ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ໂອບາມາ ຈະນຳພາ ຄະນະຜູ້ແທນ ສຫລ ໄປຮ່ວມ ພິທີສົ່ງສະການ ທ່ານ Mandela (ສະໄລດ໌/ວີດີໂອ)


ຜູ້ຄົນ ພາກັນຂຽນຄຳຂອບອົກຂອບໃຈ ແລະ ສະແດງຄວາມເສົ້າສະຫຼົດໃຈ ໃສ່ແຜ່ນໂປດສະເຕີ້ ຂະໜາດໃຫຍ່ ຢູ່ນອກເຮືອນທ່ານ Mandela ທີ່ເມືອງ Soweto ອາຟຣິກາໃຕ້
ຜູ້ຄົນ ພາກັນຂຽນຄຳຂອບອົກຂອບໃຈ ແລະ ສະແດງຄວາມເສົ້າສະຫຼົດໃຈ ໃສ່ແຜ່ນໂປດສະເຕີ້ ຂະໜາດໃຫຍ່ ຢູ່ນອກເຮືອນທ່ານ Mandela ທີ່ເມືອງ Soweto ອາຟຣິກາໃຕ້
ປະຊາຊົນຊາວອາຟຣິກາໃຕ້ ພວມໄວ້ທຸກ ໃຫ້ແກ່ທ່ານ Nelson
Mandela ມື້ລາງຜູ້ນຳໃນການຕໍ່ຕ້ານ ລັດທິແບ່ງແຍກເຊື້ອຊາດ
ຜິວພັນອາພາເທ່ອາຟຣິກາໃຕ້ ທີ່ໄດ້ເຖິງແກ່ອະສັນຍະກຳໃນວັນ
ພະຫັດຜ່ານມາ ຮວມອາຍຸໄດ້ 95 ປີຫຼັງຈາກໄດ້ລົ້ມປ່ວຍມາເປັນ
ເວລາຫຼາຍປີ.

ທ່ານ Mandela ໄດ້ຖືກຄຸກເປັນເວລາ 27 ປີ ຍ້ອນບົດບາດຂອງ ທ່ານໃນການຕໍ່ສູ້ເພື່ອຍຸຕິການປົກຄອງ ຂອງພວກຄົນຜິວຂາວ ທີ່
ເປັນຊົນກຸ່ມນ້ອຍ ແລະການຈຳແນກກີດກັນຢ່າງເປັນທາງການຕໍ່ ພວກຄົນຜິວດຳໃນອາຟຣິກາໃຕ້.

Nelson Mandela Dies at 95, World Mourns South Africa's Former President
please wait

No media source currently available

0:00 0:02:45 0:00
ລິງໂດຍກົງ


ລຸນຫລັງທີ່ໄດ້ຖືກປ່ອຍອອກຈາກຄຸກແລ້ວ ທ່ານໄດ້ກາຍມາເປັນ ສັນຍາລັກຂອງສັນຕິພາບ ແລະການປອງດອງຊາດ ແລະໄດ້ຮັບລາງວັນໂນແບລຂະແໜງສັນຕິພາບໃນປີ 1993. ໃນ ປີຕໍ່ມາ ທ່ານໄດ້ຖືກເລືອກເປັນປະທານາທິບໍດີຄົນຜິວດຳຜູ້ທຳອິດ ຂອງອາຟຣິກາໃຕ້.

ປະທານາທິບໍດີອາຟຣິກາໃຕ້ ທ່ານ Jacob Zuma ກ່າວໃນມື້ວັນສຸກວານນີ້ວ່າ ອາຟຣິກາ ໃຕ້ຈະຈັດພິທີໄວ້ອາໄລຈຳນວນນຶ່ງ ຕາມລຳດັບ ໃຫ້ແກ່ທ່ານ Mandela ໄປຈົນຮອດພິທີ ຝັງສົບຢູ່ທີ່ເມືອງ Qunu ບ້ານເກີດຂອງທ່ານ ໃນວັນທີ 15 ທັນວາ.

ທຳນຽບຂາວກ່າວວ່າ ປະທານາທິບໍດີບາຣັກ ໂອບາມາ ແລະສະຕີໝາຍເລກນຶ່ງ ທ່ານນາງ Michelle ໂອບາມາຈະເດີນທາງໄປອາຟຣິກາໃຕ້ ໃນອາທິດໜ້າ ເພື່ອສະແດງຄວາມເຄົາ ລົບເປັນເທື່ອສຸດທ້າຍຂອງພວກທ່ານ ຕໍ່ທ່ານ Mandela.

Americans Reflect on Passing of Mandela
please wait

No media source currently available

0:00 0:01:29 0:00
ລິງໂດຍກົງ


ຊາວອາຟຣິກາໃຕ້ຈຳນວນຫຼວງຫຼາຍເອີ້ນທ່ານ Mandela ດ້ວຍຊື່ຫຼິ້ນຂອງທ່ານວ່າ Madi
ba. ໃນມື້ວັນພະຫັດຜ່ານມາ ປະທານາທິບໍດີ Zuma ກ່າວວ່າ ການເຖິງແກ່ ອະສັນຍະກຳ ຂອງ Madiba ໝາຍຄວາມວ່າ ອາຟຣິກາໃຕ້ໄດ້ສູນເສຍລູກຊາຍທີ່ຍິ່ງໃຫຍ່ທີ່ສຸດ ແລະປະ ຊາຊົນຂອງພວກເຮົາກໍໄດ້ສູນເສຍບິດາ.

ທ່ານ Zuma ເວົ້າວ່າ “ນັ້ນແມ່ນເວລາ ທີ່ເສົ້າໂສກເສຍໃຈທີ່ສຸດຢ່າງແທ້ຈິງ ສຳລັບ ພວກເຮົາ. ແຕ່ນັ້ນມັນຍັງເປັນເວລາໃນການຕັດສິນໃຈທີ່ຍິ່ງໃຫຍ່ທີ່ສຸດຂອງພວກ ເຮົານຳດ້ວຍ. ການຕັດສິນໃຈທີ່ຈະດຳລົງຊີວິດແບບທີ່ Madiba ເຄີຍດຳລົງຊີວິດ ມາ ມານະບາກບັ່ນ ດັ່ງທີ່ Madiba ເຄີຍໄດ້ພາກພຽນພະຍາຍາມມາ ແລະຈະບໍ່ ຢຸດຢັ້ງ ຈົນກວ່າພວກເຮົາ ເຮັດໃຫ້ວິໄສທັດຂອງທ່ານ ກາຍເປັນຄວາມຈິງຂຶ້ນມາ ນັ້ນກໍຄືອາຟຣິກາໃຕ້ທີ່ເປັນເອກກະພາບຢ່າງແທ້ຈິງ ອາຟຣິກາທີ່ມີຄວາມສະຫງົບ ສຸກ ແລະວັດທະນາຖາວອນ ແລະໂລກທີ່ດີຂຶ້ນກວ່າເກົ່າ.”

ຝູງຊົນໄດ້ພາກັນໄປເຕົ້າໂຮມກັນຢ່າງໄວວາຢູ່ນອກເຮືອນຂອງທ່ານ Mandela ໃນນະຄອນ Johannesburg ບ່ອນທີ່ພວກເຂົາເຈົ້າ ໄດ້ພາກັນຮ້ອງເພງ ຟ້ອນ ແລະສະແດງຄວາມເຄົາ ລົບຕາມປະເພນີຂອງຊາວອາຟຣິກາໃຕ້.

XS
SM
MD
LG