ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຊາວເທີກີ ຫຼາຍຄົນ ທ້າທາຍ ຄຳສັ່ງຫ້າມ ບໍ່ໃຫ້ໃຊ້ Twitter ຂອງ ລັດຖະບານ (ວີດີໂອ)


ຜູ້ຄົນພາກັນສີດນຳ້ສີ ບອກໃຫ້ຮູ້ເວັບໄຊ ທີ່ສາມາດເຂົ້າເບິ່ງໄດ້
ຜູ້ຄົນພາກັນສີດນຳ້ສີ ບອກໃຫ້ຮູ້ເວັບໄຊ ທີ່ສາມາດເຂົ້າເບິ່ງໄດ້
ຊາວ​ເທີກີ ຫລາຍ​ຄົນ ​ທີ່​ເປັນ​ບັນດາ​ຜູ້​ຊົມໃຊ້ ຕາໜ່າງສື່​ສັງ
ຄົມ Twitter ປາກົດ​ວ່າ​ໄດ້​ຮັບ​ຜົນ​ສຳເລັດໃນ​ການ​ທ້າ​ທາຍ​ຕໍ່ການຫ້າມຂອງລັດຖະບານ ບໍ່ໃຫ້​ເຂົ້​າ​ໄປ​ໃຊ້ ຕາໜ່າງດັ່ງ
ກ່າວ.

ປະ​ທາ​ນາ​ທິບໍດີ Abdullah Gul ​ແມ່ນ​ຜູ້​ນຶ່ງ​ ໃນ​ຈຳນວນ
ທີ່ຫລີກ​ລ່ຽງຄຳສັ່ງຫ້າມ ໂດຍສົ່ງຂໍ້ຄວາມທີ່ບໍ່ເຫັນດີດ້ວຍ
ຜ່ານທາງ Twitter ​ໃນ​ວັນ​ສຸກ​ວານ​ນີ້. ໜ້າ​ເວັບໄຊ Zete.
com ຂອງເທີກີ ກ່າວ​ວ່າ ໄດ້ມີການພິມເຜີຍແຜ່ຂໍ້ຄວາມ
ທີ່ສົ່ງຜ່ານ ທາງ ​Twitter 2 ລ້ານ 5 ​ສະບັບ ​ນັບ​ແຕ່​ໄດ້​ມີ​
ການຫ້າມ ​ຊຶ່ງມີລາຍງານ​ວ່າ ເຮັດໃຫ້ມີ ການສົ່ງຂໍ້ຄວາມ
ຫລາຍເປັນປະຫວັດການ ​ຢູ່ໃນເທີ​ກີ.

ພັກຝ່າຍ​ຄ້ານ​ທີ່​ສຳຄັນ​ຂອງເທີກີ ກ່າວ​ວ່າ ​ໃນ​ວັນ​ສຸກ​ວານ​ນີ້ ​ຕົນໄດ້​ຍື່ນຟ້ອງຫຼື ທຳການ
ທ້າທາຍທາງກົດໝາຍ​ຕໍ່ການ​ຕັດສິນ​ຂອງ​ສານເພື່ອ​ສະກັດ​ກັ້ນບໍ່ໃຫ້ໃຊ້ຕາໜ່າງສື່ສັງ
ຄົມ ​ແລະການ​ບໍລິການກະຈາຍ ຂ່າວທາງອິນເຕີແນັດຫລື microblogginເຈົ້າໜ້າທີ່
ອະວຸໂສຂອງພັກ​ສາທາລະນະລັດປະຊາຊົນ ທ່ານ Levent Gok ​ຮ້ອງ​ການຫ້າມນີ້​ວ່າ
“ບໍ່ຍຸຕິ​ທໍາ” ​ແລະ​ກ່າວ​ອີກ​ວ່າ ບັນດາ​ປະ​ເທດ​ທີ່ຈະ​ເລີ​ນແລ້ວ ​ໄດ້​ຕິຕຽນ​ເທີ​ກີ ກ່ຽວ​ກັບ
ການເຄື່ອນໄຫວ​ດັ່ງ​ກ່າວ.

ນາຍົກລັດຖະມົນຕີ Recep Tayyib Erdogan ​ໄດ້​ອອກ​ຄຳສັ່ງຫ້າມໃນຕອນ ​ແລງ​
ຂອງວັນພະຫັດ​ຜ່ານມາ​ນີ້ ​ໃນ​ຂະນະ​ທີ່ລັດ​ຖະ​ບານ ຕໍ່ສູ້​ກັບ​ການ​ສໍ້​ລາດ​ບັງ​ຫລວງ ພຽງ
ບໍ່​ເທົ່າ​ໃດ​ມື້ ກ່ອນ​ໜ້າການ​ເລືອກ​ຕັ້ງ​. ທ່ານ Erdogan ກ່າວ​ວ່າ ທ່ານ​ຈະ​ເອົາ​ບາດ​ກ້າວ
ຕໍ່ການໃຊ້ Twitter ​ໂດຍ​ບໍ່​ເອົາຫົວຊາເລີຍ​ວ່າ “ປະ​ຊາ​ຄົມນາໆ​ຊາດ​ຈະ​ກ່າວ​ຢ່າງ​ໃດ.”

​ເຈົ້າ​ໜ້າ​ທີ່ເທີກີກ່າວ​ວ່າ ການ​ເຂົ້າຫາຕາໜ່າງ Twitter ຈະໄດ້ຮັບການຟື້ນຟູ​ຄືນ ສຳລັບ
ຜູ້ຊົມໃຊ້ 10 ລ້ານ ເວລາ​ໃດເວັບໄຊດັ່ງກ່າວ ໄດ້ລຶບຂໍ້ຄວາມຫຼືເນື້ອໄນທີ່ “ຜິດ​ກົດໝາ​ຍ
ນັ້ນ​ອອກ.”

Turkey Witter
please wait
Embed

No media source currently available

0:00 0:01:23 0:00
XS
SM
MD
LG