ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອັກຄີໄພ ໄຟໄໝ້ປ່າ ທີ່ຮ້າຍແຮງ ຍັງຄົງ 'ຄວບຄຸມບໍ່ທັນໄດ້ເທື່ອ'


Canada Fire
please wait
Embed

No media source currently available

0:00 0:00:22 0:00

ອັກຄີໄພທີ່ຮ້າຍແຮງ ໄດ້ເຜົາຜານປະຊາຄົມນຶ່ງໃນແຂວງ ອາລເບີຕາ ຂອງ ການາດາ ໃນວັນເສົາວານນີ້ ໃນເນື້ອທີ່ 200,000 ເຮັກຕາ.

ໄພດັ່ງກ່າວໄດ້ບັງຄັບໃຫ້ມີການອົບພະຍົບ ໜີອອກໄປຈາກເມືອງ ຝອດ ແມັກເມີເຣ.

ເຫດຮ້າຍດັ່ງກ່າວໄດ້ເຮັດໃຫ້ ລັດຖະບານ ການາດາ ປະກາດພາວະສຸກເສີນໃນ ອາລເບີຕາ.

ເຈົ້າໜ້າທີ່ສຸກເສີນເວົ້າວ່າ ມັນຈະໃຊ້ເວລາຫຼາຍເດືອນ ກ່ອນຈະຄວບຄຸມໄຟໄວ້ໄດ້.

ທ່ານ ຣາຟ ກູເດລ ລັດຖະມົນຕີ ກະຊວງຮັກສາຄວາມປອດໄພ ກ່າວວ່າ “ອັກຄີໄພຄັ້ງນີ້ ຍັງຄົງໃຫຍ່ໂຕ ບໍ່ສາມາດຄວບຄຸມໄດ້ ທັງເປັນອັນຕະລາຍຮ້າຍແຮງ.”

ເຮືອບິນລຳນຶ່ງ ພວມບິນໃນລະດັບຕ່າ ເພື່ອຖິ້ມ ສານກັນໄຟ ໃສ່ບໍລິເວນທີ່ກຳລັງຖືກໄຟໄໝ້ ຢູ່ໃກ້ກັບເມືອງ Fort McMurray ຂອງນະຄອນ Albertaປະເທດ ການາດາ, ວັນທີ 6 ພຶດສະພາ 2016.
ເຮືອບິນລຳນຶ່ງ ພວມບິນໃນລະດັບຕ່າ ເພື່ອຖິ້ມ ສານກັນໄຟ ໃສ່ບໍລິເວນທີ່ກຳລັງຖືກໄຟໄໝ້ ຢູ່ໃກ້ກັບເມືອງ Fort McMurray ຂອງນະຄອນ Albertaປະເທດ ການາດາ, ວັນທີ 6 ພຶດສະພາ 2016.

ອົງການບໍລິຫານຄວາມສຸກເສີນໃນ ອາລເບີຕາ ກ່າວວ່າ ໄດ້ມີນັກມອດໄຟ 500 ຄົນ ເຮລີຄອບເຕີ 15 ລຳ ເຮືອບິນຖິ້ມເຄື່ອງດັບເພີງ 14 ລຳ ແລະເຄື່ອງມືຢ່າງອື່ນໆອີກ 88​ ອັນ ເພື່ອມອດໄຟດັ່ງກ່າວ ຢູ່ອ້ອມຮອບ ຝອດ ມັກເມີເຣ.

ໄດ້ມີການທຳນາຍວ່າຝົນຈະຕົກລົງມາອີກພາຍໃນບໍ່ທໍ່ໃດມື້ນີ້ ແຕ່ພວກເຈົ້າໜ້າທີ່ ກ່າວວ່າ ມັນຈະບໍ່ຊ່ອຍພໍທໍ່ໃດ.

ທ່ານ ແຊດ ມໍຣີຊຊັນ ​ຜູ້ອຳນວຍການພະແນກດັບເພີງກ່າວວ່າ “ພວກເຮົາຢາກໃຫ້ຝົນຕົກ ລົງມາແຮງໆ ເພາະວ່າ ຝົນຕົກຍິບໆບໍ່ພຽງພໍ.”

ຊົມຂ່າວ ໄຟໄໝ້ປ່າ ຢູ່ໃນການາດາ

Massive Canadian Wildfire Remains 'Out of Control'
please wait

No media source currently available

0:00 0:00:37 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG