ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຫລາຍພັນຄົນ ປະທ້ວງ ການວາງລະເບີດ ຢູ່ປາກິສຖານ ທີ່ເຮັດໃຫ້ 58 ຄົນ ເສຍຊີວິດ


ພວກໄວ້ທຸກປາກິສຖານຫຼາຍພັນຄົນ ໄປຮ່ວມພິທິສົ່ງສະການ ໃຫ້ແກ່ພວກເຄາະຮ້າຍ ຍ້ອນການວາງລະເບີດ ທີ່ເມືອງ Shikarpur ໃນວັນສຸກວານນີ້.
ພວກໄວ້ທຸກປາກິສຖານຫຼາຍພັນຄົນ ໄປຮ່ວມພິທິສົ່ງສະການ ໃຫ້ແກ່ພວກເຄາະຮ້າຍ ຍ້ອນການວາງລະເບີດ ທີ່ເມືອງ Shikarpur ໃນວັນສຸກວານນີ້.

ພວກທີ່ນັບຖືສາສະໜາອິສລາມນິກາຍຊີໄອທ໌ຈຳນວນຫຼາຍພັນ
ຄົນໄດ້ພາກັນລົງສູ່ຖະໜົນຫົນທາງໃນວັນເສົາມື້ນີ້ເພື່ອປະທ້ວງ
ຕໍ່ການໂຈມຕີ ດ້ວຍລະເບີດຂະໜາດແຮງ ທີ່ວັດສາສະໜາອິສ
ລາມຢູ່ແຂວງ Sindh ໃນລະຫວ່າງພິທີສູດມົນພາວະນາໃນວັນ
ສຸກວານນີ້ ທີ່ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 58 ຄົນ ແລະໄດ້
ຮັບບາດເຈັບອີກຫລາຍກວ່າ 50 ຄົນ ຊຶ່ງບາງຄົນໃນຈຳນວນນີ້
ແມ່ນມີ ອາການສາຫັດ.

ທີ່ເມືອງ Shikarpur ຊຶ່ງເປັນບ່ອນທີ່ເກີດເຫດລະເບີດນັ້ນພວກ
ໄວ້ທຸກຊາວຊີໄອທ໌ຊຶ່ງເປັນຊົນກຸ່ມນ້ອຍຫຼາຍໆພັນຄົນໄດ້ຈັດພິທີີ
ສົ່ງສະການຂະໜາດໃຫຍ່ຮ່ວມກັນ ໃຫ້ແກ່ພວກທີ່ເສຍຊີວິດ. ມີ
ພວກທີ່ບໍ່ແມ່ນຊາວຊີໄອຈຳນວນນຶ່ງກໍເຂົ້າຮ່ວມໃນພິທີດັ່ງກ່າວ.

ເຫດລະເບີດເກີດຂຶ້ນທີ່ຄຸ້ມ Lakidar ໃນເມືອງ Shikarpur ຕັ້ງຢູ່ປະມານ 470 ກິໂລແມັດ ຫ່າງຈາກນະຄອນ Karachi ໄປທາງທິດເໜືອ.

PAKISTAN BLAST UPD VOSOTVO
please wait

No media source currently available

0:00 0:00:57 0:00

ກຸ່ມ Jundallah ຂອງພວກມຸສລິມນິກາຍຊຸນນີ່ທີ່ແຍກໂຕອອກຈາກກຸ່ມຕາລີບານ ໃນປາ ກິສຖານ ໄດ້ອ້າງເອົາຄວາມຮັບຜິດຊອບ ໃນການໂຈມຕີຄັ້ງນີ້ ຊຶ່ງເປັນເທື່ອຫລ້າສຸດ ໃນ ວາມຮຸນແຮງທາງສາສະໜາທີ່ພວມເພີ້ມທະວີຂຶ້ນຢູ່ໃນປາກິສຖານ.

ພວກມຸສລິມນິກາຍຊຸນນີ່ຫົວຮຸນແຮງຈັດ ມັກທຳການໂຈມຕີຕໍ່ສະຖາບັນທາງດ້ານສາສະ ໜາຂອງຊາວຊີໄອທ໌ ທີ່ປະກອບເປັນນຶ່ງສ່ວນຫ້າຂອງປະຊາຊົນປາກິສຖານນັ້ນ.

ເລຂາທິການໃຫຍ່ຂອງອົງການສະຫະປະຊາຊາດທ່ານ Ban Ki-moon ກ່າວໃນວັນສຸກ ວານນີ້ວ່າ ທ່ານຕື່ນຕົກໃຈກ່ຽວກັບການໂຈມຕີທີ່ແນເປົ້າໝາຍໃສ່ຜູ້ຄົນ ຍ້ອນຄວາມເຊື່ອ ທາງສາສະໜາຂອງເຂົາເຈົ້າ. ທ່ານໄດ້ຮຽກຮ້ອງໃຫ້ປາກິສຖານດຳເນີນຄວາມພະຍາຍາມ ເພີ້ມຂຶ້ນເປັນສອງເທົ່າ ເພື່ອໃຫ້ການປົກປ້ອງຄຸ້ມຄອງຕໍ່ຜູ້ທີ່ນັບຖືສາສະໜາ ແລະເປັນຊົນ ຊາດຊົນເຜົ່າກຸ່ມນ້ອຍ.

ມີຊາວຊີໄອທ໌ຫຼາຍຮ້ອຍຄົນໄດ້ຖືກສັງຫານໃນໄລຍະສອງປີທີ່ຜ່ານມານີ້ຢູ່ໃນປາກິສຖານ.

PAKISTAN BLAST VOSOTVO
please wait

No media source currently available

0:00 0:00:54 0:00

XS
SM
MD
LG