ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຜູ້ຊາຍທີ່ຮ້ອງດ່າ ຕໍ່ຕ້ານຄົນມຸສລິມ ໄດ້ຂ້າຄົນ ສອງຄົນ ທີ່ພະຍາຍາມຫ້າມລາວ


ລົດໄຟແລ່ນຜ່ານຕົວເມືອງຂອງນະຄອນ ພັອດແລນ ລັດ ອໍເຣກອນ. 11 ເມສາ, 2012.
ລົດໄຟແລ່ນຜ່ານຕົວເມືອງຂອງນະຄອນ ພັອດແລນ ລັດ ອໍເຣກອນ. 11 ເມສາ, 2012.

ຜູ້ໂດຍສານສອງຄົນໃນລົດໄຟໂດຍສານ ຢູ່ໃນເມືອງ​ Portland ລັດ ອໍເຣີກອນ ທາງ
ພາກຕາເວັນຕົກຂອງ ສະຫະລັດ ໄດ້ເສຍຊິວິດ ແລະ ຜູ້ທີສາມ ໄດ້ຮັບບາດເຈັບສາ ຫັດນອນຢູ່ໂຮງໝໍ ລຸນຫຼັງທີ່ພວກເຂົາເຈົ້າພະຍາຍາມທີ່ຈະຫັກຫ້າມຊາຍຄົນນຶ່ງ ໃນ ວັນສຸກຜ່ານມາ ທີ່ເວົ້າດ່າສຽດສີດ້ານເຊື້ອຊາດສາສະໜາ ໃສ່ຍິງສາວສອງຄົນ ຊຶ່ງ ປາກົດວ່າເປັນຊາວມຸສລິມ ຊຶ່ງແມ່ຍິງຜູ້ນຶ່ງໃສ່ຜ້າ hijab ຄຸມຫົວນັ້ນ.

ຄົນຮ້າຍຄົນທີ່ໄດ້ແທງພວກໂດຍສານດັ່ງກ່າວ ກຳລັງຖືກຕຳຫຼວດຄວບຄຸມໂຕໄວ້ຢູ່. ເປັນທີ່ຮູ້ກັນວ່າ ລາວຊື່ Jeramy Josep Christian ຢູ່ ເມືອງພັອດແລນ ອາຍຸ 35 ປີ ຕ້ອງຫາຄະດີອາຍາ.

ທ່ານນາງ Loren Cannon ຫົວໜ້າ​ FBI ພິເສດທີ່ສືບສວນເລື່ອງນີ້ໃນລັດ ອໍເຣີກັອນ
ໄດ້ກ່າວໃນວັນເສົາວານນີ້ວ່າ "ມັນໄວເກີນໄປ ທີ່ຈະເວົ້າວ່າ ຄວາມຮຸນແຮງທີ່ເກີດຂຶ້ນ
ໃນຄືນນີ້ ແມ່ນເປັນການກະທຳກໍ່ການຮ້າຍພາຍໃນ ຫຼື ຄະດີອາດຊະຍາກຳ ຂອງລັດ
ຖະບານກາງ."

ທ້າວ Christian ໄດ້ແທງພວກຜູ້ຊາຍສາມຄົນດັ່ງກ່າວ ຜູ້ນຶ່ງຕາຍກັບທີ່ ອີກຜູ້ນຶ່ງເສຍຊີ ວິດຢູ່ໂຮງໝໍ ສ່ວນຜູ້ທີສາມໄດ້ຮັບບາດເຈັບສາຫັດ ແຕ່ຄົງຈະບໍ່ເຖິງຂັ້ນເສຍຊີວິດ.

ທ້າວ Christian ຖືກກ່າວຫາໃນສອງກະໂທງ ຄືການໂຈມຕີຂ້າຄົນ ແລະການພະຍາ
ຍາມຈະຂ້າຄົນ ການນາບຂູ່ສ້າງຄວາມຢ້ານກົວ ການມີອາວຸດທີ່ຕ້ອງຫ້າມຢູ່ໃນຄອບ
ຄອງ ແລະດຽວນີ້ຖືກຄຸມຂັງ ໂດຍບໍ່ໃຫ້ມີການປະກັນຕົວ. ມີກຳນົດວ່າຈະມີການພິຈາລະ
ນາຄະດີໃນສານໃນວັນອັງຄານມື້ຮືນີ້.

ນາຍຈ່າຕຳຫຼວດ Pete Simpson ເວົ້າວ່າ ກ່ອນການແທງຜູ້ຄົນນັ້ນ ຢູ່ໃນຣົດໄຟ ທ້າວ Christian ໄດ້ຈົ່ມວ່າ ເວົ້າອອກມາຫຼາຍເລື່ອງ ໃຊ້ “ຄຳເວົ້າທີ່ເຕັມໄປດ້ວຍຄວາມກຽດ
ຊັງ ແລະ ພາສາທີ່ມີຄວາມລຳອຽງ”
ກ່ອນຈະສຸມຈິດສຸມໃຈໃສ່ສະເພາະພວກຜູ້ຍິງ ສອງຄົນດັ່ງກ່າວ.

Two passengers on a commuter train in Portland, in the western U.S. state of Oregon, are dead and a third is in serious condition in a hospital after they tried to stop a man Friday from hurling ethnic and religious slurs at two young women who appeared to be Muslim.One of the women was wearing a hijab.

The assailant who stabbed the commuters is in police custody.He has been identified as Jeremy Joseph Christian of Portland, a 35-year-old convicted felon.

"It's too early to say whether last night's violence was an act of domestic terrorism or a federal hate crime," Loren Cannon, special agent in charge of the Federal Bureau of Investigation in Oregon, said Saturday.

Christian stabbed the three men, killing one at the scene, another died at the hospital, and a third received serious, but non-life threatening injuries.

Christian was booked on two counts of aggravated murder and charges of attempted murder, intimidation and being a felon in possession of a restricted weapon and was ordered held without bail.He is scheduled to be arraigned Tuesday.

Police Sergeant Pete Simpson said before the stabbings, Christian was on the train ranting on several topics, using "hate speech or biased language" before focusing his attention on the women.

Simpson told The Oregonian newspaper "In the midst of his ranting and raving, some people approached him and appeared to try to intervene with his behavior and some of the people that he was yelling at."The newspaper said the people "were attacked viciously."Simpson said the scene was "horrific,."

XS
SM
MD
LG