ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ລມຕ ປ້ອງກັນປະເທດ ສະຫະລັດ ກ່າວວ່າ ສຫລ 'ບໍ່ໄດ້ມາອີີຣັກ ເພື່ອຍຶດເອົານ້ຳມັນຜູ້ໃດ'


ລັດຖະມົນຕີ ປ້ອງກັນປະເທດ ສະຫະລັດ ທ່ານ Jim Mattis, ກາງ, ຖືກຕ້ອນຮັບໂດຍ ເອກອັກຄະລັດຖະທູດ ສະຫະລັດ ປະຈຳອີຣັກ ທ່ານ Douglas Silliman ໃນຂະນະທີ່ທ່ານ
ເດີນທາງໄປຮອດ ສະໜາມບິນ ສາກົນ ແບກແດດ ໂດຍບໍ່
ໄດ້ປະກາດການເດີນທາງລ່ວງໜ້າ ວັນທີ 20 ກຸມພາ 2017.
ລັດຖະມົນຕີ ປ້ອງກັນປະເທດ ສະຫະລັດ ທ່ານ Jim Mattis, ກາງ, ຖືກຕ້ອນຮັບໂດຍ ເອກອັກຄະລັດຖະທູດ ສະຫະລັດ ປະຈຳອີຣັກ ທ່ານ Douglas Silliman ໃນຂະນະທີ່ທ່ານ ເດີນທາງໄປຮອດ ສະໜາມບິນ ສາກົນ ແບກແດດ ໂດຍບໍ່ ໄດ້ປະກາດການເດີນທາງລ່ວງໜ້າ ວັນທີ 20 ກຸມພາ 2017.

ລັດຖະມົນຕີປ້ອງກັນປະເທດ ສະຫະລັດ ທ່ານ Jim Mattis ໄດ້ກ່າວໃນວັນຈັນມື້ນີ້ວ່າ
ສະຫະລັດ ບໍ່ມີເຈຕະນາ ທີ່ຈະຍຶດເອົານ້ຳມັນຈາກ ອີຣັກ, ເຊິ່ງເປັນບາງສິ່ງ ທີ່ປະທານາ
ທິບໍດີ Donald Trump ໄດ້ໂຄສະນາໃນເມື່ອກ່ອນວ່າ “ສິ່ງທີິ່ຍາດມາໄດ້” ສຳລັບກິດ
ຈະກຳ ຂອງກອງທັບ ສະຫະລັດ ຢູ່ທີ່ນັ້ນ ແລະ ເພື່ອປ້ອງກັນກຸ່ມລັດອິສລາມ ຈາກ
ການເອົາມັນໄປຂາຍ.

ທ່ານ Mattis ໄດ້ກ່າວຕໍ່ບັນດານັກຂ່າວທີ່ໄດ້ເດີນທາງໄປປະເທດ ອີຣັກ ກັບທ່ານ
ສຳລັບການຢ້ຽມຢາມ ທີ່ບໍ່ໄດ້ແຈ້ງໃຫ້ຊາບລ່ວງໜ້າ, ເຊິ່ງໄດ້ເກີດຂຶ້ນໃນມື້ທີສອງ ຂອງ
ການບຸກໂຈມຕີໂດຍກອງທັບ ເພື່ອຜັກດັນພວກລັດອິສລາມ ອອກຈາກພາກຕາເວັນຕົກ
ຂອງເມືອງ Mosul.

ທ່ານ Mattis ກ່າວວ່າ “ຂ້າພະເຈົ້າຄິດວ່າ ພວກເຮົາໝົດທຸກຄົນຢູ່ໃນຫ້ອງນີ້, ພວກ
ເຮົາ ທຸກຄົນ ໃນ ອາເມຣິກາ, ໂດຍທົ່ວໄປແລ້ວ ໄດ້ຈ່າຍຄ່າ ແກ໊ສ ແລະ ຄ່ານ້ຳມັນ
ຂອງພວກເຮົາໄປຕາມກັນ, ແລະ ຂ້າພະເຈົ້າແນ່ໃຈວ່າ ພວກເຮົາຈະສືບຕໍ່ເຮັດ
ສິ່ງນັ້ນຢູ່ ໃນອະນາຄົດ. ພວກເຮົາບໍ່ໄດ້ມາ ອີີຣັກ ເພື່ອຍຶດເອົານ້ຳມັນຂອງຜູ້ໃດ.”

