ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

​ຜູ້​ຖືກ​ຄຸມ​ຂັງທີ່​​ກ່ຽວພັນ​ກັບ​ເຫດ ​ລະ​ເບີດ​ແຕກທີ່ອັງກິດເພີ້ມຂຶ້ນ ​ເຖິງ 14 ຄົນ​ແລ້ວ


ຕໍາຫລວດທີ່ປະກອບອາວຸດ ໄດ້ຍາມ ພວກນັກແລ່ນໜຸ່ມນ້ອຍ ທີ່ກໍາລັງແລ່ນແຂ່ງກັນ ຢູ່ໃນເຂດ Great Manchester Run ໃນກາງເມືອງຂອງ Manchester ໃນວັນທີ 28 ພຶດສະພາ 2017.
ຕໍາຫລວດທີ່ປະກອບອາວຸດ ໄດ້ຍາມ ພວກນັກແລ່ນໜຸ່ມນ້ອຍ ທີ່ກໍາລັງແລ່ນແຂ່ງກັນ ຢູ່ໃນເຂດ Great Manchester Run ໃນກາງເມືອງຂອງ Manchester ໃນວັນທີ 28 ພຶດສະພາ 2017.

ຕໍາຫລວດ​ອັງກິດ​ເວົ້າວ່າ ​ໃນ​ວັນ​ຈັນ​ມື້ນີ້ ​ເຂົາ​ເຈົ້າ​ໄດ້​ຈັບ​ກຸມ​ຊາຍ​ໄວ 23 ປີ ທີ່​ມີ​ການ
​ກ່ຽວພັນ​ກັບ​ເຫດ​ລະ​ເບີດ​ແຕກ ​ທີ່​ຮ້າຍ​ແຮງ ໃນ​ອາທິດ​ແລ້ວນີ້ ​ໃນ​ບ່ອນສະ​ແດງ​ຄອນ
​ເສີດ​ທີ່​ເມືອງ Manchester ຊຶ່ງ​ໄດ້​ເຮັດ​ໃຫ້​ຈໍານວນ​ຜູ້​ຖືກ​ຄຸມ​ຂັງ​ເພີ້ມຂຶ້ນ​ເຖິງ 14 ຄົນ​
ແລ້ວ.

ຕໍາຫລວດ​ໃນ​ເຂດ Greater Manchester ກ່າວໃນຖະ​ແຫລ​ງການ​ສະບັບ​ນຶ່ງວ່າ ການ​ຈັບ
​ກຸມ​ທີ່​ມີ​ຂຶ້ນໃນ​ວັນ​ຈັນມື້ນີ້ ​ໃນ​ເຂດ​ເມືອງ​ແຄມ​ທະ​ເລ​ຂອງ​ອັງກິດ "ຍ້ອນ​ມີການສົງ​ໄສ ເປັນການ
​ກະທໍາ​ຜິດທີ່​ກົງກັນຂ້າມ​ກັບ​ການ​ກະທໍາ ທີ່​ບໍ່ແມ່ນ​ການກໍ່ການ​ຮ້າຍ."

ຍັງ​ມີ​ຖະ​ແຫລ​ງການ​ຄ້າຍໆກັນນີ້ ຕາມ​ມາ​ພາຍຫລັງ ​ທີ່​ມີ​ການ​ຈັບ​ກຸມ​ຄົນ​ອື່ນໆ ​ທີ່​ໄດ້​
ຈັບ​ຊາຍ​ອາຍຸ 25 ປີ ຢູ່ເຂດ Old Trafford ຂອງ​ເມືອງ Manchester ​ແລະ​ຊາຍ​ອາ​ຍຸ
19 ປີ ​ໃນ​ເຂດ Gorton ​ໃນ​ວັນ​ອາທິດ​ວານ​ນີ້.

