ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພາຍຸຫິມະ ບັງຄັບໃຫ້ ໂຮງການ ລັດຖະບານກາງ ສະຫະລັດ ປິດລົງ (ສະໄລດ໌)


ແມ່ຍິງຄົນນຶ່ງກໍາລັງຍ່າງຜ່າຫິມະໃນເມືອງ Old Town Alexandria
ລັດ Virginia ໃກ້ ວໍຊິງຕັນດີຊີ
ແມ່ຍິງຄົນນຶ່ງກໍາລັງຍ່າງຜ່າຫິມະໃນເມືອງ Old Town Alexandria ລັດ Virginia ໃກ້ ວໍຊິງຕັນດີຊີ
ພາ​ຍຸ​ທ້າຍລະດູ​ໜາວ​ຄັ້ງ​ໃຫຍ່ຫົວ​ນຶ່ງ ກໍາລັງ​ເຄຶ່ອນ​ຂຶ້ນໄປ​ຕາມເຂດ​ແຄມຝັ່ງ​ຕາ​ເວັນ​ອອກຂອງ​ສະຫະລັດຫາ​ລັດ​ນີວຢ໊ອກ ​ແລະ​ນີວອິງ​ແລນ​ດ໌ ຫຼັງຈາກ ​ໄດ້​ເທ​ຝົນ​ແລະ​ຫິມະລົງ​ໃສ່​ທົ່ວເຂດ​ພາກກາງແຄມ​ຝັ່ງມະຫາ​ສະມຸດ​ອັດລັນ​ຕິກ​ແລ້ວ​ນັ້ນ.

ທາງ​ການ​ສະຫະລັດໄດ້​ປິດ​ໂຮງການ​ລັດຖະບານ​ກາງ ​ແລະ​ປິດ​ໂຮງຮຽນ ​ເມື່ອວັນ​ພຸດ​ວານ​ນີ້ ໂດຍ​ຄາດ​ວ່າ​ຈະ​ມີ​ຫິມະ​ຕົກ​ໜັກ ​ແລະ​ສະພາບ​ຖະໜົນ​ຫົນທາງ​ທີ່​ເປັນ​ອັນຕະ ລາຍ. ຖ້ຽວບິນ​ໂດຍສານຫຼາຍຮ້ອຍ​ຖ້ຽວ​ຖືກ​ຍົກ​ເລີກ ​ແລະພະນັກງານ​ໄຟຟ້າ​ຖືກ​ສັ່ງ​ໃຫ້​ຢູ່​ໃນ​ທ່າ​ຕຽມ​ພ້ອມຮັບ​ມື​ເຫດ​ສຸກ​ເສີນ.

​ແຕ່​ກໍປະກົດ​ວ່າ​ສະ​ພາບ​ໜ້າດິນ​ແລະ​ອາກາດ​ມີ​ອຸນ​ຫະພູມ​ບໍ່​ໜາວເຢັນ​ພໍ​ທີ່​ຈະກາຍເປັນ ຫິມະ​ ນອກຈາກ​ເປັນ​ຝົນປົນ​ຫິມະ​ຕົກ​ຢູ່​ຕາມເຂດ​ຊານ​ເມືອງ ຂອງ​ກຸງວໍ​ຊິງ​ຕັນ​ດີ​ຊີ. ​ແຕ່​ລະດັບ​ຫິມະ​ຈະ​ສູງ​ກວ່າ​ຢູ່​ໃນເຂດພູຜາ​ທີ່ໃກ້​ຄຽງ​ຄືລັດ​ແມ​ຣີ​ແລນ​ດ໌ ​ແລະ​ລັດ​ເວີ​ຈິ​ເນຍ ​ຕະຫຼອດທັງເຂດ​ພາກ​ຕາ​ເວັນ​ຕົກ ຂອງ​ລັດ​ Pennsylvania.

ນີ້​ເປັນ​ພາຍຸ​ຫົວ​ດຽວ​ກັນ​ທີ່​ໄດ້​ເທ​ຫິມະ​ສູງ​ເຖິງ 60 ​ຊັງ​ຕີ​ແມັດ ລົງ​ໃສ່ຫຼາຍພື້ນ​ທີ່ຂອງ​ລັດ​ມົນ​ທາ​ນາ ທາງ​ກໍ້າ​ຕາ​ເວັນ​ຕົກ​ຂອງ​ສະຫະລັດ ​ໃນ​ຕົ້ນ​ອາທິດ​ນີ້.

XS
SM
MD
LG