ການເດີນທາງຢຸດແວ່ ອີຣັກ ຂອງທ່ານ ລວມມີການປະຊຸມກັບນາຍົກລັດຖະມົນຕີ ອີຣັກ
ທ່ານ Haider al-Abadi ແລະ ບັນດາເຈົ້າໜ້າທີ່ຄົນອື່ນໆ, ພ້ອມທັງນາຍພົນໂທ
Stephen Townsend, ຜູ້ບັນຊາການກຳລັງພັນທະມິດ ນຳໜ້າໂດຍ ສະຫະລັດ
ເຮັດວຽກເພື່ອເອົາຊະນະພວກລັດອິສລາມ.

ທ່ານ Mattis ກຳລັງເຮັດວຽກໃນແຜນການຂອງທ່ານເອງ ເພື່ອເລັ່ງລັດການຕໍ່ສູ້ກັບ
ພວກລັດອິສລາມ, ເຊິ່ງທ່ານ Trump ໄດ້ສັ່ງ ໃນວັນທີ 28 ມັງກອນທີ່ຜ່ານມາ ໃຫ້ແຈ້ງ
ໃຫ້ທ່ານຊາບພາຍໃນ 30 ວັນ.

ໃນຂະນະທີ່ການໂຈມຕີເມືອງ Mosul ໄດ້ເລີ່ມຂຶ້ນໃນວັນອາທິດວານນີ້, ທ່ານ Mattis
ກ່າວວ່າ ບົດບາດຂອງ ສະຫະລັດ ທີ່ໄດ້ດຳເນີນການໂຈມຕີ ແລະ ເຮັດໜ້າທີ່ເປັນຜູ້ຊີ້ນຳ
ໃຫ້ກອງທັບ ອີຣັກ ແມ່ນຍັງຄົງເປັນຢູ່ຄືເກົ່າ.

ທ່ານກ່າວວ່າ “ການໂຈມຕີເຂົ້າໄປໃນເມືອງ ແມ່ນບາງຢ່າງທີ່ຂ້າພະເຈົ້າບໍ່ຢາກໃຫ້
ຂໍ້ມູນ ກ່ຽວກັບ ມັນຫຼາຍ ເພາະວ່າຂ້າພະເຈົ້າປິດເປັນຄວາມລັບໄວ້ ກັບກອງກຳລັງ
ຂອງຜູ້ທີ່ທຳການໂຈມຕີໂດຍແທ້ຈິງ. ໃນເວລາດຽວກັນນັ້ນ ພວກເຮົາແມ່ນໄດ້ເຂົ້າ
ໃກ້ມັນຫຼາຍແລ້ວ ຖ້າຍັງບໍ່ໄດ້ເຂົ້າຮ່ວມ ໃນການຕໍ່ສູ້ນັ້ນ ເທື່ອກໍຕາມ. ກອງກຳລັງ
ສະຫະລັດ ໄດ້ສືບຕໍ່ໃນບົດບາດອັນດຽວກັນກັບ ທີ່ໄດ້ເຮັດໃນພາກຕາເວັນອອກ
ຂອງເມືອງ Mosul ແລະ ກອງກຳລັງພັນທະມິດ ແມ່ນໄດ້ໃຫ້ການຊ່ວຍເຫຼືອ ໃນ
ການປະຕິບັດງານຄັ້ງນີ້, ແລະ ດັ່ງທີ່ທ່ານຮູ້ຫັ້ນແລ້ວ ພວກເຮົາຈະສືບຕໍ່ ດ້ວຍ
ຄວາມພະຍາຍາມທີ່ໄວຂຶ້ນ ເພື່ອທຳລາຍພວກ ISIS.”

Iraq Mosul
please wait
Embed

No media source currently available

0:00 0:01:08 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG