ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລັດຖະບານ ຊີເຣຍ ຮຽກຮ້ອງໃຫ້ໂລກ ເພັ່ງເລັງໃສ່ການຕໍ່ສູ້ ກັບລັດທິກໍ່ການຮ້າຍ


ລົດເມໄດ້ຮັບຄວາມເສຍຫາຍໂດຍລະເບີດທີ່ແຕກໃນຂົງເຂດ
ເມືອງ Rashideen area, ເຊິ່ງເປັນເມືອງ ທີ່ຖືກຄວບຄຸມ
ໂດຍພວກຕໍ່ຕ້ານລັດຖະບານນອກເມືອງ ອາເລັບໂປ. 15 ເມສາ 2017.
ລົດເມໄດ້ຮັບຄວາມເສຍຫາຍໂດຍລະເບີດທີ່ແຕກໃນຂົງເຂດ ເມືອງ Rashideen area, ເຊິ່ງເປັນເມືອງ ທີ່ຖືກຄວບຄຸມ ໂດຍພວກຕໍ່ຕ້ານລັດຖະບານນອກເມືອງ ອາເລັບໂປ. 15 ເມສາ 2017.

ກະຊວງການຕ່າງປະເທດ ຂອງຊີເຣຍ ກ່າວວ່າ ປະຊາຄົມນາໆຊາດ ຕ້ອງປຸ້ມລຸມຄວາມ
ພະຍາຍາມຂອງຕົນ ເພື່ອຕໍ່ສູ້ກັບລັດທິກໍ່ການຮ້າຍ ແລະ “ຍຸຕິຄວາມພະຍາຍາມໃດໆ
ທີ່ຈະເຮັດໃຫ້ຄົນເຂົ້າໃຈຜິດ ແລະ ຄວາມຮູ້ເທົ່າບໍ່ເຖິງການ”
ໃຫ້ເປັນບູລິມະສິດຂອງ
ການຕໍ່ສູ້ ນັ້ນ ເພື່ອຈະເຮັດໃຫ້ປະເທດມີສະຖຽນລະພາບ ຊຶ່ງໄດ້ສູ້ລົບກັນມາເປັນເວລາ
ຫຼາຍກວ່າ 6 ປີແລ້ວນັ້ນ.

ຄຳເຫັນຂອງກະຊວງດັ່ງກ່າວ ໃນວັນອາທິດວານນີ້ ໄດ້ມີຂຶ້ນຢູ່ໃນເອກກະສານຫຼາຍສະ
ບັບ ເຖິງເລຂາທິການໃຫຍ່ ອົງການສະຫະປະຊາຊາດ ທ່ານ Antonio Guterres ແລະ ສະພາຄວາມໝັ້ນຄົງ. ເອກກະສານນີ້ ໄດ້ເພັ່ງເລັງໃສ່ ການວາງລະເບີດ ໃສ່ຂະບວນລົດ
ເມ ທີ່ບັນທຸກຂົນສົ່ງ ພົນລະເມືອງ ອອກຈາກພື້ນທີ່ໆສະໜັບສະໜູນລັດຖະບານຊີເຣຍ
ຢູ່ໃນເມືອງ Rashideen ຊຶ່ງກ່ຽວພັນກັບຂໍ້ຕົກລົງການຍົກຍ້າຍອອກຈາກເມືອງທີ່ໄດ້
ຖືກປິດລ້ອມນັ້ນ.

ບັນຫາຂັດແຍ້ງຂອງຊີເຣຍ ພົວພັນກັບຫຼາຍກຸ່ມ ໂດຍລວມທັງພວກທີ່ເປັນເຄືອຂ່າຍລັດທິ
ກໍ່ການຮ້າຍ ເຊັ່ນວ່າ ກຸ່ມ al-Qaida. ແຕ່ລັດຖະບານຂອງ ຊີເຣຍ ໄດ້ອ້າງຢູ່ເລື້ອຍໆວ່າ ພວກນັກລົບຜູ້ທີ່ຕໍ່ຕ້ານ ປະທານາທິບໍດີ Bashar al-Assad ນັ້ນ ວ່າເປັນ “ພວກກໍ່ການ
ຮ້າຍ.”
ໃນເອກກະສານສະບັບວັນອາທິດວານນີ້ກໍໄດ້ເນັ້ນຢ້ຳຕື່ມ ຂໍ້ກ່າວຫາຂອງລັດຖະ
ບານ ຊີເຣຍ ທີ່ວ່າ ບັນດາປະເທດ ເຊັ່ນວ່າ ສະຫະລັດ ແລະ ເທີກີ ທີ່ສະໜັບສະໜູນ ກຸ່ມ
ຕໍ່ຕ້ານລັດຖະບານຕ່າງໆ ຊຶ່ງຖືວ່າເປັນການສະໜັບສະໜູນ “ອົງການກໍ່ການຮ້າຍທັງ
ຫຼາຍ.”

ກຸ່ມສິ້ງຊອມສິດທິມະນຸດ ຂອງຊີເຣຍ ທີ່ມີຫ້ອງການຕັ້ງຢູ່ໃນປະເທດອັງກິດ ໄດ້ກ່າວວ່າ ການໂຈມຕີດັ່ງກ່າວ ໄດ້ສັງຫານພົນລະເມືອງ ຢ່າງໜ້ອຍ 126 ຄົນ ແລະ ອີກຫຼາຍຄົນໄດ້
ຮັບບາດເຈັບ. ມັນຍັງບໍ່ທັນຈະແຈ້ງເທື່ອວ່າ ຜູ້ໃດເປັນຜູ້ຮັບຜິດຊອບສຳລັບການວາງລະ
ເບີດ ແຕ່ ກຸ່ມພວກນັກລົບເພື່ອສາສະໜາ ຊາວນິກາຍຊູນີ ຮວມທັງ ເຄືອຂ່າຍກຸ່ມ al-
Qaida ຊີເຣຍ ໄດ້ປະຕິການຢູ່ໃນພື້ນທີ່ ແລະ ໄດ້ໂຈມຕີ ພວກນິກາຍ ຊີໄອ ເປັນປະຈຳ ຜູ້ທີ່ພວກເຂົາເຫັນວ່າເປັນພວກນອກສາສະໜາ.

ໃນການແລກປ່ຽນກັນ ເພື່ອໃຫ້ພວກພົນລະເມືອງ ອອກໄປຈາກຄຸ້ມບ້ານ Foua ແລະ
Kefraya ທີ່ສະໜັບສະໜູນລັດຖະບານ ຊຶ່ງໄດ້ຖືກປິດລ້ອມໂດຍພວກຕໍ່ຕ້ານລັດຖະບານ ພວກພົນລະເມືອງອື່ນໆ ຢູ່ໃນເມືອງ Zabadani ແລະ Madaya ກໍໄດ້ຖືກຍົກຍ້າຍອອກ ໄປຈາກພື້ນທີ່ຄວບຄຸມໂດຍຝ່າຍຕໍ່ຕ້ານ ຊຶ່ງໄດ້ຖືກປິດລ້ອມໂດຍກຳລັງຂອງລັດຖະບານ
ຊີເຣຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG