ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ມີການປະທ້ວງຄັ້ງໃຫຍ່ ຕໍ່ຕ້ານລັດຖະບານ ຂອງທ່ານ ມາດູໂຣ ໃນ ເວເນຊູເອລາ


ພວກຜູ້ຄັດຄ້ານປະທານາທິບໍດີ ທ່ານ ນິໂກລັສ ມາດູໂຣ ຍົກທຸງຊາດ ເວເນຊູເອລາ ໃນະຂະນະທີ່ປະຊາຊົນຫຼາຍສິບ
ພັນຄົນ ເຕົ້າໂຮມກັນໃນນະຄອນຫຼວງ ກາຣາກັສ, ປະເທດ ເວເນຊູເອລາ, 20 ພຶດສະພາ, 2017.
ພວກຜູ້ຄັດຄ້ານປະທານາທິບໍດີ ທ່ານ ນິໂກລັສ ມາດູໂຣ ຍົກທຸງຊາດ ເວເນຊູເອລາ ໃນະຂະນະທີ່ປະຊາຊົນຫຼາຍສິບ ພັນຄົນ ເຕົ້າໂຮມກັນໃນນະຄອນຫຼວງ ກາຣາກັສ, ປະເທດ ເວເນຊູເອລາ, 20 ພຶດສະພາ, 2017.

ຝຸງຊົນນັບເປັນຫຼາຍສິບພັນຄົນ ໄດ້ພາກັນເດີນຂະບວນໃນວັນເສົາວານນີ້ ຢູ່ນະຄອນ ຫຼວງຂອງປະເທດ ເວເນຊູເອລາ ແລະແຫ່ງຕ່າງໆໃນປະເທດ ທີ່ພວມມີຄວາມວຸ້ນວາຍ
ແຫ່ງນັ້ນ ປະເຊີນໜ້າກັບແກັສນໍ້າຕາຂອງຕຳຫຼວດ ແລະ ພວກເຂົາເຈົ້າພາກັນປະທ້ວງ ລັດຖະບານສັງຄົມນິຍົມ ຂອງປະທານາທິບໍດີທ່ານ ນິໂກລັສ ມາດູໂຣ.

ໃນວັນເສົາວານນີ້ ການປະທ້ວງໄດ້ຍ່າງເຂົ້າເປັນມື້ທີ 50 ລຽນຕິດ ໃນການຕໍ່ຕ້ານຕາມ
ຖະໜົນ ຊຶ່ງບາງກໍລະນີກໍໄດ້ກາຍເປັນຄວາມຮຸນແຮງຈົນໄດ້ເຮັດໃຫ້ 50 ຄົນເສຍຊີວິດ.

ໃນນະຄອນຫຼວງກາຣາກັສ ບ່ອນທີ່ຊາວເມືອງພາກັນຂາດແຄນອາຫານ ແລະ ຢາປົວພະ
ຍາດຢ່າງຮ້າຍແຮງ ພວກປະທ້ວງໄດ້ຖືປ້າຍຄຳຂວັນວ່າ “ບໍ່ໃຫ້ມີພະເດັດການອີກ”
ແລະ ວ່າ “ຫຼາຍໆລ້ານຄົນຂັດຄ້ານພະເດັດການ” ເວລາພວກເຂົາເຈົ້າເຄື່ອນເຂົ້າໄປຫາ ໃຈກາງເມືອງ.

ພວກປະທ້ວງພາກັນຖິ້ມໂທດໃສ່ທ່ານ ມາດູໂຣ ແລະ ນະໂຍບາຍເສດຖະກິດຂອງເພິ່ນ
ຍ້ອນໄພເງິນເຟີ້ທີ່ຖີບໂຕສູງຂຶ້ນເລື້ອຍໆ ແລະ ການຂາດແຄນສິ່ງຂອງທີ່ຈຳເປັນແຕ່ລະ
ມື້ ນັບຕັ້ງແຕ່ອາຫານ ແລະ ຢາປົວພະຍາດ ໄປຫາເຈັ້ຍຫ້ອງນໍ້າ. ນອກນັ້ນພວກເຂົາເຈົ້າ
ຍັງຮຽກຮ້ອງໃຫ້ມີການເລືອກຕັ້ງໃໝ່ແລະໃຫ້ປ່ອຍພວກປະທ້ວງທີ່ຖືກຄຸມຂັງຢູ່ນັ້ນນຳ.

ນອກຈາກນັ້ນອີກ ການຕ້ານການປະທ້ວງກໍໄດ້ຮຸນແຮງຂຶ້ນຕື່ມນັບຕັ້ງແຕ່ທ່ານ ມາດູໂຣ
ໄດ້ຮຽກຮ້ອງໃຫ້ດັດແປງລັດຖະທຳມະນູນໃໝ່ ໃນເດືອນນີ້ເປັນຕົ້ນມາ.

ພວກປະທ້ວງຫຼາຍກວ່າ 2,000 ຄົນໄດ້ຖືກກັກຂັງ ນັບແຕ່ຕົ້ນເດືອນເມສາ ມາ ເວລາ ການປະທ້ວງໄດ້ເລີ່ມຂຶ້ນລຸນຫຼັງທ່ານ ມາດູໂຣ ໄດ້ຍຸບສະພາບໍ່ຫຼາຍສັບປະດາທໍ່ໄດ
ແລະ ຍົກເລີກສິດພິເສດ ບໍ່ໃຫ້ຈັບກຸມພວກຜູ້ແທນໃນຄະດີອາຍາ ແລະ ຮ້ອງຟ້ອງພວກ
ເຂົາເຈົ້ານັ້ນ. ພວກນັກເຄື່ອນໄຫວກ່າວວ່າ ຢ່າງໜ້ອຍຍັງມີພວກປະທ້ວງເຖິງນຶ່ງສ່ວນ
ສາມຖືກຂັງຢູ່.

ສະຫະພັນຢູໂຣບ ຮຽກຮ້ອງລັດຖະບານທ່ານ ມາດູໂຣ ແລະ ກຸ່ມຕໍ່ຕ້ານທັງຫຼາຍ ໃນສັບ
ດານີ້ “ໃຫ້ທຳການເຈຣະຈາກັນຢ່າງສ້າງສັນໂດຍຮີບດ່ວນ” ເພື່ອແນໃສ່ແກ້ໄຂບັນຫາ
ທີ່ຍືດເຍື້ອມາຫຼາຍເດືອນແລ້ວນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG