ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຫດລະເບີດ ໃນ​ອັຟກາ​ນີສຖານ ສັງຫານ ຢ່າງ​ນ້ອຍ 2 ຄົນ ​


Afghanistan Violence VO
please wait

No media source currently available

0:00 0:00:57 0:00

ເຈົ້າ​ໜ້າ​ທີ່ອັຟກາ​ນີສຖານ​ກ່າວ​ວ່າ ການໂຈມຕີດ້ວຍລະ​ເບີດ
​ສະຫລະຊີບ ໄດ້​ສັງຫານ​ຍາມ​ຮັກສາ​ຄວາມ​ປອດ​ໄພຢ່າງ​ນ້ອຍ
2 ຄົນ ​ທີ່ຄ້າຍທະຫານຕ່າງປະເທດ ແຫ່ງນຶ່ງ ​ໃນນະຄອນ Kabul.

​ໂຄສົກ​ຂອງ​ກະຊວງ​ພາຍ​ໃນໄດ້ກ່າວ​ວ່າ ລົດກະບະ​ນ້ອຍຄັນນຶ່ງ
​ທີ່ບັນທຸກວັດຖຸ​ລະ​ເບີດເຕັມອັດຕາ ໄດ້​ແລ່ນໄປ​ຕຳ​ປະຕູູທາງເຂົ້າ
ຄ້າຍທະຫານຕ່າງ​ປະເທດ ທີ່​ຄຸ້ມ Pul-e-Charkhi ໃນນະຄອນ​ຫຼວງ Kabul ​ໃນ​ເຊົ້າ​ວັນ​ອັງຄານ​ມື້​ນີ້.

ກຸ່ມ​ຕາ​ລີ​ບັນ​ ໄດ້ອອກ​ມາ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ ໃນ​ການ​ໂຈມ​ຕີ​ຄັ້ງ​ນີ້.

ສຽງລະ​ເບີດ ​ໄດ້​ສັ່ນ​ສະ​ເທືອນປ່ອງຢ້ຽມ ​ທີ່​ຕັ້ງຫ່າງ​ໄກ​ອອກ​ໄປຫຼາຍ​ກິ​ໂລແມັດ​ ຈາກສູນ​ກາງ​ການ​ທູດ ຂອງນະຄອນຫຼວງ Kabul ​ແລະ​ພາໃຫ້ເກີດແປວຄວັນ​ຂະໜາດ​ໃ​ຫຍ່ກຸ່ມຂຶ້ນສູ່
ທ້ອງຟ້າ.

​ເຂດທີ່​ເກີດເຫດລະ​ເບີດ​ນັ້ນ ​ແມ່ນ​ເຕັມ​ໄປ​ດ້ວຍ ອາຄານ​ບ້ານ​ເຮືອນ ຊຶ່ງ​ເປັນສະຖານທີ່​ພັກ
​ເຊົາ​ຂອງ​ບັນດາ​ບໍລິສັດ​ຕ່າງປະ​ເທດ ຮວມທັງຄ້າຍ​ທະຫານຕ່າງ ປະ​ເທດ​ນຳດ້ວຍ ​ແຕ່ຍັງ​ບໍ່​ທັນເປັນທີ່​ຈະ​ແຈ້ງ​ເທື່ອ​ວ່າແມ່ນຫຍັງຄືເປົ້າ​ໝາຍ​ຂອງ​ການ​ໂຈມ​ຕີ​ທີ່​ວ່າ​ນີ້. ຫ້ອງການ​ສືບ​ລັບ​ຂອງ​ລັດຖະບານ​ອັຟກາ​ນີສຖານ ກໍ​ຕັ້ງ​ຢູ່​ໃນບໍ​ລິ​ເວນ​ໃກ້​ຄຽງ​ນັ້ນ​ດ້ວຍ.

XS
SM
MD
LG