ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອີຣັກ ຈະຮ້ອງຂໍ ໃຫ້ສະຫະລັດ ຊ່ອຍເຫຼືອ ທາງທະຫານ


ນາຍົກ​ລັດຖະມົນຕີອີຣັກ ທ່ານ Nouri al-Maliki
ນາຍົກ​ລັດຖະມົນຕີອີຣັກ ທ່ານ Nouri al-Maliki
ນາຍົກ​ລັດຖະມົນຕີອີຣັກ ທ່ານ Nouri al-Maliki ຮຽກຮ້ອງ​
ໃຫ້​ສະ​ຫະລັດ​ຊ່ອຍ​ເພື່ອ​ຕໍ່ສູ້ໃນ​ອັນ​ທີ່​ທ່ານ​ເອີ້ນ​ວ່າ​ການ​ສວຍ​
ໃຊ້​ຄວາມ​ເຄັ່ງ​ຕຶງ​ທາງ​ສາສະໜາ ຂອງ​ພວກ​ກໍ່​ການ​ຮ້າຍ ​ ​ໃນ
ຂະນະ​ທີ່ ​ສະມາຊິກ​ສະພາສູງສະຫະລັດ​ ທີ່​ມີ​ອິດ​ທິພົນ​ກຸ່ມ​ນຶ່ງ
ກ່າວວ່າ ການ​ນໍາພາ​ຂອງ​ທ່ານນັ້ນ ​ໄດ້ພັກ​ດັນໃຫ້ເກີດ​ຄວາມ
​ແຕກ​ແຍກ ລະຫວ່າງກຸ່ມ​ຕ່າງໆ​ ຂອງ​ຊາວ​ອີຣັກ.

​ທ່ານ Maliki ​ເລີ່​ມ​ການ​ຢ້ຽມຢາມ​ສະຫະລັດ ດ້ວຍ​ການ​ພົບ
​ປະໃນ​ວັນ​ພຸດ​ມື້​ນີ້ ກັບ​ຮອງ​ປະ ທານາທິບໍດີ Joe Biden ​
ແລະ​ສະມາຊິກ​ຂອງຄະນະ​ກໍາມາ​ທິການ​ຄວາມ​ສຳພັນ​ຕ່າງ
ປະ​ເທດ ຂອງ​ລັດຖະສະພາ​ສະຫະລັດ. ​ໃນ​ວັນ​ສຸກຈະ​ມານີ້
ປະທານາທິບໍດີສະຫະລັດ ທ່ານ ບາຣັກ ​ໂອ​ບາ​ມາຈະ​ໃ​ຫ້ການ​ຕ້ອນຮັບທ່ານ Maliki ​
ໃນ​ການ​ພົບ​ປະ​ສົນທະນາ ​ທີ່ທໍາ​ນຽບຂາວ.

ນາຍົກ​ລັດຖະມົນຕີອີຣັກ ​ໄດ້​ກ່າວຢູ່​ໃນ​ບົດ​ຄວາມ​ເຫັນ ຂອງ​ໜັງສືພິມ New York
Times
ວ່າ ກຸ່ມກໍ່​ການ​ຮ້າຍ al-Qaida ແມ່ນ​ທໍາ​ການ “ພວມ​ທຳ​ການປຸກລະດົມ
ກໍ່​ການ​ຮ້າ​ຍ” ຕໍ່​ປະຊາຊົນ​ຊາວ​ອີຣັກ ​ແລະທ່ານບໍ່​ປະ​ສົງຈະ​ໃຫ້​ປະ​ເທດ​ຂອງ​ທ່ານ
ຫຼື​ເພື່ອນບ້ານຄື ຊີ​ເຣຍ ຕົກ​ເປັນ​ຖານ​ທີ່​ໝັ້ນ​ຂ​ອງ​ກຸ່ມ​ດັ່ງກ່າວ​ນີ້. ທ່ານກ່າວ​ວ່າ ອີຣັກ
ຕ້ອງການ​ອຸບປະກອນໃຫ້​ແກ່ກອງ​ກໍາລັງ​ ​ໂດຍສະ​ເພາະການ​ປ້ອງ​ກັນທາງ​ອາກາດ
ແລະມີ​ແຜນ​ທີ່​ຈະຮ້ອງຂໍ​ຄວາມ​ຊ່ອຍ​ເຫຼືອ​ຈາກ​ທ່ານໂອ​ບາ​ມາ ​ເພື່ອ​ປັບປຸງ​ຄວາ​ມ
​ສາມາດ​ຂອງກອງທັບ​ອີຣັກ.

​ແຕ່ບັນດາ​ສະມາຊິກ​ສະພາສູງສະຫະ​ລັດ ຊຶ່ງ​ຮວມທັງ​ທ່ານ John McCain , Carl
Levin, Robert Menendez, ​ແລະ Linsey Graham ​ໄດ້​ຂຽນ​ຈົດໝາຍເຖິງ​ທ່ານ
ໂອ​ບາ​ມາ ​ໃນ​ວັນ​ອັງຄານ​ວານ​ນີ້ ​ໂດຍ​ມີ​ເນື້ອໃນ​ວ່າ “ພວກ​ທ່ານ​ແມ່ນ​ມີ​ຄວາມ​ເປັນ
​ຫວ່ງ​ເປັນ​ໃຍ ​ກ່ຽວ​ກັບ​ສະຖານະ​ການໃນ​ອີຣັກ ທີ່​ພວມ​ຊຸດ​ໂຊມ​ລົງ”
ພວກ​ທ່ານ
ໄດ້​ຕໍາ​ນິຕິ​ຕຽນ​ແບບ​ສະບັບການ​ປົກຄອງຂອງລັດຖະບານ​ທ່ານ Maliki ທີ່​ພາ​ໃຫ້ເກີດ​
ຄວາມ​ຮຸນ​ແຮງ​ເພີ້ມ​ຂຶ້ນ​ນັບ​ມື້ໂດຍ​ກ່າວ​ວ່າ ທ່ານ​ມັກ​ດຳ​ເນີນ​ການ​ເພື່ອ​ໃຫ້ມີ​ການ​ແບ່ງ
​ແຍກ​ທາງສາສະໜາແລະ ນໍາ​ໃຊ້​ອໍານາດ​ແບບ​ພະ​ເດັດ​ການຢູ່​ເລື້ອຍໆ ທີ່​ໄດ້​ຕັດ​ສິດ​
ເສລີພາບ​ຊາວ​ຊຸນ​ນີ່ ບໍ່​ໃຫ້​ຄວາມ​ສຳຄັນ​ຕໍ່​ຊາວ Kurd ​ແລະສ້າງ​ຄວາມ​ຫ່າງ​ເຫີ​ນ​ໃຫ້​
ຊາວ Shi’ites ຜູ້​ຊຶ່ງ​ຕ້ອງການ​ຢາ​ກ​ໃຫ້ ມີ​ການ​ປົກຄອງ​ແບບ​ປະຊາທິປະ​ໄຕ ​ແບບ​ມີ
ຫຼາຍພັກ​ຝ່າຍ​ເຂົ້າຮ່ວມ​ຢູ່​ໃນອີຣັກ.
XS
SM
MD
LG