​ເຫດ​ລະ​ເບີດສະລະ​ຊີບໃນ​ວັນ​ທີ 22 ​ໃນ​ເຂດບ່ອນ​ຊຸມນຸມ​ຂອງ​ສະໜາມກິລາ ​ໃນ​
ເມືອງ Manchester ​ໄດ້​ມີຂຶ້ນພາຍ​ຫລັງ​ທີ່ການສະແດງ Ariana Grande ດາລາ​ເພງ​ດັງ​
ຊາວ​ອາ​ເມຣິກັນ​ຈົບ​ລົງ​ພໍດີ ຊຶ່ງ​ໄດ້​ເຮັດ​ໃຫ້ 22 ຄົນ​ເສຍ​ຊີວິດ ​ແລະ​ຫລາຍ​ກວ່າ 100 ຄົນ
​ໄດ້​ຮັບ​ບາດ​ເຈັບ.

ຕໍາຫລວດໄດ້​ບົ່ງ​ຕົວ​ທ້າວ Salman Abedi ອາຍຸ 22 ປີ ​ທີ່​ເກີດ​ຢູ່​ເມືອງ Manchester ​
ແລະ​ກໍາລັງຮິບໂຮມຫລັກຖານ​ເອົາ​ການ​ເຄື່ອນໄຫວ​ຕ່າງໆຂອງ​ລາວທີ່​ມີມາໃນ​ໄລຍະອາ
ທິດ ທ້າຍໆ ກ່ອນ​ຈະ​ມີ​ເຫດ​ລະເລີດ​ແຕກ​ນັ້ນ ມາ​ແລ​ໃສ່ກັນ ​ແລະ​ກໍ​ຍັງ​ໄດ້​ຊອກ​ຫາ​ຜູ້
​ອື່ນ​ອີກ ທີ່​ອາດ​ຈະ​ມີ​ສ່ວນ​ພົວພັນ​ກັບ​ເຫດການ​ດັ່ງກ່າວ.

ທັງໝົດມີ 16 ຄົນ​ຖືກ​ຈັບ​ກຸມ​ໃນ​ການ​ສືບສວນ​ຢູ່​ນັ້ນ, ​ແຕ່​ຫາກ​ວ່າ, ມີ​ສອງ​ຄົນ​ໄດ້​ຖືກ
​ປ່ອຍ ຕົວແລ້ວ ຊຶ່ງ​ໃນ​ນັ້ນມີ​ຜູ້ຍິງນຶ່ງ​ຄົນ ​ແລະຊາຍ​ໜຸ່ມນຶ່ງ​ຄົນ ​ໄດ້​ຖືກ​ປ່ອຍ​ຕົວ​ໂດຍ
​ບໍ່ມີຂໍ້​ກ່າວ​ຫາ​ໃດໆ.

ອ້າຍ​ ​ແລະ​ພໍ່ຂອງ​ທ້າວ Abedi ກໍ​ຖືກ​ຈັບ​ເຊັ່ນ​ກັນ​ໃນ​ອາທິດ​ແລ້ວນີ້ ​ຢູ່​ລີ​ເບຍ ບ່ອນ​ທີ່
​ເຂົາ​ເຈົ້າຖືກ​ຄຸມ​ຂັງໄວ້. ​ໂຄສົກ​ຄົນ​ນຶ່ງ​ເວົ້າວ່າ ທ້າວ Hashim ອ້າຍ​ຂອງ Abedi ຮູ້ຈັກ
​ແຜນການ​ຂອງທ້າວ Abedi ​ໃນ​ການ​ທໍາ​ການ​ໂຈມ​ຕີ ດັ່ງກ່າ​ວ.

​ນາ​ຍົກ​ລັດຖະມົນຕີ Theresa May ​ເວົ້າວ່າ ໃນ​ຂະນະ​ທີ່​ການ​ສືບສວນ​ກໍາລັງ​ດໍາ​ເນີນ
ໄປຢູ່ນີ້ ອັງ​ກິດໄດ້​ຫລຸດ​ລະດັບ​ການ​ຂົ່ມຂູ່​ທາງ​ດ້ານ​ຄວາມ​ປອດ​ໄພ​ລົງມາສູ່​ລະດັບ
"ຮ້າຍ​ແຮງ" ​ໃນ​ວັນ​ອາທິດ​ວານ​ນີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG