ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຍານ Curiosity ພົບ ຫລັກຖານວ່າ ເຄີຍມີ ສິ່ງທີ່ມີຊີວິດອາໄສ ຢູ່ເທິງດາວພະອັງຄານ (ວີດິໂອ)


ລົດສຳຫຼວດ Curiosity ຢູ່ດາວພະອັງຄານຂອງຕົນ ຂອງອົງການ NASA ກໍາລັງຖ່າຍຮູບຢູ່ ໃນວັນທີ 3 ກຸມພາ 2013
ລົດສຳຫຼວດ Curiosity ຢູ່ດາວພະອັງຄານຂອງຕົນ ຂອງອົງການ NASA ກໍາລັງຖ່າຍຮູບຢູ່ ໃນວັນທີ 3 ກຸມພາ 2013
ອົງການອະວະກາດ​ຂອງ​ສະຫະລັດ ​ຫຼື NASA ເວົ້າວ່າ ລົດ
ສຳຫຼວດ Curiosity ຢູ່ດາວພະອັງຄານຂອງຕົນໄດ້ເກັບກໍາ
ເອົາຫລັກຖານທີ່ໜ້າ ເຊື່ອຖືໄດ້ວ່າ ດາວພະເຄາະດັ່ງກ່າວ
ຄັ້ງນຶ່ງ ເຄີຍເປັນບ່ອນທີ່ມີສິ່ງທີ່ມີ ຊີວິດອາໄສຢູ່ໄດ້.

ພວກນັກວິທະຍາສາດຂອງອົງການ NASA ໄດ້ວິໄຈຝຸ່ນທີ່
ຍານ Curiosity ເຈາະອອກມາຈາກຫີນໃນເດືອນແລ້ວນີ້.
ພວກເຂົາເຈົ້າເວົ້າວ່າ ຫີນດັ່ງກ່າວ ບັນຈຸແຮ່ທາດດິນດາກ ຊຶ່ງເປັນສິ່ງຕ້ອງການສໍາລັບສະພາບແວດ ທີ່ຈະ​ມີນໍ້າ​ໄດ້. ພວກເຂົາເຈົ້າຍັງພົບຮ່ອງຮອຍຂອງພາກສ່ວນ ທີ່ຈໍາເປັນ
ສໍາລັບ ເຮັດໃຫ້ສິ່ງທີ່ ມີຊີວິດຢູ່ລອດໄດ້ ລວມທັງໄຮໂດຣເຈນ,
ອັອກຊີເຈນ ແລະໄນໂຕຣເຈນ.

ນັກວິທະຍາສາດ John Grotzinger ເວົ້າວ່າ ນໍ້າທີ່ຄັ້ງນຶ່ງ ເຄີຍມີຢູ່ເທິງດາວພະອັງຄານ
ນັ້ນ ແມ່ນບໍ່​ເປັນອັນຕະລາຍ ​ເກີນກວ່າທີ່ຈະດື່ມໄດ້. ລົດສຳຫຼວດ Curiosity ບໍ່ໄດ້ປະ
ກອບອຸປະກອນເພື່ອໃຫ້ຊອກຫາຈຸນລະຊີບ ທີ່ສາມາດດໍາລົງຊີວິດຢູ່ເທິງດາວພະອັງຄານ
ໄດ້ ໃນທຸກວັນນີ້ ຫລືຊອກຫາຊາກພືດຫລືສັດ ທີ່ສູນພັນໄປໄດ້.

ພວກນັກວິທະຍາສາດເຊື່ອວ່າ ດາວພະອັງຄານ ຄັ້ງນຶ່ງເຄີຍມີສະພາບແວດລ້ອມທີ່ອົບ
ອຸ່ນກວ່າ ແລະຊຸ່ມກວ່າ ກ່ອນໜ້າທີ່ຈະກັບກາຍເປັນທະເລຊາຍທີ່ແຫ້ງແລະເຢັນຈັດໄປ.

ເບິ່ງວີດິໂອກ່ຽວກັບຂ່າວນີ້:
NASA: Ancient Martian Conditions Suitable for Life
please wait

No media source currently available

0:00 0:01:44 0:00
ລິງໂດຍກົງ
XS
SM
MD
LG