ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລົດສໍາຫຼວດ Curiosity ປະສົບຜົນສໍາເລັດ ໃນການອອກແລ່ນ ເທື່ອທຳອິດ (ສະໄລດ໌)


ຮູບທີ່ຖ່າຍໂດຍ NASA ສະແດງໃຫ້ເຫັນຮອຍຕີນລົດ Curiosity ທີ່ໄປສໍາຫລວດ ດາວພະອັງຄານ
ຮູບທີ່ຖ່າຍໂດຍ NASA ສະແດງໃຫ້ເຫັນຮອຍຕີນລົດ Curiosity ທີ່ໄປສໍາຫລວດ ດາວພະອັງຄານ

ລົດສຳຫຼວດດາວພະອັງຄານ Curiosity ຂອງສະຫະລັດ ໄດ້
ປະສົບຜົນສໍາເລັດ ໃນການອອກແລ່ນປະຕິບັດງານເປັນເທື່ອ
ທຳອິດ ຢູ່ເທິງດາວດັ່ງກ່າວ.

ນັກວິສະວະກອນ ອົງການ NASA ທ່ານ Matt Heverly ກ່າວ
ວ່າ ລົດສຳ ຫຼວດໄດ້ເຄື່ອນຍ້າຍໄປທາງໜ້າ 4 ແມັດເຄິ່ງ ໃນວັນ
ພຸດວານີ້ ຫຼັງຈາກນັ້ນ ກໍປິ່ນໄປປິ່ນມາ ແລະຖອຍຄືນຫລັງ 2 ແມັດ
ເຄິ່ງ. ທ່ານກ່າວວ່າ ການເຄື່ອນຍ້າຍທີ່ວ່ານີ້ ໄດ້ໃຫ້ການຢືນຢັນວ່າ ດິນຂອງດາວພະອັງຄານນັ້ນມີຄວາມແໜ້ນດີ.

ຮູບພາບຈາກລົດສຳຫຼວດດາວພະອັງຄານສະແດງໃຫ້ເຫັນຮອຍລົດໃນລະຫວ່າງ ທີ່ມີ ການເຄື່ອນຍ້າຍນັ້ນ. ອົງການອະວະກາດສະຫະລັດ ຫຼື NASA ກ່າວວ່າ ລົດສຳຫຼວດ ໄດ້ເສັດສີ້ນການເກັບກໍາເອົາດີນຕົວຢ່າງຈາກໜ້າດາວພະອັງຄານ ຂະນະທີ່ທຸກສິ່ງ ທຸກ ຢ່າງ “ດຳເນີນໄປ ດ້ວຍດີທີ່ສຸດ.”

ລົດສຳຫຼວດ Curiosity ມີອຸບປະກອນເຄື່ອງມືຫຼາຍໆຢ່າງ ເພື່ອສໍາຫລວດດ້ານທໍລະນີວິ ທະຍາ ອາກາດ ແລະລະດັບຂອງລັງສີເທິງດາວພະອັງຄານ. ມັນເປັນໂຄງການປະຕິບັດ ງານສອງປີທີ່ໃຊ້ເງິນ 2 ພັນ 500 ລ້ານໂດລາ ເພື່ອຊ່ວຍສຳ ຫຼວດເເບິ່ງວ່າ ດາວພະອັງ ຄານ ເຄີຍມີສິ່ງທີ່ຊີວິດມາກ່ອນ ຫລືສາມາດຈະມີສິ່ງທີ່ມີຊີວິດໄດ້ ໃນອະນາຄົດຫຼືບໍ່.
XS
SM
MD
LG