ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະມາຊິກ ສະພາ ຫຼາຍທ່ານ ມີປະຕິກິລິຍາ ແບບລະວັງ ກ່ຽວກັບ ຂໍ້ຕົກລົງ TPP


ສະມາຊິກ​ສະພາ​ສູງ ສັງກັດ​ພັກຣີພັບບລີ​ກັນ ທ່ານ John McCain ຈາກລັດ Arizona.
ສະມາຊິກ​ສະພາ​ສູງ ສັງກັດ​ພັກຣີພັບບລີ​ກັນ ທ່ານ John McCain ຈາກລັດ Arizona.

ສະມາ​ຊິກ​ສະພາ ສະຫະລັດ ຫຼາຍທ່ານ ​ໄດ້​ມີ​ປະຕິກິລິຍາ
ແບບລະ​ມັດ​ລະວັງ ຕໍ່​ຜົນສະຫລຸບທີ່ສຳ​ເລັດລົງ​ ກ່ຽວກັບ​ການ
​ເຈລະຈາ ເພື່ອ​ກໍ່ຕັ້ງ ກຸ່ມ​ການ​ຄ້າ​ ທີ່​ໃຫຍ່​ທີ່​ສຸດໃນ​ໂລກ. ພາຄີ
​ຂ້າມ​ມະຫາ​ສະມຸດປາຊີ​ຟິກ ຫຼື Trans-Pacific Partnership
ທີ່​ເອີ້ນຫຍໍ້ວ່າ TPP ນັ້ນ ຈະຫຼຸດຜ່ອນ ກຳແພງການຄ້າຕ່າງ​ໆ
ພາຍ​ໃນ 12 ປະ​ເທດ ທີ່ຕັ້ງຢູ່ ແຄມຝັ່ງມະຫາສະມຸດ​ປາຊີ​ຟິກ
ທີ່ປະກອບ​ເປັນ 40 ​ເປີ​ເຊັນ ຂອງ​ຜົນ​ຜະລິດ​ເສດຖະກິດ​ໂລກ.

ສະມາຊິກ​ສະພາ​ສູງ ສັງກັດ​ພັກຣີພັບບລີ​ກັນ ທ່ານ John
McCain ໄດ້ເປັນ​ໂຕເດັ່ນ ພາຍ​ໃນ​ບັນດາ​ສະມາຊິກ​ສະພາ
​ຄົນ​ອື່ນໆ ​ດ້ວຍການ​ໃຫ້ການສະໜັບສະໜຸນຕໍ່​ຂໍ້​ຕົກລົງ​ດັ່ງກ່າວ
​ໃນ​ທັນທີ ​ແລະຢ່າງ​ກະຕືລື​ລົ້ນ.

ສະມາຊິກສະພາສູງ ທ່ານນາງ Susan Collins ສັງກັດພັກຣີພັບບລີກັນ ຈາກລັດ Maine ກຳລັງຖືກສອບຖາມ ໂດຍນັກຂ່າວຄົນນຶ່ງ.
ສະມາຊິກສະພາສູງ ທ່ານນາງ Susan Collins ສັງກັດພັກຣີພັບບລີກັນ ຈາກລັດ Maine ກຳລັງຖືກສອບຖາມ ໂດຍນັກຂ່າວຄົນນຶ່ງ.


ໃນ​ຖະ​ແຫລ​ງການສະບັບ​ນຶ່ງ ທ່ານ McCain ​ເວົ້າວ່າ “TPP ນັ້ນ ​ສະ​ເໜີ​ໃຫ້​ໂອກາດ ​
ທີ່​ເປັນ​ປະຫວັດ​ການ ທີ່ຈະຫລຸດຜ່ອນ ກຳແພງການຄ້າຕ່າງ​ໆ ​ເປີດຕະຫຼາດ​ໃໝ່ໆ
ສົ່ງ​ເສີມ​ການ​ສົ່ງ​ອອກ​ ຂອງ​ສິນຄ້າ​ທີ່​ຜະລິດ​ຢູ່​ໃນ​ສະຫະລັດ ​ແລະ ຮັກສາໄວ້ ການ​
ແຂ່ງຂັນ​ ຂອງ​ບັນດາບໍລິສັດ​ອາ​ເມຣິກາ​ ​ຢູ່ໃນ​ເສດຖະກິດ​ ທີ່​ມີ​ຊີວິດ​ຊີວາ ​ແລະກຳລັງ​
ຂະຫຍາຍຕົວ​ຢ່າງ​ວ່ອງ​ໄວ​ທີ່​ສຸດ ​ໃນ​ຂົງ​ເຂດ​ນີ້ ຂອງ​ໂລກ.”

​ໃນ​ຂະນະ​ດຽວ​ກັນ ສະມາຊິກ​ສະພາສູງທີ່​ເປັນ​ອິດ​ສະລະທ່ານ Bernie Sanders ​ທີ່​ກຳລັງ​
ລົງ​ສະໝັກ ເປັນ​ປະທານາທິບໍດີ ຂອງ​ພັກ​ເດ​ໂມ​ແຄລັດ ​ໄດ້​ອອກ​ມາ​ປະກາດ ສະ​ແດງ​ການ​
ຄັດຄ້ານ​ຢ່າງ​ແຂງຂັນ ​ໂດຍ​ກ່າວ​ວ່າ ມັນ​ຈະ​ເຮັດ​ໃຫ້​ພວກ​ຜູ້​ບໍລິ​ໂພ​ກ ​ເສຍ​ຫາ ​ແລະ ຊາວ​
ອາ​ເມຣິກັນສູນເສຍວຽກເຮັດງານທຳ.

ທ່ານ Sanders ​ເວົ້າວ່າ “ຂ້າພະ​ເຈົ້າຈະ​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​ ທີ່ຂ້າພະ​ເຈົ້າ​ສາມາດ
ເຮັດ​ໄດ້ ​ເພື່ອຜາບ​ແພ້​ຂໍ້​ຕົກລົງ​ນີ້. ພວກ​ເຮົາ​ຕ້ອງການ​ນະ​ໂຍບາຍການ​ຄ້າ​ຕ່າງໆ
ທີ່​ຈະ​ເປັນ​ຜົນ​ປະ​ໂຫຍ​ດ ​ແກ່​ພວກ​ຄົນ​ງານ​ຊາວ​ອາ​ເມຣິກັນ ​ແລະ ພວກຜູ້​ບໍລິ​ໂພ​ກ
ບໍ່​ພຽງ​ແຕ່​ຜູ້​ບໍລິ​ຫານ​ໃຫຍ່​ໆຂອງ​ບໍລິສັດ​ນາໆຊາດ​ເທົ່າ​ນັ້ນ.”

ທ່ານ McCain ​ແລະ ທ່ານ Sanders ແມ່ນໄດ້ຮັບການຍົກ​ເວັ້ນຈາກ ພວກທີ່ຍັງລໍຖ້າ​ເບິ່ງ​
ວ່າຈະ​ເປັນ​ແນວ​ໃດ​ນັ້ນ ຊຶ່ງ​ໃນ​ປັດຈຸບັນ​ນີ້ ​ເປັນຄົນ ກຸ່ມໃຫຍ່ຢູ່​ໃນ​ລັດຖະສະພາ. ນັກ​ການ​
ເມືອງຫຼາຍໆ​ທ່ານທີ່ ວີ​ໂອ​ເອ ​ໄດ້ຖາມ ກ່າວ​ວ່າ ພວກ​ເຂົາ​ຕ້ອງການ​ເວລາ​ ທີ່​ຈະ​ອ່ານ​ເບິ່ງ​
ຂໍ້​ຕົກລົງ ​ແລະເຂົ້າ​ໃຈເນື້ອ​ໃນຂໍ້​ສະ​ເໜີ​ຕ່າງ​ໆ ຂອງມັນ​ເສຍ​ກ່ອນ.

TPP Agreed, But Faces Stiff Opposition
please wait

No media source currently available

0:00 0:02:12 0:00

XS
SM
MD
LG