ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຫຼາຍພັນຄົນ ໄຕ້ທຽນ ເພື່ອໄວ້ອາໄລ ເຖິງ ດວງວິນຍານຂອງ 50 ຄົນທີ່ຖືກຍິງຕາຍ


US Club Shooting Reax
please wait
Embed

No media source currently available

0:00 0:01:56 0:00

ຫຼາຍພັນຄົນ ທີ່ເປັນທັງພວກກະເທີຍ ແລະ ຄົນມີເພດທຳມະດາ ໄດ້ພາກັນ ໄຕ້ທຽນເພື່ອໄວ້ອາໄລ ຢູ່ໃນຫຼາຍໆເມືອງໃຫຍ່ ທົ່ວສະຫະລັດ ໃນຕອນແລງ ວັນອາທິດວານນີ້ ເຖິງດວງວິນຍານຂອງ 50 ຄົນ ທີ່ໄດ້ຖືກຍິງຕາຍ ໃນການ ສັງຫານໝູ່ ທີ່ຮ້າຍແຮງທີ່ສຸດ ໃນປະຫວັດສາດຂອງສະຫະລັດ.

ທ້າວ Omar Saddiqui Mateen ອາຍຸ 29 ປີ ຜູ້ເກີດຢູ່ໃນອາເມຣິກາ ໂດຍ ພໍ່ແມ່ຊາວອັຟການິສຖານ ໄດ້ເປີດສາກຍິງ ຢູ່ໃນບາເຕັ້ນລຳແຫ່ງໜຶ່ງ ຊື່ວ່າ Pulse ຢູ່ໃນຕົວເມືອງ Orlando ຂອງລັດ Florida ເມື່ອຕອນເຊົ້າໆ ຂອງ ວັນອາທິດວານນີ້. 53 ຄົນ ໄດ້ຮັບບາດເຈັບ ບາງສ່ວນກໍແມ່ນບາດເຈັບ ສາຫັດ. ບາເຕັ້ນລຳດັ່ງກ່າວ ບໍລິການໃຫ້ແກ່ພວກກະເທີຍເປັນສ່ວນໃຫຍ່.

ການໄວ້ອາໄລ ໃຫ້ແກ່ພວກຜູ້ເຄາະຮ້າຍທີ່ຖືກຍິງຕາຍ ໄດ້ຖືກຈັດຂຶ້ນ ໃນຕົວ ເມືອງຂອງນະຄອນ Orlando ນັ້ນເອງ ພ້ອມກັນກັບ ໃນນະຄອນ Boston, Chicago, New York, San Francisco ແລະ ນະຄອນຫຼວງ Washington.

ພວກສະມາຊິກຂອງປະຊາຄົມ ເມືອງ Orlando ລັດ Florida ຫຼາຍຮ້ອຍຄົນ ລຽນແຖວຢູ່ນອກ ຄລີນິກ ເພື່ອບໍລິຈາກເລືອດ ຫຼັງຈາກ ການບຸກໂຈມຕີຍິງສັງຫານ ຢູ່ທີ່ບາກະເທີຍ ແຫ່ງນຶ່ງ ໃນເມືອງ Orlando ລັດ Florida, ວັນທີ 12 ມິຖຸນາ 2016.
ພວກສະມາຊິກຂອງປະຊາຄົມ ເມືອງ Orlando ລັດ Florida ຫຼາຍຮ້ອຍຄົນ ລຽນແຖວຢູ່ນອກ ຄລີນິກ ເພື່ອບໍລິຈາກເລືອດ ຫຼັງຈາກ ການບຸກໂຈມຕີຍິງສັງຫານ ຢູ່ທີ່ບາກະເທີຍ ແຫ່ງນຶ່ງ ໃນເມືອງ Orlando ລັດ Florida, ວັນທີ 12 ມິຖຸນາ 2016.

ຢູ່ໃນນະຄອນ Manhattan ໄຟຟ້າ ທີ່ໄຕ້ຢູ່ຕຶກ Empire State Building ທີ່ເປັນສັນຍາລັກຂອງລັດ New York ໄດ້ຖືກມອດໄວ້ ເພື່ອສະແດງເຖິງ ຄວາມເຫັນອົກເຫັນໃຈ ແກ່ຜູ້ເຄາະຮ້າຍທັງຫຼາຍ. ໄຟຂອງຍອດແຫຼມຢູ່ຕຶກ One World Trade Center ທີ່ຢູ່ໃກ້ກັບສະຖານທີ່ຂອງການໂຈມຕີ ກໍ່ ການຮ້າຍ ທີ່ຮ້າຍແຮງທີ່ສຸດ ຢູ່ໃນດິນແດນຂອງສະຫະລັດ ໄດ້ຖືກໄຕ້ຂຶ້ນ ດ້ວຍສີຂອງ ສາຍຮຸງກິນນໍ້າ ອັນເປັນສັນຍາລັກ ຂອງຄວາມພູມໃຈທີ່ເປັນ ກະເທີຍ.

ປະທານາທິບໍດີ ບາຣັກ ໂອບາມາ ໄດ້ອອກຄຳສັ່ງ ໃຫ້ລົດທຸງຊາດລົງ ເຄິ່ງ ເສົາ ໃນການລະນຶກເຖິງພວກຜູ້ເຄາະຮ້າຍ.

ທ່ານ ໂອບາມາ ໄດ້ປະກາດວ່າ ມັນເປັນການກະທຳ ຂອງການກໍ່ການຮ້າຍ ແລະ ໄດ້ກ່າວວ່າ ອົງການສັນຕິບານກາງ ຫຼື FBI ແມ່ນຈະນຳພາການສືບສວນ ສອບສວນ. ທ່ານໄດ້ກ່າວອີກວ່າ ບໍ່ມີຄວາມພະຍາຍາມໃດໆ ທີ່ຈະຖືກຍົກເວັ້ນ ການຊອກຄົ້ນຫາ ວ່າແມ່ນຫຍັງ ດົນບັນດານໃຈຄາດຕະກອນ ຫຼືວ່າ ຖ້າຜູ້ກ່ຽວ ມີການເຊື່ອມໂຍງແນວໃດ ກັບກຸ່ມກໍ່ການຮ້າຍຕ່າງໆ.

Witness recalls shooting in Orlando Club
please wait

No media source currently available

0:00 0:00:58 0:00

ລັດຖະມົນຕີປ້ອງກັນປະເທດ ທ່ານ Ash Carter ໄດ້ກ່າວວ່າ “ຖ້າບັນດານັກ ສືບສວນ ສະຫລຸບຜົນອອກມາວ່າ ເປັນການກະທຳ ທີ່ຊີ້ນຳໂດຍພວກກໍ່ ການຮ້າຍ ຫຼື ໄດ້ດົນບັນດານໃຈ ໂດຍກຸ່ມລັດອິສລາມ ມັນພຽງຈະເປັນ ແຮງກ້າ ທີ່ຢຶດໝັ້ນ ຄວາມມຸ້ງໝັ້ນຂອງພວກເຮົາ ທີ່ຈະຜາບແພ້ພວກ ສັດຕູນີ້ ໃຫ້ວາຍວອດ, ປ້ອງກັນການເຜີຍແຜ່ ແນວຄິດກຽດຊັງ ຂອງ ພວກມັນ ແລະ ປົກປ້ອງປະຊາຊົນຂອງພວກເຮົາ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Obama: Orlando Shooting Most Deadly in US History
please wait

No media source currently available

0:00 0:02:08 0:00

Florida Nightclub Shooting
please wait

No media source currently available

0:00 0:00:37 0:00

XS
SM
MD
LG