ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະຊາຊົນ ຫຼາຍໆຄອບຄົວ ຫຼົບໜີ ພວກ IS ໃນພາກຕາເວັນອອກ ອັຟການິສຖານ


ສະມາຊິກຂອງກອງກຳລັງພິເສດ ອັຟການິສຖານຄົນໜຶ່ງ ກຳລັງແນປືນຂອງລາວ ໃນຂະນະທີ່ລາວ ສັງເກດເບິ່ງ ພວກສັດຕູ ໃນເມືອງ Achin, ແຂວງ ນັນກາຮາ. ພາກຕາເວັນອອກຂອງ ອັຟການິສຖານ. 14 ເມສາ, 2017.
ສະມາຊິກຂອງກອງກຳລັງພິເສດ ອັຟການິສຖານຄົນໜຶ່ງ ກຳລັງແນປືນຂອງລາວ ໃນຂະນະທີ່ລາວ ສັງເກດເບິ່ງ ພວກສັດຕູ ໃນເມືອງ Achin, ແຂວງ ນັນກາຮາ. ພາກຕາເວັນອອກຂອງ ອັຟການິສຖານ. 14 ເມສາ, 2017.

ໃນຂະທີ່ກອງກຳລັງ ສະຫະລັດ ແລະ ອັຟການິສຖານ ໄດ້ຖະຫຼົ່ມໂຈມຕີໃສ່ບ່ອນຫຼົບລີ້
ຂອງພວກ ລັດອິສລາມ ໃນຖານທີ່ໝັ້ນຂອງພວກເຂົາທີ່ຕັ້ງຢູ່ໃນແຂວງ ນັນກາຮາ ນັ້ນ, ພວກພົນລະເຮືອນທີ່ຫຼົບໜີຈາກການຕໍ່ສູ້ໄດ້ກ່າວວ່າ ພວກເຂົາເຈົ້າໄດ້ຖືກປະຖິ້ມໃຫ້
ຮັບມືກັບຊະຕາກຳຂອງພວກເຂົາເຈົ້າໂດຍລຳພັງ.

ຕົວເລກທີ່ແນ່ນອນຂອງພົນລະເຮືອນ ທີ່ຖືກບັງຄັບ​ໃຫ້ອອກຈາກບ້ານຂອງພວກເຂົາ
ເຈົ້າ ໂດຍການເຮັດສົງຄາມກັບພວກລັດອິສລາມທີ່ເອີ້ນວ່າສາຂາໂຄຣາຊານ ຫຼື IS-KB
ໃນ ອັຟການິສຖານ ແມ່ນບໍ່ຮູ້, ແຕ່ບັນດາເຈົ້າໜ້າທີ່ໃນເມືອງ ນັນກາຮາ ບ່ອນທີ່ເປັນຈຸດ
ໃຈກາງຂອງສົງຄາມນັ້ນກ່າວວ່າ, ປະຊາຊົນຫຼາຍພັນຄອບຄົວແມ່ນບໍ່ມີທີ່ຢູ່ອາໄສ.

ການປະຕິບັດການຕໍ່ຕ້ານພວກ IS-BS ສ່ວນໃຫຍ່ແມ່ນໄດ້​ມີຂຶ້ນຢູ່ເມືອງ Achin ເຊິ່ງ
ເປັນເຂດພູຜາ ບ່ອນທີ່ກອງກຳລັງ ສະຫະລັດ ໄດ້ຖິ້ມລະເບີດທີ່ໃຫຍ່ທີ່ສຸດ​ເທົ່າທີ່ເຄີຍໃຊ້
ມາ ທີ່ບໍ່ແມ່ນລະເບີດນິວເຄລຍ ເຊິ່ງຮູ້ຈັກກັນໃນ​ຊື່ “ແມ່ຂອງລະເບີດທັງມວນ” ຫຼື
“Mother of all bomb” ​ເມື່ອໜຶ່ງສັບປະດາທີ່ຜ່ານມາ ເພື່ອທຳລາຍອຸໂມງຂອງພວກ ຫົວຮຸນແຮງ.

ແມ່ຍິງທີ່ມີລູກສີ່ຄົນໄດ້ກ່າວຕໍ່ ໂທລະພາບວີໂອເອພະແນກ ອັຟການິສຖານ ວ່າ “ພວກ ເຮົາໄດ້ອອກມາຈາກສະໜາມຮົບ ແລະ ບ້ານຂອງພວກເຮົາໃນເມືອງ Achin ຫຼັງ ຈາກເຮືອບິນໄດ້ຖິ້ມໃບປິວ ເພື່ອບອກໃຫ້ອົບພະຍົບ ອອກຈາກເຂດດັ່ງກ່າວ,” ແລະ ໄດ້ເວົ້າເພີ່ມເຕີມວ່າ ພວກນັກຮົບ IS-BS ກໍໄດ້ຂົ່ມຂວັນຂອງປະຊາຊົນໃນທ້ອງຖິ່ນເຊັ່ນ
ກັນ.

ຄອບຄົວທີ່ຖືກພັດພາກຈາກທີ່ຢູ່ອາໄສບາງຄອບຄົວ ໄດ້ຕັ້ງເຕັ້ນຊົ່ວ ຄາວຂຶ້ນເອງ, ໃນ
ຂະນະທີ່ຄົນອື່ນໆໄດ້ຫາບ່ອນພັກອາໄສໃນຕຶກອາ ຄານທີ່ຫັກພັງໃນ ແລະ ນອກເມືອງ Jalalabad.

ຜູ້ຊາຍຄົນໜຶ່ງ, ທີ່ພິທີແຕ່ງງານຂອງລາວໄດ້ຖືກກະກຽມ ຢູ່ບ້ານຂອງລາວໃນເມືອງ
Achin ບໍ່ເທົ່າໃດເດືອນຜ່ານມານີ້, ຕ້ອງໄດ້ແຕ່ງເມຍຂອງລາວໃນຫ້ອງທີ່ເປົ່າຫວ່າງ ຢູ່ເຮືອນລີ້ໄພໃນເມືອງ Jalalabad.

ທ້າວ Rojizan ຜູ້ທີ່ເປັນເຈົ້າບາວໄດ້ກ່າວວ່າ “ມັນເປັນພິທີແຕ່ງງານແຫ່ງຄວາມໂສກ
ເສົ້າ, ພວກເຮົາຄວນທີ່ຈະມີງານແຕ່ງດອງທີ່ໃຫຍ່​ໂຕ ດ້ວຍການເຂົ້າຮ່ວມຂອງສະມາ
ຊິກຄອບຄົວໝົດທຸກຄົນ ແລະ ຄົນຮັກຂອງພວກເຮົາຢູ່ໃນໝູ່ບ້ານຂອງພວກເຮົາ
ເອງ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Many Afghan Families Flee IS
please wait

No media source currently available

0:00 0:01:11 0:00

XS
SM
MD
LG