ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການ​ໂຈມ​ຕີ​ ທາງ​ອິນ​ເຕີ​ແນັດ ຂະໜາດໃຫຍ່ ມີຜົນກະທົບ​ ບໍລິສັດ​ຕ່າງໆ ​ທົ່ວ​ໂລກ


ຜູ້ຊາຍຄົນນຶ່ງກຳລັງຕີພິມໃສ່ຄອມພິວເຕີ ຢູ່ໃນພາບທີ່ສະແດງ ໃຫ້ເປັນຢູ່ນີ້.
ຜູ້ຊາຍຄົນນຶ່ງກຳລັງຕີພິມໃສ່ຄອມພິວເຕີ ຢູ່ໃນພາບທີ່ສະແດງ ໃຫ້ເປັນຢູ່ນີ້.

ຄື້ນຟອງການ​ໂຈມ​ຕີ​ທາງ​ອິນ​ເຕີ​ແນັດຢ່າງ​ທີ່​ຮຸນ​ແຮງການ​ ​ໄດ້​ກະທົບ​ໃສ່​ບັນດາ​ບໍລິສັດ
​ຕ່າງໆ ​ແລະ​ສະ​ຖາ​ບັນຂອງລັດຖະບານ​ຢູ່​ທົ່ວ​ໂລກ ຊຶ່ງເຮັດ​ໃຫ້ເກີດ​ຄວາມ​ຫາຍຍະນະ
ຂອງນາໆຊາດ​ ​ແລະ​ພາ​ໃຫ້ການບໍລິ​ການ​ໃນ​ຫລາຍ​ຂະ​ແໜງການ​ຢຸດ​ສະຫງັກລົງ.
ຄວາມ​ພະຍາຍາມ​ທຳລາຍ​ທາງ​ອິນ​ເຕີ​ແນັດ​ແບບທີ່​ສ້າງ​ຜົນ​ກະທົບ​ຢ່າງໜັກ ປະກົດ​ວ່າ
​ໄດ້​ລັກໃຊ້​ໂປຣ​ແກມ ຫລື software ທີ່​ພັດທະນາຂຶ້ນມາ​ໂດຍ​ອົງການ​ສືບ​ລັບ​ສະຫະ
ລັດ ​ແຫ່ງ​ນຶ່ງ.

ນຶ່ງ​ໃນ​ຈຳນວນ​ການ​ໂຈມ​ຕີ​ເທື່ອ​ທຳ​ອິດ ​ແລະ​ຮ້າຍ​ແຮງ​ສຸດ ​ໄດ້​ແນ​ໃສ່ລະບົບການ​ບໍລິ
ການ​ແຫ່ງ​ຊາດ​ຂອງອັງກິດ (NHS). ຄື້ນຟອງ​ການ​ຮຽກ​ຄ່າ​ໄຖ່​ທີ່​ເຮັດ​ໃຫ້ ຄອມພີ​ວ​ເຕີ​
ໃຊ້​ການບໍ່​ໄດ້​ນັ້ນ ​ໄດ້​ກະທົບໃສ່ບັນດາ​ໂຮງໝໍ​ຫລາຍ​ໆ​ແຫ່ງ​ຢູ່​ທົ່ວ​ປະ​ເທດນັ້ນ ​ໃນ​ວັນ
​ສຸກ​ວາ​ນນີ້ ​ຊຶ່ງເຮັດ​ໃຫ້ NHS ປະກາດວ່າ ມີ “ເຫດ​ການ​ອັນ​ຍິ່ງໃຫຍ່​ເກີດ​ຂຶ້ນ.” ​ໂຮງ​ໝໍ
ບາງ​ແຫ່ງ​ໄດ້​ຮຽກ​ເອົາ​ລົດ​ໂຮ​ງໝໍໃຫ້ກັບ​ຄືນ​ມາ ​ແລະ​ຍັກ​ເລີກ​ການ​ຜ່ານ​ຕັດ​ຕ່າງໆ
ຍ້ອນ​ວ່າການ​ໂຈມ​ຕີ​ໄດ້​ກີດ​ກັນ​ບໍ່​ໃຫ້ພວກທ່ານ​ໝໍ ບໍ່ສາມາດ​ເຂົ້າ​ໄປ​ເບິ່ງ ຂໍ້​ມູນໃນ​ບັນ
​ທຶກຂອງ​ຄົນ​ເຈັບ​ໄດ້​.

