ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການເດີນຂະບວນ ເພື່ອວິທະຍາສາດ ມື້ນີ້ ຈັດຂຶ້ນ ຢູ່ໃນທົ່ວໂລກ


ການເດີນຂະບວນ ຢູ່ນອກກອງປະຊຸມ ສະຫະພັນພູມສາດ ອາເມຣິກັນ ທີ່ນະຄອນແຊນແຟຣນຊິສໂກ ເມື່ອເດືອນທັນວາ ປີ 2016.
ການເດີນຂະບວນ ຢູ່ນອກກອງປະຊຸມ ສະຫະພັນພູມສາດ ອາເມຣິກັນ ທີ່ນະຄອນແຊນແຟຣນຊິສໂກ ເມື່ອເດືອນທັນວາ ປີ 2016.

ການ​ເດີນ​ຂະ​ບວນ​ເພື່ອ​ສະໜັບສະໜຸນວິທະຍາສາດ ​ເປັນ​ເຫດການ​ທີ່​ເກີດ​ຂຶ້ນທົ່ວໂລກ ​
ໂດຍ​ຄາດ​ວ່າ ຈະມີ​ຄົນ​ຫລາຍໆພັນ​ຄົນອອກ​ມາ​ເດີນ​ຂະ​ບວນ​ ໃນ​ຫຼາຍ​ກວ່າ 600 ​ແຫ່ງ​
ຢູ່​ໃນ​ທົ່ວ​ໂລກ ລວມທັງ​ນະຄອນຫລວງ​ໂຊ​ລ, ມາດຣິດ, ລອນ​ດອນ ​ແລະ ​ເຄບທາວ ​ໃນ
​ວັນ​ເສົາ​ມື້ນີ້ ຊຶ່ງ​ເປັນ​ວັນ​ແຫ່ງໜ່ວຍ​ໂລກ.

​ງານ​ເທດສະການ​ທີ່​ສໍາຄັນ​ນີ້ ຈະ​ຈັດຂຶ້ນ​ໃນ​ນະຄອນ​ວໍ​ຊິງ​ຕັນ ຊຶ່ງ​ຈະ​ມີ​ຫຼາຍຄົນ​ມາ​ກ່າວ​
ຄໍາ​ປາ​ໄສ ​ແລະ​ມີເຕັ້ນ​ໃຫຍ່ ​ໃຊ້​ເປັນ​ບ່ອນ​ສອນ ທີ່​ກາງ​ຢູ່ຫລາຍໆຈຸດ ​ໃນ​ເຂດ​ສະໜາມ
ຫລວງ​ຊຶ່ງ​ເປັນ​ບ່ອນ​ທີ່​ນັກ​ວິທະຍາສາດ, ອາຈານ​ສອນ ​ແລະ​ຜູ້​ນໍາ​ຈາກ​ຫລາຍ​ສາຂາ​ວິ
ຊາ​ຮຽນ ຈະ​ສົນທະນາ​ກັນ​ກ່ຽວກັບ​ວຽກງານ​ຂອງ​ເຂົາ​ເຈົ້າ, ກ່ຽວກັບ​ຍຸດ​ທະ​ສາດ​ການ​ສື່
ສານທາງ​ດ້ານ​ວິທະ ຍາ​ສາດ​ທີ່​ມີ​ປະສິດທິພາບ ແລະ​ການ​ຝຶກ​ອົບຮົມ ​ເພື່ອລະ​ດົມ​ເອົາ​ການສະໜັບສະໜຸນ ຕໍ່ຂົງ​ເຂດວຽກງານ​ນີ້.

Scientists Speak Out and March for Science
please wait

No media source currently available

0:00 0:02:33 0:00

ບັນດາ​ຜູ້​ຈັດງານ​ນີ້ຂຶ້ນ​ເວົ້າວ່າ ​ການຈັດງານ​ໃນ​ລະດັບ​ສາກົນ​ແບບ​ນີ້ຂຶ້ນແມ່ນ​ເປັນ​ບາດ
ກ້າວ​ທໍາ​ອິດ ຂອງການເຄື່ອນໄຫວ​ ລະດັບ​ໂລກ ເພື່ອ​ໃຫ້ການ​ຮັບ​ຮູູ້ ​ແລະ​ປ້ອງ​ກັນ "ບົດ
ບາດ ​ອັນສໍາຄັນ ຂອງ​ວິທະຍາສາດ​ ໃນ​ຊີວິດ​ປະ​ຈໍາ​ວັນ​ຂອງ​ຜູ້ຄົນ ຊຶ່ງ​ລວມມີດ້ານສຸຂະ
​ພາບ, ຄວາມ​ປອດ​ໄພ, ເສດຖະກິດ, ​ແລະ​ລັດຖະບານຕ່າງໆ."

ທ່ານນາງ Caroline Weinberg ປະ​ທານ​ຮ່ວມ​ ຂອງ​ການ​ຈັດການ​ເດີນ​ຂະ​ບວນ​ເພື່ອ
ສະໜັບສະໜຸນວິທະຍາສາດ ​ກ່າວ​ວ່າ "ວິທະຍາສາດ​ ຊ່ວຍ​ຕໍ່​ອາຍຸ​ ຂອງ​ພວກ​ເຮົາ ​ໃຫ້
​ຍືນຂຶ້ນ, ປົກ​ປ້ອງ ໜ່ວຍ​ໂລກ​ທີ່ເຮົາຢູ່, ​ເຮັດ​ໃຫ້ເຮົາມີ​ອາຫານ​ຢູ່​ເທິງ​ພາ​ເຂົ້າ, ປະກອບ
ສ່ວນ​ເຂົ້າ​ໃນ​ການ​ສ້າງເສດຖະກິດ ​ແລະ​ຊ່ວຍ​ໃຫ້​ພວກ​ເຮົາ​ສາມາດ​ມີ​ການ​ສື່ສານ​ແລະ
​ຮ່ວມ​ມື​ກັນ​ກັບ​ຄົນ​ທົ່ວ​ໂລກ​ໄດ້. ບັນ ດາ​ຜູ້ກຳນົດນະ​ໂຍບາຍ​ ໄດ້​ນາບ​ຂູ່​ຕໍ່ຄວາມຍັ້ງຍືນ
​ແລະ​ອະນາ​ຄົດ ​ຂອງພວກ​ເຮົາ​ ​ໂດຍ​ການບໍ່​ໃຫ້​ຄວາມສົນ​ໃຈ ຕໍ່ຫລັກ​ຖານ​ພິສູດ​ ທາງ​ວິທະຍາສາດ ໃນ​ເວລາ​ທີ່​ເຂົາ​ເຈົ້າກຳນົດ​ນະ​ໂຍບາຍ​ຕ່າງໆ, ​ນາບ​ຂູ່​ຕໍ່ຄວາມ​ກ້າວໜ້າ
ທາງ​ວິທະຍາສາດ ​ໂດຍ​ການ​ຕັດ​ງົບ​ປະມານ​ແລະຈໍາກັດຮັດ​ແຄບ​ຄວາມ​ຮັບ​ຮູ້ຂອງ​ປະ
ຊາ​ຊົນ​ໂດຍການບໍ່​ໃຫ້​ພວກ​ນັກວິ​ທະຍາ​ສາດມີ​ສິດມີສຽງ​ໄດ້."

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG