍລິສຸດ
ຂຶ້ນຫຼາຍກ່ວາແຕ່ກ່ອນ ແລະ ປອດໄພ ແລະມີປະສິດທິ ພາບ.”
ບັນດານາຍແພດ ທີ່ປະຕິບັດໜ້າທີ່ ໃນທຸກມື້ນີ້ ສ່ວນຫຼາຍແມ່ນບໍ່ເຄີຍພົບເຫັນກໍລະນີ
ຂອງໄຂ້ອອກຕຸ່ມ measles ເລີຍ. ນັ້ນກໍເປັນຍ້ອນວ່າ ຢາວັກຊີນມີປະສິດທິພາບເຖິງ
99 ເປີເຊັນ ຖ້າບຸກຄົນໜຶ່ງຫາກໄດ້ຮັບ ຢາວັກຊີນ ສອງຂະໜາດ.
ແມ່ນແຕ່ ປະທານາທິບໍດີ ໂອບາມາ ກໍຍັງໄດ້ມີຄວາມເຫັນກ່ຽວກັບ ເລື້ອງນີ້. ໃນລະຫວ່າງ
ການໃຫ້ສຳພາດ ກັບໂທລະພາບຊ່ອງ NBC ຂອງອາເມຣິການັ້ນ ທ່ານ ໂອບາມາ ຮຽກ
ຮ້ອງໃຫ້ບັນດາຜູ້ປົກຄອງ ຈົ່ງພາກພວກລູກເຕົ້າຂອງເຂົາເຈົ້າ ໄປສັກຢາວັກຊີນກັນ measles.