ການ​ຮຽກ​ຄ່າ​ໄຖ່ໂດຍ​ການ​ປິດ​ຂໍ້​ມູນ​ໃນ​ລະບົບ​ຄອມ​ພີ​ວ​ເຕີ​ໄວ້ ​ແມ່ນ​ໂປຣ​ແກມ​ ຫລື
software ທໍາລາຍ​ຄອມ​ພິວ​ເຕີ​ຊະ​ນິດນຶ່ງ​ ທີ່ມີ​ຈຸດປະສົງເຮັດ​ໃຫ້ລະ​ບົບຄອມ​ພິມ​ເຕີ​ບໍ່
​ໃຊ້​ວຽກ​ໄດ້​ຢ່າງໜັກ ຊຶ່ງ​ໄດ້ເຮັດ​ໃຫ້​ລະບົບ​ທີ່ຢູ່​ໃນ​ເປົ້າໝາຍ ຖືກ​ກະທົບ, ລ້ອກເອກ​ກະ
ສາ​ນ ​ແລະ​ເອົາລະ​ຫັດ​ລັບໃສ່ເອກ​ກະສາ​ນທັງ​ໝົດ ​ແລະ​ຫລັງ​ຈາກ​ນັ້ນກໍ​ຮຽກຮ້ອງ​ເອົາ
​ເງິນ​ຈາກ​ຜູ້​ໄດ້​ເຄາະ​ຮ້າຍ ​ເພື່ອ​ແລກປ່ຽນກັບ​ການ​ປົດ​ລະຫັດ​ລັບ​ເອກະສານ​ເຫລົ່າ
ນັ້ນອອກ.

ອົງການ​ຂ່າວ AP ​ລາຍ​ງານວ່າ ນັກ​ຄົ້ນຄວ້າ​ຄົນ​ນຶ່ງ​ທີ່ບໍລິສັດ​ຮັກສາຄວາມ​ປອດ​ໄພ
ທາງອິນ​ເຕີ​ແນັດ F-Secure ​ທີ່ Finland ກ່າວ​ວ່າ ການ​ໂຈມຕີ​ແບບທີ່​ປະກົດ​ວ່າມີ
ການປະສານ​ງານກັນ ທີ່​ເກີດ​ຂຶ້ນໃນ​ວັນ​ສຸກ​ວານ​ນີ້​ ​“​ເປັນ​ການ​ລະບາດຂອງ​ການຮຽກ
​ຄ່າ​ໄຖ່​ຢ່າງ​ໃຫຍ່​ທີ່​ສຸດ​ໃນ​ປະຫວັດສາດ”. ນັກ​ວິເຄາະອີກ​ຄົນ​ນຶ່ງ​ທີ່ບໍລິສັດ​ຮັກສາ​
ຄວາມ​ປອດໄພ​ທາງອິນ​ເຕີແນັດ Veracode ກ່າວ​ວ່າ ການ​ແຜ່​ຂະຫຍາຍ​ຢ່າງ​ວອງ​
ໄວ​ຂອງ​ການ​ໂຈມ​ຕີ ​ກໍ​ຍ້ອນ​ມີການ​ພົວພັນ​ຂອງ​ອົງການ​ກະທຳ​ອາດ​ຊະຍາ​ກໍາ ຕ່າງໆ.

