ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານ ແມັດຕິສ ກ່າວວ່າ ກຳລັງ ສຫລ ປະເຊີນ ກັບ ‘ສັດຕູທີ່ມີຄວາມຕັ້ງໃຈ’ ໃນອັຟການິສຖານ


ນາຍົກລັດຖະມົນຕີ ເດັນມາກ ທ່ານ Lars Loekke Rasmussen (ຂວາ) ສະແດງທ່າທີ ໃນລະຫວ່າງການພົບປະ ກັບ ລັດຖະມົນຕີປ້ອງກັນປະເທດ ສະຫະລັດ ແລະ ອະດີດ ນາຍພົນທະຫານ ທ່ານ James Mattis (ຊ້າຍ) ຢູ່ໃນຫ້ອງການຂອງສຳນັກງານນາຍົກ ທີ່ຫໍປະສາດ Christiansborg ໃນນະຄອນ Copenhagen ຂອງ Denmark, ວັນທີ 9 ພຶດສະພາ 2017.
ນາຍົກລັດຖະມົນຕີ ເດັນມາກ ທ່ານ Lars Loekke Rasmussen (ຂວາ) ສະແດງທ່າທີ ໃນລະຫວ່າງການພົບປະ ກັບ ລັດຖະມົນຕີປ້ອງກັນປະເທດ ສະຫະລັດ ແລະ ອະດີດ ນາຍພົນທະຫານ ທ່ານ James Mattis (ຊ້າຍ) ຢູ່ໃນຫ້ອງການຂອງສຳນັກງານນາຍົກ ທີ່ຫໍປະສາດ Christiansborg ໃນນະຄອນ Copenhagen ຂອງ Denmark, ວັນທີ 9 ພຶດສະພາ 2017.

ລັດຖະມົນຕີປ້ອງກັນປະເທດ ສະຫະລັດ ທ່ານ Jim Mattis ໄດ້ກ່າວໃນວັນອັງຄານ
ວານນີ້ ວ່າ ກອງກຳລັງຂອງ ສະຫະລັດ ຢູ່ໃນອັຟການິສຖານ ປະເຊີນກັບ “ສັດຕູທີ່
ມີຄວາມຕັ້ງໃຈ”
ແຕ່ກໍໄດ້ສ້າງ​ຄວາມເສຍຫາຍ ໃຫ້ແກ່ສັດຕູຢ່າງໜັກ.

ໃນການກ່າວ ຢູ່ທີີ່ກອງປະຊຸມຖະແຫລງຂ່າວ ຢູ່ນະຄອນ Copenhagen ຄຽງຂ້າງກັບ
ຄູ່ຕຳແໜ່ງຂອງທ່ານຈາກ ເດັນມາກ ທ່ານ Claus Hjort Frederik-sen ຢູ່ນັ້ນ ທ່ານ
Mattis ໄດ້ກ່າວວ່າ ທັງ ກຸ່ມຫົວຮຸນແຮງ ລັດອິສລາມ ແລະ ກຸ່ມ al-Qaida ແມ່ນກຳລັງ
ສູນເສຍພື້ນທີ່ ແລະ ອຳນາດ ຢູ່ໃນອັຟການິສຖານ ໃນຂະນະທີ່ລັດຖະບານ ພາຍໃຕ້
ການນຳພາ ຂອງ ປະທານາທິບໍດີ Ashraf Ghani ໄດ້ “ຮັບ​ຄວາມ​ນິຍົມ​ຊົມ​ຊອບ
ແລະ ການສະໜັບສະໜູນ”
ຈາກປະຊາຊົນ.

ທ່ານ Mattis ໄດ້ກ່າວວ່າ “ຢູ່ ອັຟການິສຖານ ສັດຕູໄດ້ສູນເສຍ 2 ສ່ວນ 3 ຂອງກຳລັງ
ຂອງຕົນ ແລະໃນທ້າຍສັບປະດາຜ່ານມານີ້ ປະທານາທິບໍດີ Ghani ໄດ້ປະກາດ
ການເສຍຊີວິດ ຂອງຜູ້ບັນຊາການ ກຸ່ມລັດອິສລາມ Khorasan ຊຶ່ງ​ມີ​ທີ່​ໝັ້ນ ຕັ້ງຢູ່
ແຂວງ Nangarhar. ໃນການຕໍ່ສູ້ຕ້ານ ກຸ່ມລັດອິສລາມຂອງພວກເຮົານັ້ນ ພວກເຮົາ
ໄດ້ສ້າງຄວາມເສຍຫາຍຢ່າງໜັກ ອີກຄັ້ງນຶ່ງ ດ້ວຍການສັງຫານຜູ້ນຳຂອງພວກ
ເຂົາເຈົ້າ.”

