ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທົ່ວໂລກ ພາກັນ ສະເຫຼີມສະຫຼອງ ວັນກໍາມະກອນ ສາກົນ (ວິດີໂອ/ສະໄລດ໌)


ຄົນ​ງານ​ຢູ່ທົ່ວ​ໂລກ ຊຸມນຸມຢູ່​ຕາມຖະໜົນ​​ເພື່ອ​ສະເຫລີມສະຫລອງ ວັນ​ກຳມະກອນ​ສາກົນ ຫລື​ ​ທີ່​ຮູ້ກັນ​​ວ່າ May Day
ຄົນ​ງານ​ຢູ່ທົ່ວ​ໂລກ ຊຸມນຸມຢູ່​ຕາມຖະໜົນ​​ເພື່ອ​ສະເຫລີມສະຫລອງ ວັນ​ກຳມະກອນ​ສາກົນ ຫລື​ ​ທີ່​ຮູ້ກັນ​​ວ່າ May Day
ຄົນ​ງານ​ຢູ່ທົ່ວ​ໂລກພາກັນ​ໂຮມ​ຊຸມນຸມຢູ່​ຕາມຖະໜົນ​ຫົນທາງ​
ເພື່ອ​ສະ​ເຫລີມສະ ຫລອງວັນ​ກຳມະກອນ​ສາກົນ ຫລື​ ເປັນ​ທີ່​ຮູ້
​ກັນອີກ​ວ່າ May Day ນັ້ນ ​ດ້ວຍ​ການ​ເດີນ​ຂະ​ບວນ ​ແລະຮຽກ
ຮ້ອງ​ໃຫ້​ຂື້ນ​ເງິນ​ເດືອນ ​ພ້ອມ​ທັງ ປັບປຸງ​ສະພາບ​ການ​ເຮັດ​ວຽກ
ໃຫ້ດີກວ່າ​ເກົ່າ.

ການ​ນັດ​ຢຸດ​ງານ ​ຂອງ​ສະຫະພັນ​ກຳມະບານຢູ່ກຣີສ ໃນ​ວັນ​ກຳ
ມະກອນ​ສາກົນ ​ໄດ້​ລົບ​ກວນການບໍລິ​ການ​ເຮືອ​ຂ້າມ​ຟາກ ​ໄປ​ສູ່​
ເກາະ​ຕ່າງໆ​ຂອງ​ກຣິສແລະ​ການ​ຂົນ​ສົ່ງ​ສາທາລະນະ ​ໃນ​ກຸງ​ເອ​
ເທ​ນ ບ່ອນ​ທີ່​ພວກເດີນ​ຂະ​ບວນ​ ພາກັນປະ​ທ້ວງ​ຕໍ່ຕ້ານ​ນະ​ໂຍ
ບາຍ​ປະຢັດມັດທະຍັດ​ທີ່ແກ່ຍາວຢູ່​ນັ້ນ.


ບັນດາ​ຄົນ​ງານໃນທົ່ວສະ​ເປ​ນ ບ່ອນ​ທີ່​ມີ​ອັດຕາການ​ຫວ່າງ​ງານສູງ​ເຖິງ 27 ​ເປີ ເຊັນນັ້ນ ພາກັນໂຮມ​ຊຸມນຸມ​ປະ​ທ້ວງ ຮຽກຮ້ອງ​ໃຫ້ປ່ຽນ​ແປງ​ນະ​ໂຍບາຍ​ເສດຖະກິດ.

ຢູ່​ຟິລິບ​ປີນ ພວກ​ປະ​ທ້ວງພາກັນເດີນ​ຂະ​ບວນ​ຢູ່​ທີ່ນະຄອນຫຼວງມະນິລາເພື່ອຮຽກຮ້ອງ
​ໃຫ້​ລັດຖະບານ​ປົກ​ປ້ອງ​ຄຸ້ມ​ຄອງວຽກ​ງານ​ຂອງ​ເຂົາ​ເຈົ້າ. ​ນອກ​ນັ້ນເຂົາ​ເຈົ້າຍັງ​ຕ້ອງການ​
ໃຫ້​ລັດຖະບານ​ ຢຸດ​ຈ້າງ ຄົນ​ງານ​ສັນຍາຈ້າງຜູ້​ທີ່​ບໍ່ໄດ້​ຮັບ​ສິດທິຕ່າງໆ​ ແລະ​ຄວາມ​ປອດໄພ
ເໝືອນ​ດັ່ງ​ຄົນ​ງານທໍາມະ​ດາທີ່​ເຮັດ​ວຽກ​ເຕັມ​ເວລາ ນັ້ນ.

ສ່ວນພວກທີ່​ອອກ​ແຮງ​ງານຢູ່ກໍາ​ຢູ​ເຈຍ ກໍກໍາລັງ​ຮຽກຮ້ອງ​ໃຫ້​ບັນດາ​ສະມາຊິກ​ສະພາ ຂຶ້ນ
​ເງິນເດືອນ​ຂັ້ນ​ຕໍ່າ​ສຸດ ​ໃຫ້​ແກ່ພວກ​ຄົນ​ງານ​ຕັດຫຍິບ.

ຕໍາຫລວດຢູ່​ໃນ​ນະຄອນ​ອິສ​ແຕນ​ບຸນ ປະ​ເທດ​ເທີ​ກີ ​ໃນ​ວັນ​ພຸດ​ມື້​ນີ້ ​ໄດ້ປະ​ທະ​ກັນກັບຜູ້ຄົນ
​ທີ່​ພາກັນເດີນປະ​ທ້ວງ​ ໄປ​ສູ່ຈະຕຸ​ລັດ Taksim ຊຶ່ງບ່ອນ​ທີ່​ມີ​ການ​ສະເຫຼີມສະຫລອງວັນກຳ
ມະກອນ​ສາກົນ ​ເປັນ​ປະ​ຈໍານັ້ນ.

May Day Rallies Held Around the World
please wait

No media source currently available

0:00 0:01:46 0:00
ລິງໂດຍກົງ
XS
SM
MD
LG