ທ້າວ Patrick Ward ອາຍຸ 47 ປີ ຈາກເມືອງ Dorset ປະເທດອັງກິດ ມີນັດພົບຜ່າຕັດຫົວໃຈ ແຕ່ໄດ້ຖືກລົບລົາງ ເນື່ອງຈາກການໂຈມທາງອິນເຕແນັດ ໃສ່ໂຮງໝໍຢູ່ທົ່ວປະເທດ.
ທ້າວ Patrick Ward ອາຍຸ 47 ປີ ຈາກເມືອງ Dorset ປະເທດອັງກິດ ມີນັດພົບຜ່າຕັດຫົວໃຈ ແຕ່ໄດ້ຖືກລົບລົາງ ເນື່ອງຈາກການໂຈມທາງອິນເຕແນັດ ໃສ່ໂຮງໝໍຢູ່ທົ່ວປະເທດ.

ອົງການ​ຮັກສາ​ຄວາມ​ປອດ​ໄພທາງ​ອິນ​ເຕີ​ແນັດ​ສາກົນ Kaspersky Labs ທີ່​ມີ​ຫ້ອງ
ການ​ຢູ່​ໃນຣັດ​ເຊຍກ່າວ​ວ່າ ຕາມບັນທຶກແມ່ນ​ມີ​ການ​ໂຈມ​ຕີ 45,000 ຄັ້ງ​ຢູ່​ໃນ 74
ປະ​ເທດ. ຣັດ​ເຊຍ​ໄດ້​ຖືກ​ໂຈມຕີ​ທີ່​ຮ້າຍ​ແຮງຫລາຍ​ກວ່າໝູ່​ສຸດ ພ້ອມ​ທັງ​ມີລາຍ​ງານ
​ຈາກລະບົບ​ຄອມ​ພິວ​ເຕີ​ຢູ່ໃຕ້​ຫວັນ ອິນ​ເດຍ ​ແລະ​ຢູ​ເຄຣນ​ວ່າ ມີ​ບັນ​ຫາ​ທີ່​ຮ້າຍ​ແຮງ.

ກະຊວງ​ພາຍ​ໃນຣັດ​ເຊຍ ທີ່​ຄວບຄຸມດູ​ແລ​ທົ່ວ​ປະ​ເທດ​ທີ່​ໃຫຍ່​ທີ່​ສຸດໃນໂລກ​ແຫ່ງ​ນັ້ນ
ທຳ​ອິດ​ໄດ້​ປະຕິ​ເສດ​ວ່າ​ບໍ່ໄດ້​ຖືກ​ລັກ​ເຈາະ​ຂໍ້​ມູນ ​ແຕ່​ຕໍ່​ມາກໍ​ໄດ້ຍອບ​ຮັບວ່າ​ຄອມ​ພິວ
​ເຕີ​ຫລາຍ​ພັນໜ່ວຍຂອງ​ຕົນ ​ໄດ້​ຖືກ​ບຸກລຸກ​ເຂົ້າ​ມາ.

ຍັງ​ບໍ່ມີໃຜ​ຮູ້​ໂດຍ​ທັນທີ​ວ່າ ​ແມ່ນ​ໃຜ​ເປັນ​ຜູ້​ທໍາ​ການ​ໂຈມ​ຕີ​ທາງ​ອິນ​ເຕີ​ແນັດ​ເຫລົ່ານີ້
​ແລະ​ກໍບໍ່ ທັນ​ຮູ້ເທື່ອວ່າ ມີ​ຜູ້ໄດ້​ຮັບເຄາະ​ຮ້າຍຄົນ​ໃດ​ໄດ້​ຈ່າຍຄ່າ​ໄຖ່​ໄປແລ້ວ ຫລືບໍ່
​ໃນ​ວັນ​ສຸກ​ວານ​ນີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Ransomware Attack
please wait
Embed

No media source currently available

0:00 0:01:52 0:00

XS
SM
MD
LG