ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເຮືອບິນລົບ ຂອງຝຣັ່ງ ສືບຕໍ່ບຸກໂຈຕີ ພວກຫົວຮຸນແຮງ ຢູ່ມາລີ (ສະໄລດ໌/ວີດິໂອ)


ປະທານາທິບໍດີ Francois Hollande ຂອງຝຣັ່ງ ກ່າວຄໍາປາໄສຕໍ່ ທະຫານຝຣັ່ງ ທີ່ເດີ່ນບິນເມືອງ Timbuktu ລຸນຫລັງການໄປຢ້ຽມຢາມ ເມືອງເກົ່າແກ່ດັ່ງກ່າວ ເປັນເວລາສອງຊົ່ວໂມງ ໃນວັນທີ 2 ກຸມພາ 2013.
ປະທານາທິບໍດີ Francois Hollande ຂອງຝຣັ່ງ ກ່າວຄໍາປາໄສຕໍ່ ທະຫານຝຣັ່ງ ທີ່ເດີ່ນບິນເມືອງ Timbuktu ລຸນຫລັງການໄປຢ້ຽມຢາມ ເມືອງເກົ່າແກ່ດັ່ງກ່າວ ເປັນເວລາສອງຊົ່ວໂມງ ໃນວັນທີ 2 ກຸມພາ 2013.
ເຈົ້າໜ້າທີ່ທະຫານຝຣັ່ງເວົ້າວ່າ ເຮືອບິນລົບຫລາຍລໍາໄດ້ທໍາ
ການໂຈມຕີ ທີ່ຕັ້ງຂອງພວກອິສລາມຫົວຕໍ່ສູ້ ຢູ່ທາງພາກຕາ
ເວັນອອກສຽງເໜືອຂອງມາລີ ພຽງບໍ່ພໍເທົ່າໃດຊົ່ວໂມງ ລຸນ
ຫລັງທີ່ປະທານາທິບໍດີ Francois Hollande ໄປຢ້ຽມຢາມ ປະເທດໃນທະວີບອາຟຣິກາແຫ່ງນັ້ນ.

ອົງການຂ່າວສານຝຣັ່ງ AFP ລາຍງານຂ່າວອ້າງຄໍາເວົ້າຂອງ
ເຈົ້າໜ້າ ທີ່ທະຫານຝຣັ່ງທີ່ເວົ້າວ່າ ເຮືອບິນລົບ 30 ລໍາໄດ້ຖິ້ມ
ລະເບີດໃສ່ສູນຝຶກອົບຮົມແລະສໍາພາວຸດຂອງພວກຫົວຮຸນແຮງ ໃນວັນອາທິດມື້ນີ້ໃນການ ບຸກໂຈມຕີໃນຕອນກາງຄືນ.

ໃນວັນເສົາວານນີ້ ທ່ານ Hollande ໄດ້ກ່າວຕໍ່ຊາວມາລີວ່າ
ພວກກໍ່ການຮ້າຍ ໄດ້ຖືກຂັບໄລ່ອອກໄປແລ້ວ ແຕ່ວ່າ ກໍຍັງ ບໍ່ທັນໄດ້ຖືກຜາບແພ້ໃຫ້ໝົດໄປເທື່ອ.

ຢູ່ໃນການປະກົດຕົວ ພ້ອມກັບ ທ່ານ Dioncounda Traore ປະທານາທິບໍດີຊົ່ວຄາວ ຂອງມາລີນັ້ນ ຜູ້ນໍາຂອງຝຣັ່ງເວົ້າວ່າ ຝຣັ່ງມີໜ້າທີ່ເຂົ້າໄປແຊກແຊງ ແລະຊ່ວຍກໍາລັງ ທະຫານຂອງມາລີ ຂັບໄລ່ກຸ່ມອິສ ລາມຫົວຮຸນແຮງ ອອກໄປຈາກເຂດທີ່ໝັ້ນຂອງພວກ
ເຂົາ ຢູ່ທາງພາກເໜືອຂອງມາລີນັ້ນ.

ທ່ານໄດ້ກ່າວຕໍ່ຝູງຊົນທີ່ຮ້ອງເຊຍຊົມເຊີຍທ່ານຢູ່ນະຄອນຫຼວງ Bamako ວ່າ ກໍາລັງທະ ຫານຝຣັ່ງໄປສູ້ລົບກໍເພື່ອເຮັດໃຫ້ຊາວມາລີ ຢູ່ໃນປະເທດອະດີດຫົວເມືອງຂຶ້ນຂອງຝຣັ່ງ ແຫ່ງນັ້ນ ໄດ້ດໍາລົງຊີວິດຢູ່ຢ່າງສັນຕິ ແລະມີປະຊາທິປະໄຕ.



ທ່ານ Dioncounda Traore ໄດ້ກ່າວຂອບໃຈທ່ານ Hollande ທີ່ ຝຣັ່ງໄດ້ເຂົ້າມາສະ ກັດກັ້ນ ແລະໄດ້ເຕືອນຊາວມາລີ ຕໍ່ການຊອກຫາ ວິທີແກ້ແຄ້ນຄືນ ສໍາລັບການໂຈມຕີ ຂອງພວກຫົວຮຸນແຮງນັ້ນ.

ການເດີນທາງໄປຢ້ຽມຢາມມາລີເປັນເວລານຶ່ງມື້ຂອງທ່ານ Hollande ແມ່ນມີຂຶ້ນ ສາມ ອາທິດລຸນຫຼັງທີ່ກອງກຳລັງຂອງຝຣັ່ງ ໄດ້ເຂົ້າໄປແຊກແຊງ ເພື່ອສະກັດກັ້ນການບຸກໂຈມ ຕີຂອງພວກຫົວຮຸນແຮງດັ່ງກ່າວ.

ປະທານາທິບໍດີຝຣັ່ງ ຊຶ່ງຕິດຕາມໂດຍລັດຖະມົນຕີກະຊວງປ້ອງກັນປະເທດ ແລະລັດຖະ ມົນຕີກະຊວງການເງິນ ໄດ້ໄປຢ້ຽມຢາມເມືອງ Sevare ແລະເມືອງເກົ່າແກ່ Timbuktu ກ່ອນຈະເດີນທາງໄປຍັງ ນະຄອນຫຼວງ Bamako.

French and Malian Troops Consolidate Gains against Militants
please wait

No media source currently available

0:00 0:02:15 0:00
ລິງໂດຍກົງ
XS
SM
MD
LG