ບັນດາເຈົ້າໜ້າທີ່ ສະຫະລັດ ແລະ ອັຟການິສຖານ ໄດ້ປະກາດເມື່ອບໍ່ດົນມານີ້ ວ່າ
ທ້າວ Abdul Hasib ຫົວໜ້າຂອງກຸ່ມທີ່ເອີ້ນວ່າ ລັດອິສລາມໃນອັຟການິສຖານ ໄດ້ຖືກ
ສັງຫານເມື່ອສອງສາມມື້ ຜ່ານມານີ້ ໃນການບຸກໂຈມຕີຂອງພວກທະຫານ. ເຊື່ອກັນວ່າ
ຜູ້ກ່ຽວຢູ່ເບື້ອງຫລັງ ການໂຈມຕີທີ່ສັງຫານ ປະຊາຊົນ 50 ຄົນ ຢູ່ທີ່ໂຮງໝໍທະຫານ ໃນ
ນະຄອນຫຼວງກາບູລ ເມື່ອຕົ້ນປີນີ້.

ທ່ານ ແມັດຕິສ ໄດ້ກ່າວວ່າ ສະຫະລັດ ຈະສືບຕໍ່ປະສານ​ງານ ​ໃນການ​ປະຕິບັດ​ງານ​ຂອງ
ກອງທັບ ແລະ ຄວາມ​ພະຍາ​ຍາມທີ່ບໍ່ກ່ຽວກັບການທະຫານ ຢູ່ໃນອັຟການິສຖານ ແລະ
ຈະເຮັດທຸກສິ່ງທຸກຢ່າງ ທີ່ເປັນໄປໄດ້ ເພື່ອປ້ອງ​ກັນ​ບໍ່ໃຫ້​ພົນລະເຮື​ອນ ບາດ​ເຈັບ​ລົ້ມຕາຍ.

ທ່ານໄດ້ເວົ້າວ່າ “ພວກເຮົາຕ້ອງຈຳໄວ້ວ່າ ສະມໍລະພູມທີ່ພວກເຮົາກຳລັງຕໍ່ສູ້ຢູ່ນີ້ ກໍຍັງ
ເປັນສະໜາມລົບດ້ານມະນຸດສະທຳ ບ່ອນທີ່ປະຊາຊົນ ຜູ້ບໍລິສຸດອາໄສຢູ່ ໃນເວລານີ້ ບາງຄັ້ງບາງຄາວກໍຖືກກົດດັນ ໃຫ້ຢູ່ໃນສະໜາມລົບໂດຍກຸ່ມລັດອິສລາມ.”

ຄຳເຫັນດັ່ງກ່າວ ຂອງທ່ານ ແມັດຕິສ ໄດ້ມີຂຶ້ນ ຂະນະທີ່ສື່ມວນຊົນຂອງສະຫະລັດ ລາຍ
ງານວ່າ ລັດຖະບານທ່ານທຣຳ ອາດເພີ່ມຈຳນວນທະຫານສະຫະລັດ ຂຶ້ນຢ່າງຫຼວງຫຼາຍ
ແລະ ເພີ່ມທະວີການສູ້ລົບ ໃນອັຟການນິຖານ.

ອີງຕາມບົດລາຍງານຕ່າງໆ ປະທານາທິບໍດີ ດໍໂນລ ທຣຳ ກຳລັງສັ່ງຊາເບິ່ງວ່າ ຈະສົ່ງ
ກຳລັງທະຫານຕື່ມອີກ ຫຼາຍເຖິງ 5,000 ຄົນ ໄປອັຟການິສຖານ ຫຼືບໍ່. ໃນປັດຈຸບັນນີ້
ສະຫະລັດ ມີກຳລັງທະຫານປະມານ 8,400 ຄົນ ປະຈຳການຢູ່ໃນປະ​ເທດ​ດັ່ງກ່າວ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG