ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ພົນທະຫານ Manning ຖືກຕັດສິນ ຈໍາຄຸກ 35 ປີ (ວີດິໂອ/ສະໄລດ໌)


Manning
please wait
Embed

No media source currently available

0:00 0:00:48 0:00

ທ້າວ Bradley Manning ຖືກຕັດສິນໃຫ້ຕິດຄຸກ 35 ປີ ຍ້ອນຄວາມຜິດ ຖານມອບຂໍ້ມູນລັບ ໃຫ້ກຸ່ມ WikiLeaks.

ພົນທະຫານສະຫະລັດ ທ້າວ Bradley Manning ຖືກຕັດສິນ
ໃຫ້ຕິດຄຸກ 35 ປີ ຍ້ອນມີຄວາມຜິດຖານມອບຂໍ້ມູນລັບຢ່າງ
ຫລວງຫລາຍໃຫ້ແກ່ກຸ່ມ WikiLeaks ທີ່ ຕໍ່ຕ້ານຄວາມລັບ ໃນການຮົ່ວໄຫຼທີ່ໃຫຍ່ທີ່ສຸດຂອງຄວາມລັບທາງການໃນປະ
ຫວັດ ສາດອາເມຣິກາ.

ພັນເອກ Denise Lind ຜູ້ພິພາກສາສານທະຫານສະຫະລັດ
ໄດ້ເປັນຜູ້ຕັດສິນໂທດ ໃຫ້ຕິດຄຸກເປັນເວລາດົນນານດັ່ງກ່າວ
ໃນວັນພຸດວານນີ້ ຢູ່ທີ່ຄ້າຍ Fort Mead ໃນລັດ Maryland.
ທ່ານນາງເວົ້າວ່າ ອະດີດນັກວິໄຈຂໍ້ມູນລັບ ອາຍຸ 25 ປີ ຄົນນີ້ຈະ
ຖືກໄລ່ອອກຈາກກອງທັບແບບອັບອາຍ ແລະເງິນເດືອນຂອງ
ຜູ້ກ່ຽວຈະຖືກຢຶດ.

ທ້າວ Manning ປະເຊີນກັບການຕິດຄຸກດົນເຖິງ 90 ປີ ໂດຍທີ່ໄອຍະການຂອງລັດ ຖະບານ ໄດ້ຮຽກຮ້ອງໃຫ້ຕັດສິນໂທດຜູ້ກ່ຽວ ຈໍາຄຸກ 60 ປີ ແລະທະນາຍຄວາມຂອງ ທ້າວ Manning ໄດ້ຂໍຜ່ອນຜັນໃຫ້ລາວມີໂອກາດຟື້ນຊີວິດຂອງຕົນຄືນ. ພາຍໃຕ້ລະ ບຽບການຂອງທະຫານແລ້ວ ລາວອາດສາມາດຖືກປ່ອຍຕົວແບບມີເງື່ອນໄຂໃນເວລາ ປະມານ 7 ປີ.

ເບິ່ງວີດິໂອອີກເລື້ອງນຶ່ງກ່ຽວກັບຂ່າວນີ້:




ການຕັດສິນຈໍາຄຸກດັ່ງກ່າວ ໄດ້ເຮັດໃຫ້ການດຳເນີນຄະດີ ທີ່ດໍາເນີນມາເປັນເວລາ 12 ອາ
ທິດ ແລະການຕໍ່ສູ້ກັນທາງກົດໝາຍເປັນເວລາຍາວນານກ່ຽວກັບຄວາມຕັ້ງໃຈຂອງທ້າວ
Manning ເມື່ອລາວໄດ້ເປີດເຜີຍເອກະສານລັບຫລາຍກວ່າ 7 ແສນສະບັບໃຫ້ແກ່ກຸ່ມ Wikileaks ນັ້ນສິ້ນສຸດລົງ. ເອກະສານເຫລົ່ານັ້ນລວມມີ ໂທລະເລກທາງການທູດຂອງກະ
ຊວງການຕ່າງປະເທດສະຫະລັດ ແລະລາຍງານຈາກສະໜາມລົບກ່ຽວກັບການເຮັດສົງຄາມຢູ່ໃນອີຣັກແລະອັຟການິສຖານ ພ້ອມທັງວີດິໂອອັນນຶ່ງ ທີ່ສະແດງໃຫ້ ເຫັນພາບການໂຈມຕີຂອງເຮືອບິນເຮລິຄອບເຕີສະຫະລັດ ທີ່ໄດ້ສັງຫານພົນລະເຮືອນ ສອງຄົນ.

ເບິ່ງປະມວນພາບກ່ຽວກັບຂ່າວນີ້:

XS
SM
MD
LG