ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຍານ​ອະ​ວະ​ກາດ Soyuz​ ເຂົ້າຈອດ ​ທີ່ສະຖານີ ອະວະ​ກາດ ນາໆ​ຊາດ​ ຢ່າງສຳເລັດຜົນ


Russia Space Station
please wait
Embed

No media source currently available

0:00 0:00:53 0:00

ຍານ​ອະ​ວະ​ກາດ Soyuz ຂອງຣັດ​ເຊຍ ​ໄດ້​ເຂົ້າຈອດ​ທີ່ສະຖານີ
​ອາ​ວະ​ກາດນາໆ​ຊາດ​ແລ້ວ ຫຼັງ​ຈາກ​ທີ່​ໄດ້​ຊັກ​ຊ້າ​ ​ເປັນເວລາ 2 ​
ເດືອນ​ ຍ້ອນ​ໄດ້ເກີດບັນຫາກັບຍານ​ຂົນ​ສົ່ງ ​ທີ່​ບໍ່​ມີ​ຄົນ​ຂັບ​ຂອງ
ຣັດເຊຍ.

​ເຈົ້າ​ໜ້າ​ທີ່ໄດ້​ກ່າວ​ວ່າ ຍານ​ອະ​ວະ​ກາດດັ່ງກ່າວ ​ໄດ້ໄປຮອດ
​ສະຖານີອະວະກາດນາໆຊາດ ທີ່ໂຄຈອນອ້ອມໂລກຢູ່ນັ້ນ
​ໃນ​ວັນ​ພະຫັດ​ມື້​ນີ້ ​ໂດຍໃຊ້​ເວລາ​ບໍ່ຮອດ 6 ຊົ່ວ​ໂມງ ລຸນຫຼັງທີ່​
ໄດ້​ຖືກສົ່ງຂຶ້ນຈາກ ສູນກາງສົ່ງ Baikonur​ ໃນ Kazakhstan.
​ເຈົ້າ​ໜ້າ​ທີ່​ຂອງອົງການ​ອະ​ວະ​ກາດສະຫະລັດຫລື​ນາ​ຊາ
ກ່າວ​ວ່າ ຍານ​ອະ​ວະ​ກາດ Soyuz ​ໄດ້​ໂຄຈອນ​ອ້ອມ​ໂລກ 4 ​
ເທື່ອ ກ່ອນ​ທີ່​ຈະ​ເຂົ້າຈອດ.

ການ​ສົ່ງຍານ​ອະ​ວະ​ກາດທີ່​ມີ​ຄົນ​ຂັບໄປຍັງສະຖານີອະວະກາດນາໆຊາດ​ ​ແມ່ນ​ໄດ້ມີການ​ຊັກ​ຊ້າ​ ​ຫຼັງຈາກໄດ້ມີ​ການ​ສົ່ງ​ຍານ​ຂົນ​ສົ່ງ​ສຳພາລະ​ທີ່​ບໍ່​ມີ​ຄົນ​ຂັບ ​ປະສົບກັບຄວາມ​ລົ້ມ​ແຫຼວ​ລົງ ​ໃນ​ເດືອນ​ເມສາ​ທີ່​ຜ່ານ​ມາ​ທີ່ຄວນ​ລຳ​ລຽງ​ສຳ​ພາລະ​ໄປ​ໃຫ້ພວກນັກບິນອະວະກາດທີ່
ສະຖານີອະ​ວະ​ກາດນາໆ​ຊາດ.

ນັກບິນອະ​ວະ​ກາດອາ​ເມຣິກັນ ທ່ານ Kjell Lingren ນັກບິນອາ​ວະ​ກາດຣັດ​ເຊຍ ທ່ານ Oleg Kononenko ​ແລະນັກບິນອະ​ວະ​ກາດຍີ່ປຸ່ນ ທ່ານ Kimiya Yui ໄດ້​ຮ່ວມ​ສົມທົບ​ກັບພວກ
ນັກອະ​ວະ​ກາດຣັດ​ເຊຍ​ອີກ 2 ທ່ານ ​ແລະ​ອາ​ເມຣິກັນ ນຶ່ງ​ທ່ານ​ໃນສະຖານີ​ຍານ​ອະ​ວະ​ກາດ
ນາໆ​ຊາດ.​ ທ່ານ Gennady Padalka, Mikhail Koenrinko and Scott Kelly ອົງການ​ນາ​ຊາ​ກ່າວ​ວ່າ ນັກບິນ​ອາ​ວະ​ກາດນາໆ​ຊາດທັງ 6 ຈະ​ຍັງ​ປະຕິບັດ​ງານ​ຢູ່​ໃນ​ ສະຖານີ​ຍານ​ອະ​ວະ​ກາດນາໆ​ຊາດ​ ຈົນ​ເຖິງ​ເດືອນທັນ​ວາ ທີ່​ຈະ​ມາ​ເຖິງ​ນີ້.

ທ່ານ Kelly ​ແລະ​ທ່ານ Kornienko ​ແມ່ນ​ປະກອບເຂົ້າຮ່ວມຊຸດ​ທຳ​ອິດ​ໃນໂຄງການປະຈຳ ການຢູ່​ທີ່ສະຖານີ​ອະ​ວະ​ກາດນາໆ​ຊາດເປັນເວລານຶ່ງປີ ໃນການທົດລອງທີ່ແນໃສ່ເພື່ອ ຮຽນ​ຮູ້ ກ່ຽວກັບຜົນກະທົບ​ໄລຍະຍາວຕໍ່ຮ່າງກາຍມະນຸດຈາກການ​ໂຄຈອນຢູ່ເທິງອະວະກາດເປັນ ເວລາດົນນານ ນັ້ນ. ພວກ​ເຂົາ​ເຈົ້າ​ມີ​ໝາຍ​ກຳນົດ​ທີ່​ຈະ​ກັບ​ມາ​ຍັງ​ໂລກ ​ໃນ​ເດືອນ ມີນາ ຫຼັງ​ຈາກ​ໄດ້​ໃຊ້ຊີວິດໂຄຈອນ​ຢູ່ເທິງອະວະກາດເປັນເວລາ 342 ມື້​.

XS
SM
MD
LG